ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສວີ​ເດັນ ຢຸດ​ການ​ສືບ​ສວນ ກ່ຽວ​ກັບ ການ​ຂົ່ມ​ຂືນ ຕໍ່ຜູ້​ກໍ່​ຕັ້ງ​ເວັບ​ໄຊ້ ວິກ​ກີ​ລີກ​ສ໌


ຮອງ​ຜູ້​ອຳ​ນວຍ​ການ​ໄອ​ຍະ​ການ​ສາ​ທາ​ລະ​ນະ ທ່ານ​ນາງ ເອ​ວາ ມາ​ຣີ ເພີ​ສ໌​ສັນ ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໃນ​ນະ​ຄອນຫຼວງ ສ​ຕັອກ​ໂຮມ, ປະ​ເທດ ສວີ​ເດັນ, 19 ພະ​ຈິກ, 2019. (Credit: TT News Agency/ Jessica Gow)
ຮອງ​ຜູ້​ອຳ​ນວຍ​ການ​ໄອ​ຍະ​ການ​ສາ​ທາ​ລະ​ນະ ທ່ານ​ນາງ ເອ​ວາ ມາ​ຣີ ເພີ​ສ໌​ສັນ ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໃນ​ນະ​ຄອນຫຼວງ ສ​ຕັອກ​ໂຮມ, ປະ​ເທດ ສວີ​ເດັນ, 19 ພະ​ຈິກ, 2019. (Credit: TT News Agency/ Jessica Gow)

ບັນ​ດາ​ໄອ​ຍະ​ການ ສວີ​ເດັນ ໄດ້​ຢຸດ​ການ​ສືບ​ສວນ​ສອ​ບ​ສວນການ​ຂົ່ມ​ຂືນ​ຕໍ່​ຜູ້​ກໍ່​ຕັ້ງ​ເວັບ​ໄຊ້ ວິກ​ກີ​ລີກ​ສ໌ ທ່ານ ຈູ​ລຽນ ອາ​ຊາງ.

ການ​ສືບ​ສວນ​ໄດ້​ເລີ່ມ​ຂຶ້ນ​ເມື່ອ​ແມ່​ຍິງ​ຊາວ ສວິ​ເດັນ ຄົນ​ນຶ່ງ​ໄດ້​ກ່າວ​ຫາ​ທ່ານ ຈູ​ລຽນ ອາ​ຊາງ ໃນ​ປີ 2010 ກ່ຽວ​ກັບ ການ​ມີ​ເພດ​ສຳ​ພັນ​ທີ່ບໍ່​ມີ​ການ​ປ້ອງ​ກັນ​ກັບ​ລາວ ໃນ​ເວ​ລາ​ທີ່​ລາວ​ກຳ​ລັງ​ນອນ​ຢູ່, ຫຼັງ​ຈາກ​ລາວ​ໄດ້​ປະ​ຕິ​ເສດຢ່າງ​ຊ້ຳ​ແລ້ວ​ຊ້ຳ​ອີກ ​ທີ່​ຈະ​ມີ​ເພດ​ສຳ​ພັນ​ໂດຍບໍ່​ໃສ່​ຖົງ​ຢາງ​ອະ​ນາ​ໄມ​ກັບ​ລາວ​.

ຮອງ​ຫົວ​ໜ້າ​ໄອ​ຍະ​ການ ທ່ານ​ນາງ ເອ​ວາ ມາ​ຣີ ເພີ​ສ໌ສັນ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ຄະ​ດີ​ດັ່ງ​ກ່າວ​ໄດ້​ຖືກ​ຢຸດ ເຖິງ​ແມ່ນ​ວ່າ​ບັນ​ດາ​ໄອ​ຍະ​ການ​ໄດ້​ຄົ້ນ​ພົບ​ວ່າ​ການ​ກ່າວ​ອ້າງ​ຂອງ​ແມ່​ຍິງ​ຄົນ​ນັ້ນ “ໜ້າ​ເຊື່ອ​ຖື​” ກໍ​ຕາມ.

ທ່ານ​ນາງ ເອ​ວາ ມາ​ຣີ ໄດ້​ກ່າວ​ວ່າ “ຫຼັງ​ຈາກ​ການ​ສືບ​ສວນ​ສອບ​ສວນ​ເພີ່ມ​ເຕີມ ທີ່​ໄດ້​ດຳ​ເນີນ​ໃນ​ລະ​ດູ​ຮ້ອນ ແລະ ຕົນ​ລະ​ດູ​ໃບ​ໄມ້ຫຼົ່ນ​ນັ້ນ, ຕອນນີ້​ມັນ​ກະ​ຈ່າງ​ແຈ້ງວ່າ ການ​ໃຫ້​ປາກ​ຄຳ ແລະ ຂໍ້​ອ້າງ​ຈາກ​ຈຳ​ເລີຍ​ນັ້ນ, ແມ່ນ​ບໍ່​ໜັກ​ແໜ້ນ. ນີ້​ແມ່ນ​ຍ້ອນ​ເວ​ລາ​ດົນ​ນານ​ໄດ້​ຜ່ານ​ໄປ ນັບ​ຕັ້ງ​ແຕ່​ເຫດ​ການ​ໄດ້​ເກີດ​ຂຶ້ນ. ຄວາມ​ຊົງ​ຈຳ​ໄດ້​ຈືດ​ຈາງ​ໄປຕາມ​ທຳ​ມະ​ຊາດ.”

ອາ​ຍຸ​ຄວາມ​ໃນ​ຄະ​ດີ​ດັ່ງ​ກ່າວ​ມີ​ກຳ​ນົດ​ໝົດ​ອາ​ຍຸ​ໃນ​ເດືອນ​ສິງ​ຫາ 2020. ທ່ານ ອາ​ຊາງ, ເຊິ່ງ​ມີ​ສັນ​ຊາດ ອ​ອ​ສ​ເຕ​ຣ​ເລຍ​ນັ້ນ, ໄດ້​ປະ​ຕິ​ເສດ​ການ​ກ່າວ​ຫາ​ຢ່າງ​ຊ້ຳ​ແລ້ວ​ຊ້ຳ​ອີກ.

ທ່ານ ອາ​ຊາງ ໄດ້​ຖືກ​ຂັບ​ໄລ່​ອອກ​ຈາກ​ສະ​ຖານ​ທູດ ເອ​ກົວ​ດໍ ໃນ​ນະ​ຄອນຫຼວງ ລອນດອນ ສອງ​ເດືອນ​ກ່ອນ​ການ​ຕັດ​ສິນ​ໃຈ​ເດືອນ​ມິ​ຖຸ​ນາທີ່​ຜ່​ານ​ມາ ຫຼັງ​ຈາກ​ການ​ຂໍ​ລີ້​ໄພ​ທາງ​ການ​ທູດ 7 ປີ.

ບັນ​ດາ​ເຈົ້າ​ໜ້າ​ທີ່ ອັງ​ກິດ ໄດ້​ຈັບ​ລາວ​ໃນ​ທັນ​ທີ ແລະ ຕອນນີ້​ລາວ​ກຳ​ລັງ​ຖືກ​ຂັງ​ຄຸກ​ 50 ອາ​ທິດ​ໃນ​ຄຸກ​ນະ​ຄອນຫຼວງ ລອນດອນ ສຳ​ລັບ​ການ​ໜີ​ປະ​ກັນ​ໃນ​ປີ 2012.

ທ່ານ ອາ​ຊາງ ຍັງ​ຕໍ່​ສູ້​ກັບ​ການ​ຖືກ​ສົ່ງ​ຕົວ​ມາ ສະ​ຫະ​ລັດ, ເຊິ່ງ​ເວົ້າ​ວ່າ​ລາວ​ກຳ​ລັງ​ປະ​ເຊີນ​ຂໍ້​ກ່າວ​ຫາ ສຳ​ລັບ​ການ​ເປີດ​ເຜີຍ​ເອ​ກະ​ສານ​ລັບ.

ການ​ຕັດ​ສິນ​ໃນ​ວັນ​ອັງ​ຄານ​ວານນີ້ ມີ​ຂຶ້ນ​ລຸນຫຼັງ​ການ​ຕັດ​ສິນ​ຂອງ​ສານ​ໃນ​ເດືອນ​ມິ​ຖຸ​ນາ​ທີ່​ຜ່ານ​ມາ​ວ່າ ທ່ານ ອາ​ຊາງ ບໍ່​ຄວນ​ຖືກ​ຂັງ​ຄຸກ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG