ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບັນດາທະນາຍຄວາມ ຂອງທ່ານນາງ ຊູ ຈີ ບໍ່ສາມາດເຂົ້າພົບກັບທ່ານນາງ ເພື່ອວາງແຜນການຂໍອຸທອນ


ແຟ້ມພາບ - ຜູ້ປະທ້ວງຄົນນຶ່ງ ໃສ່ເສື້ອຢືດ ທີ່ມີຮູບຂອງຜູ້ນຳພົນລະເຮືອນ ທ່ານນາງ ອອງ ຊານ ຊູ ຈີ ທີ່ຖືກຄຸມຂັງ ໃນລະຫວ່າງການເດີນຂະບວນປະທ້ວງ ຢູ່ດ້ານນອກຂອງສະຖານທູດ ມຽນມາໃນບາງກອກ ເມື່ອວັນທີ 19 ທັນວາ 2022.
ແຟ້ມພາບ - ຜູ້ປະທ້ວງຄົນນຶ່ງ ໃສ່ເສື້ອຢືດ ທີ່ມີຮູບຂອງຜູ້ນຳພົນລະເຮືອນ ທ່ານນາງ ອອງ ຊານ ຊູ ຈີ ທີ່ຖືກຄຸມຂັງ ໃນລະຫວ່າງການເດີນຂະບວນປະທ້ວງ ຢູ່ດ້ານນອກຂອງສະຖານທູດ ມຽນມາໃນບາງກອກ ເມື່ອວັນທີ 19 ທັນວາ 2022.

ບັນດາທະນາຍຄວາມສຳລັບຜູ້ນຳຂອງມຽນມາທີ່ໄດ້ຖືກໂຄ່ນລົ້ມ ທ່ານນາງອອງ ຊານ ຊູ ຈີ ຜູ້ທີ່ກຳລັງຮັບໃຊ້ໂທດຈຳຄຸກ 33 ປີ ໃນສິ່ງທີ່ມອງເຫັນຢ່າງກວ້າງ ຂວາງວ່າ ເປັນຂໍ້ຫາຈົງໃຈຕັ້ງຂຶ້ນ, ຊຶ່ງພວກເຂົາເຈົ້າໄດ້ຖືກປະຕິເສດບໍ່ໃຫ້ພົບປະກັບທ່ານນາງ ຂະນະທີ່ພວກເຂົາກຽມພ້ອມທີ່ຈະຂໍອຸທອນ ອີງຕາມເຈົ້າໜ້າທີ່ດ້ານກົດໝາຍ ທີ່ຮູ້ດີກ່ຽວກັບສະຖານະການຂອງທ່ານນາງ ໄດ້ກ່າວ.

ໃນເດືອນທັນວາ ປີກາຍນີ້ ສານແຫ່ງນຶ່ງ ໄດ້ຕັດສິນລົງໂທດ ທ່ານນາງ ຊູ ຈີ ອາຍຸ 77 ປີ ໃຫ້ຕິດຄຸກ 7 ປີ ໃນຂໍຫາສໍ້ລາດບັງຫຼວງ ໃນຄະດີສຸດທ້າຍຂອງຫຼາຍໆຄະດີອາຊະກຳ ຕໍ່ທ່ານນາງ ຈຶ່ງເຮັດໃຫ້ທ່ານນາງຕ້ອງຮັບໃຊ້ໂທດລວມທັງໝົດ 33 ປີ. ອັນນັ້ນ ເປັນຄັ້ງສຸດທ້າຍ ທີ່ບັນດາທະນາຍຄວາມຂອງທ່ານນາງ ສາມາດພົບເຫັນທ່ານນາງໄດ້.

ກອງທັບບົກ ໄດ້ຢຶດອຳນາດ ແລະໄດ້ຄວບຄຸມຕົວທ່ານນາງ ຊູ ຈີ ໃນວັນທີ 1 ກຸມພາ 2021 ຊຶ່ງໃນມື້ນັ້ນ ເມື່ອພັກຂອງທ່ານນາງ ພວມຈະເລີ້ມຕົ້ນການເຂົ້າ​ຮັບ​ໜ້າ​ທີ່ສະໄໝທີສອງ ໄລຍະຫ້າປີ ຫຼັງຈາກທີ່ໄດ້ຮັບໄຊຊະນະ ຢ່າງຖ້ວມລົ້ນ ໃນການເລືອກຕັ້ງທົ່ວໄປໃນເດືອນພະຈິກ 2020.

ພວກທີ່ສະໜັບສະໜຸນທ່ານນາງ ແລະບັນດານັກວິເຄາະອິດສະຫຼະ ກ່າວວ່າ ຂໍ້ຫາທັງຫຼາຍຕໍ່ທ່ານນາງ ແມ່ນເປັນຄວາມພະຍາຍາມ ທີ່ຈະເຮັດໃຫ້ການຢຶດອຳ ນາດຂອງທະຫານຖືກຕ້ອງຊອບທຳແລະເພື່ອເຮັດໃຫ້ທ່ານນາງບໍ່ສາມາດກັບຄືນສູ່ວົງການການເມືອງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG