ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໗ ກັນຍາ ໒໐໒໓

ທາລົກລາວ-ອາເມຣິກັນ ບາດເຈັບ ໃນການປະຕິບັດງານ ໜ່ວຍ SWAT Team ລັດຈໍເຈຍ


ທ່ານ ບຸນຄຳ້ ແລະພັນລະຍາ ນາງ Alicia ພອນສະຫວັນ ພໍ່ແມ່ ຂອງ ທ້າວບຸນຄຳ້ ພອນສະຫວັນ ອາຍຸ 20 ເດືອນ

ການ​ປະຕິບັດ​ງານ​ຜິດພາດ​ຂອງ​ໜ່ວຍ​ຈູ່​ໂຈມ​ພິ​ເສດ ​ເຮັດ​ໃຫ້​ທາ
ລົກ​ລາວ-ອາ​ເມຣິກັນ ​ເກືອບ​ເສຍ​ຊີວິດ.

​ໃນຕອນ​ເຊົ້າມືດ​ ຂອງວັນ​ທີ 28 ​ເດືອນ​ພຶດສະພາ​ທີ່​ຜ່ານ​ມານີ້
​ໜ່ວຍ​ຈູ່​ໂຈມ​ພິ​ເສດ ຫລື SWAT Team ຂອງ​ຕຳຫລວດ ລັດ
Georgia ໄດ້ບຸກເຂົ້າ​ໄປ​ໃນ​ເຮືອນຂອງ​ຄົນ ​ລາວ-ອາ​ເມຣິກັນ
ຄອບຄົວ​ນຶ່ງ ທີ່​ເມືອງ Cornelia ​ເພື່ອ​ຈັບ​ຜູ້​ຕ້ອງ​ສົງ​ໄສ​ຄ້າ​ຢາ​
ເສບ​ຕິດ.

ຜູ້​ຕ້ອງ​ສົງ​ໄສທີ່​ຕຳຫລວດ​ຕ້ອງການ​ນັ້ນ ​ບໍ່​ໄດ້​ຢູ່​ເຮືອນ​ຫລັງ​ດັ່ງ
ກ່າວ ແຕ່​ບັງ​ເອີນ ​ໃນເວລາ​ນັ້ນທ່ານ ບຸນ​ຄ້ຳອາຍຸ 45 ປີ ​ພ້ອມ​
ດ້ວຍ​ພັນ​ລະ​ຍາ​ ນາງ Alicia ພອນ​ສະຫັວນ ​ແລະ​ລູກ​ສີ່​ຄົນ ໄດ້​
ເດີນທາງຈາກ​ລັດ Wisconsin ໄປຢ້ຽມຢາມ​ເອື້ອຍ ​ແລະ​ໄດ້ພັກ​ເຊົາຢູ່​ໃນ​ເຮືອນຫລັງ​ດັ່ງກ່າວ. ​ ໜ່ວຍ SWAT ທີ​ມ​ໄດ້​ບຸກ​ເຂົ້າ​ໄປ​ ພ້ອມ​ກັບຍິງລະ​ເບີດ​ຄວັນໄຟ ເຂົ້າ​ໄປ​ກ່ອນ ຊຶ່ງ​ໄດ້ຕົກລົງໃສ່​ໜ້າ​ເອິກ ຂອງ​ລູກ​ຊາຍນ້ອຍ​ຂອງ​ ທ່ານ ບຸນ​ຄໍ້າ ທີ່ຍັງນອນ​ຢູ່​ໃນ​ອູ່່ ຊື່ວ່າ ທ້າວບຸນ​ຄຳ້ ພອນ​ຈັນ ພອນ​ສະຫວັນອາຍຸ 20 ​ເດືອນ ເຮັດ​ໃຫ້​ໄດ້​ຮັບ​ບາດ​ເຈັບ​ໜັກ​. ທ່ານ​ບຸນ​ຄຳ້ ຜູ້​ເປັນ​ພໍ່​ໄດ້​ເລົ່າເຖິງ ອຸບັດ​ເຫດ​ ອັນ​ສະຫຍອງ​ຂວັນ​ດັ່ງກ່າວ​ ສູ່ວີໂອ​ເອ ຟັງ​ວ່າ :

ລິງໂດຍກົງ
ທ້າວບຸນຄຳ້ ພອນສະຫວັນ (ບູໆ) ອາຍຸ 20 ເດືອນ
ທ້າວບຸນຄຳ້ ພອນສະຫວັນ (ບູໆ) ອາຍຸ 20 ເດືອນ

ຄວາມ​ຜິດພາດໃນການ​ປະຕິບັດ​ງານ​ຂອງ​ເຈົ້າ​ໜ້າ​ທີ່​ຕຳຫລວດ​
ຄັ້ງ​ນີ້​ ໄດ້​ກາຍ​ມາ​ເປັນ​ຂ່າວໃຫຍ່ ແລະຖືກ​ພາດ​ຫົວ​ເລື້ອ​ງຢູ່​ໜ້າ​
ສື່​ມວນ​ຊົນ​ສຳຄັນໆໃນສະຫະລັດ. ​

ຕົກ​ມາເຖິງປັ​ດຈຸ​ບັນ​ນີ້ ​ເຈົ້າ​ໜ້າ​ທີ່​ຕຳຫລວດ ຍັງ​ບໍ່​ທັນ​ໄດ້​ອອກ​
ມາຖະ​ແຫລ​ງຢ່າງເປັນ​ທາງການ ກ່ຽວ​ກັບ​ຄວາມ​ຜິດພາດ​ໃນ
ການ​ປະຕິບັດ​ງານດັ່ງກ່າວ. ​ແຕ່່​ວ່າ ຄອບຄົວພອນສະຫວັນ
ກ່າວ​ວ່າ ຕົນຈະ​ບໍ່​ລົດ​ລະ​ໃນ​ການ​ດຳ​ເນີນການຟ້ອງ​ຮ້ອງ​ເຈົ້າ
​ໜ້າ​ທີ່​ຕຳຫລວດ ໃນ​ຖານ​ບຸກລຸກ ​ເຮັດ​ໃຫ້​ໄດ້​ຮັບ​ບາດ​ເຈັບ ​ແລະ​ສ້າງ​ຄວາມເສຍ​ຫາຍ​. ​

ສ່ວນ​ບັນດາຜູ້​ຕ້ອງ​ສົງ​ໄສ ​ທີ່​ເຈົ້າ​ໜ້າ​ທີ່​ຕຳຫລວດ​ຕ້ອງການໂຕແທ້ໆ​ນັ້ນ ​ໄດ້​ຖືກ​ຈັບ​ແລ້ວ ​ຢູ່​ທີ່​ເຮືອນ​ຫລັງ​ນຶ່ງ​ອີກ.

XS
SM
MD
LG