ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະວີເດັນປ່ອຍໂຕຜູ້ຕ້ອງສົງໃສ


ຕຳຫຼວດສະວີເດັນ ໄດ້ປ່ອຍໂຕຜູ້ໂດຍສານຄົນນຶ່ງທີ່​ຕົນ​ໄດ້ ​ກັກ​ໂຕໄວ້ໃນ​ເຫດການ​ທີ່​ພົວພັນ​ກັບ​ການ​ຂູ່​ວ່າ​ ມີລະເບີດຢູ່ ເທິງເຮືອບິນອາຍພົ່ນໂດຍສານຂອງ​ປາ​ກິສ​ຖານ​ລໍາ​ນຶ່ງ ທີ່​ ຕ້ອງ​ໄດ້ ປ່ຽນທິດທາງໄປລົງຈອດ​ສຸກ​ເສີນທີ່ນະຄອນຫລວງ ສະຕອັກໂຮມຂອງ​ສະ​ວີ​ເດັນ ໃນຕອນເຊົ້າວັນເສົາວານນີ້.

ຕຳຫຼວດເວົ້າວ່າ ​ເຮືອບິນ​ປາ​ກິສຖານລໍາ​ນັ້ນ ທີ່ມີຜູ້ໂດຍສານ​ແລະ​ລູກ​ເຮືອ 273 ຄົນ ​ໄດ້​ເດີນທາງອອກຈາກການາດາ ໄປຍັງປາກິສຖານ ​ແຕ່​ຖືກ​ສັ່ງ​ໃຫ້​ໄປ​ລົງ​ຈອດ​ທີ່​ສະ​ວີ​ເດັນ ຫລັງຈາກ​ທີ່​ຕໍາຫຼວດກາ​ນາ​ດາ ​ໄດ້​ຮັບ​ໂທລະສັບ​ຈາກ​ແມ່ ຍິງ​ຄົນ​ນຶ່ງ ທີ່​ແຈ້ງວ່າ​ ຜູ້ໂດຍສານຄົນນຶ່ງ ມີລະເບີດຕິດ​ໂຕ ໃນຖ້ຽວບິນຈາກນະຄອນໂຕຣອນໂຕ ໄປຍັງນະຄອນກາຣາຈີ ນັ້ນ. ​ເຈົ້າ​ໜ້າ​ທີ່ໄດ້ຍົກຍ້າຍຜູ້ຄົນທັງ​ໝົດອອກຈາກເຮືອບິນ ​ເພື່ອ​ທໍາ​ການ​ກວດ​ຄົ້ນ​ໂຕ ແລະກໍໄດ້ຄວບຄຸມໂຕຜູ້ໂດຍສານ ຄົນນຶ່ງ​ ທີ່​ເປັນ​ຄົນສັນຊາດການາດາ ​ເຊື້ອສາຍປາກິສຖານ ໄວ້ສອບ​ປາກ​ຄໍາ.

ການຄົ້ນເຮືອບິນປາກົດວ່າ ບໍ່ໄດ້ພົບເຫັນສິ່ງທີ່ຕ້ອງສົງໄສໃດໆ ​ແລະ​ ຫລາຍໆ​ຊົ່ວ​ໂມງ​ຕໍ່​ມາ ເຮືອ​ບິນ​ກໍ​ໄດ້​ຮັບ​ອະນຸຍາດ​ໃຫ້​ເດີນທາງ​ຕໍ່​ໄປ​ຍັງ​ປາ​ກິ​ສຖານ​ໄດ້. ຕໍາຫຼວດກ່າວ​ວ່າ ຫຼັງຈາກ​ທີ່​ເຮືອບິນ​ອອກ​ເດີນທາງໄປແລ້ວ ຊາຍ​ຄົນ​ທີ່​ຖືກ​ກັກ​ໂຕ​ໄວ້​ ກໍໄດ້​ຖືກ​ປ່ອຍໂຕໂດຍ​ບໍ່​ໄດ້​ຖືກ​ກ່າວ​ຫາ​ແຕ່​ຢ່າງ​ໃດ.

ຕໍາຫຼວດກາ​ນາ​ດາ​ກ່າວ​ວ່າ ເວລາ​ນີ້ ເຂົາ​ເຈົ້າກໍາລັງ​ສືບສວນ​ເຫດການ​ນີ້ ​ໂດຍ​ຖື​ວ່າ ​ອາດ​ຈະ​ເປັນ​ການ​ຫລອກ​ຫລີ້ນ​ຊື່ໆກໍ​ໄດ້. ຕໍາຫຼວດບໍ່​ໄດ້​ບົ່ງ​ຊື່ຊາຍ​ຜູ້​ທີ່​ຖືກ​ກັກ​ໂຕ ​ແຕ່​ກໍ​ກ່າ​ວວ່າ ຜູ້ກ່ຽວ​ບໍ່​ໄດ້​ມີ​ຊື່​ຢູ່​ໃນ​ບັນຊີ​ດໍາ​ຂອງ​ພວກ​ກໍ່​ການ​ຮ້າຍ​ລະຫວ່າງ​ຊາດ.

XS
SM
MD
LG