ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫວັນນະເຂດ ຕ້ອງການ 1,645 ຕຶ້ກີບ ສຳຫລັບນຳໃຊ້ ເພື່ອການຟື້ນຟູ ເສດຖະກິດ


ເມຶອງໄກສອນ ແຂວງສະຫວັນນະເຂດ
ເມຶອງໄກສອນ ແຂວງສະຫວັນນະເຂດ

ທາງການແຂວງສະຫວັນນະເຂດຕ້ອງການເງິນທຶນຫຼາຍກວ່າ 1,645 ຕື້ກີບ ສຳຫລັບນຳໃຊ້ເພື່ອການຟື້ນຟູເສດຖະກິດ ທີ່ຖືກກະທົບຢ່າງໜັກໜ່ວງຈາກ ການລະບາດຂອງເຊື້ອໄວຣັສ COVID-19 ຊຶ່ງຊົງລິດ ໂພນເງິນ ມີລາຍງານຈາບາງກອກ.

ທ່ານວາຣິຍະ ສີຈັນທອງທິບ ຫົວໜ້າຜະແນກແຜນການ ແລະການລົງທຶນ ແຂວງສະ
ຫວັນນະເຂດ ຖະແຫຼງວ່າການລະບາດຂອງພະຍາດໄວຣັສ COVID-19 ເຮັດໃຫ້ທາງ
ການແຂວງສະຫວັນນະເຂດໄດ້ລົດຄາດໝາຍການຂະຫຍາຍໂຕທາງເສດຖະກິດໃນປີ
2020 ລົງຈາກລະດັບ 9.5 ເປີເຊັນ ເປັນບໍ່ເກີນ 3.2 ເປີເຊັນ ໂດຍທຽບກັບປີ 2019 ທີ່
ເສດຖະກິດແຂວງສະຫວັນນະເຂດ ຂະຫຍາຍໂຕ ໃນອັດຄາສະເລ່ຍ 9 ເປີເຊັນນັ້ນ ຫາກ
ແຕ່ວ່າການທີ່ຈະເຮັດໃຫ້ເສດຖະກິດຂະຫຍາຍໂຕໃນສະເລ່ຍ 3.2 ເປີເຊັນ ສໍາຫລັບໃນ
ປີ 2020 ກໍບໍ່ແມ່ນເລື້ອງງ່າຍໆ ເພາະຈະຕ້ອງນຳໃຊ້ທຶນຫຼາຍກວ່າ 1,645 ຕື້ກີບ ໃນຂະ
ນະ ທີ່ທາງການແຂວງສະວັນນະເຂດ ຄາດວ່າຈະສາມາດປະກອບສ່ວນເຂົ້າໃນການລົງ
ທຶນໄດ້ພຽງແຕ່ 42.56 ຕື້ກີບເທົ່ານັ້ນ ສ່ວນທີ່ເຫຼືອຈະຕ້ອງເພີງພາການລົງທຶນ ແລະການ
ຊ່ວຍ ເຫຼືອ ຈາກຕ່າງປະເທດເປັນດ້ານຫລັກ ຈຶ່ງຈະເຮັດໃຫ່້ບັນລຸເປົ້າໝາຍການຂະຫຍາຍ
ໂຕທາງເສດຖະກິດ ຫຼືຜະລິດຕະພັນລວມ (GDP) ດັ່ງກ່າວໄດ້ ຢ່າງເປັນຮູບປະທໍາ ດັ່ງທີ່
ທ່ານວາຣິຍະ ໄດ້ໃຫ້ການຢືນຢັນວ່າ

“ເພື່ອເຮັດໃຫ້ GDP ພວກເຮົາບັນລຸໄດ້ 3.2 ຫັ້ນ ພວກເຮົາຕ້ອງການລົງທຶນໃນທົ່ວແຂວງ
ປະມານ 1,645.82 ຕື້ກີບ ໃນນັ້ນການລົງທຶນຈາກງົບປະ ມານຂອງລັັດ ຄາດວ່າມີປະມານ
42.56 ຕື້ກີບ ການລົງທຶນຈາກການຊ່ວຍ ເຫຼືອທາງການເພື່ອການພັດທະນາ ສູ້ຊົນໃຫ້ໄດ້
ປະມານ 188.15 ຕື້ກີບ ການລົງທຶນຈາກເອກກະຊົນພາຍໃນ ແລະຕ່າງປະເທດສູ້ຊົນ ໃຫ້
ໄດ້ປະມານ 753.67 ຕຶ້ກີບ ແລະສຳຄັນນີ້ພວກເຮົາຕ້ອງຕັດສິນໃຈປັບປຸງກົນໄກປະຕູດຽວ
ຢູ່ສະຫວັນນະເຂດນີ້ກໍແມ່ນຜະແນກແຜນການ ແລະການລົງທຶນ.”

ທາງດ້ານທ່ານສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ຍອມຮັບ ວ່າການຂະ
ຫຍາຍໂຕທາງເສດຖະກິດທີ່ຕໍ່າກວ່າຄາດໝາຍຍັງກະທົບການຫລຸດຜ່ອນບັນຫາຄວາມ
ຍາກຈົນຂອງປະຊາຊົນ ໃນແຂວງສະຫວັນນະເຂດ ດ້ວຍ ໂດຍຈະເຫັນໄດ້ຈາກການຈັດຕັ້ງປະຕິບັດທີ່ໄດ້ຕໍ່າກວ່າແຜນການ ແລະເປົ້າໝາຍທີ່ວາງໄວ້ໃນປີ 2019 ທີ່ຜ່ານມາ ສືບເສດ
ຖະກິດແຂວງ ສະຫວັນນະເຂດ ຂະຫຍາຍໂຕເພີ້ມຂຶ້ນໃນອັດຕາສະເລ່ຍ 9 ເປີເຊັນ ໃນ
ຂະນະທີ່ແຜນການໄດ້ວາງເອົາໄວ້ທີ່ອັດຕາສະເລ່ຍ 9.5 ເປີເຊັນ ທຽບໃສ່ປີ 2018 ໂດຍ
ມີສາເຫດມາຈາກໄພນໍ້າຖ້ວມ ແລະຜົນກະທົບທີ່ເກີດຈາກ ສົງຄາມການຄ້າ ທີ່ມີການປັບ
ລົດພາສີການຄ້າໃຫ້ສູງຂຶ້ນລະຫວ່າງຈີນກັບ ສະຫະລັດອາເມຣິການັ້ນ ເຮັດໃຫ້ GDP
ແຂວງສະຫວັນນະເຂດມີມູນຄ່າ ລວມ 18,890.74 ຕື້ກີບ ຫຼືສະເລ່ຍເປັນລາຍຮັບຂອງ
ປະຊາຊົນໄດ້ທີ່ 2,126 ໂດລາສະຫະລັດ ຕໍ່ຄົນຕໍ່ປີ ຊຶ່ງຕໍ່າກວ່າແຜນການວາງໄວ້ທີ່ລະ
ດັບ 2,188 ໂດລາສະຫະລັດ ຕໍ່ຄົນ ຕໍ່ປີ.

ສ່ວນການແກ້ໄຂບັນຫາຄວາມຫຍຸ້ງຍາກຂອງປະຊາຊົນ ໃນແຂວງສະຫວັນນະເຂດ ໃນ
ປີ 2019 ທີ່ຜ່ານມາກໍສາມາດລົບລ້າງບັນຫາຍາກຈົນໄດ້ 952 ຄອບຄົວ ແລະປະກາດ
ໃຫ້ 9 ບ້ານຫລຸດພົ້ນຈາກບັນຫາຍາກຈົນ ຈຶ່ງຍັງເຫຼືອ 7,048 ຄອບຄົວໃນ 94 ບ້ານທີ່
ຈະຕ້ອງດຳເນີນມາດຕະການໃນທຸກວິທີທາງ ເພື່ອເຮັດໃຫ້ຫລຸດພົ້ນຈາກບັນຫາຍາກ
ຈົນໃຫ້ໄດ້ຢ່າງສິ້ນເຊິງໃນປີ 2020 ນີ້.

ທາງດ້ານເຈົ້າໜ້າທີ່ອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ໃນລາວ
ກໍເປີດເຜີຍວ່າ ການທີ່ລາວຜະເຊີນກັບໄພທະມະຊາດຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນ
ໄພນໍ້າຖ້ວມ ແລະໄພແລ້ງ ທັງໃນປີ 2018 ແລະ 2019 ແລະໃນປັດຈຸບັນຖືເປັນສາເຫດ
ສຳຄັນທີ່ເຮັດໃຫ້ການຈັດຕັ້ງປະຕິບັດແຜນການຫລຸດຜ່ອນ ບັນຫາຍາກຈົນໃນລາວ
ດຳເນີນໄປໄດ້ຕໍ່າກວ່າເປົ້າໝາຍທີ່ວາງໄວ້ເຫັນໄດ້ຈາກຈຳນວນປະຊາຊົນລາວ 632,
909 ຄົນ ທີ່ມີຊີວິດຄວາມເປັນຢູ່ຍາກຈົນຢ່າງຍິ່ງ ກໍຄືມີລາຍໄດ້ຕໍ່າກວ່າ 1.9 ໂດລາ
ສະຫະລັດ ຕໍ່ຄົນ ຕໍ່ວັນ ຊຶ່ງຄິດເປັນ 9 ເປີເຊັນຈຳນວນປະຊາກອນລາວທັງໝົດ
ໃນປັດຈຸບັນ.

ໂດຍໃນຈຳນວນປະຊາຊົນລາວທີ່ມີລາຍໄດ້ຕໍ່າກວ່າ 1.9 ໂດລາສະຫະລັດ ຕໍ່ວັນດັ່ງກ່າວ
ໄດ້ແບ່ງເປັນກຸ່ມທີ່ອາໄສຢູ່ໃນເຂດໂຕເມືອງ 153,184 ຄົນ ກັບກຸ່ມທີ່ອາໄສຢູ່ໃນເຂດ
ຊົນນະບົດ 479,729 ຄົນ ຊຶ່ງຄິດເປັນ 5 ເປີເປັນ ແລະ 11 ເປີເຊັນ ຂອງປະຊາກອນ
ລາວ ທີ່ອາໄສຢູ່ໃນເຂດໂຕເມືອງ ແລະເຂດຊົນນະບົດຕາມລໍາດັບ ທັງຍັງປາກົດວ່າ
ແຂວງສະຫວັນນະເຂດ ເປັນພື້ນທີ່ມີຈຳນວນປະຊາຊົນທີ່ທຸກຈົນຫຼາຍທີ່ສຸດຄື 230,
000 ຄົນ ໃນຂະນະທີ່ແຂວງພົງສາລີ ມີສັດສ່ວນຂອງປະຊາຊົນຍາກຈົນສູງທີ່ສຸດໃນລາ

XS
SM
MD
LG