ທ່ານນາງອອງຊານ ຊູຈີ ຜູ້ນໍາຝ່າຍຄ້ານຂອງມຽນມາ ໄດ້ສິ້ນສຸດການຢ້ຽມຢາມປະເທດໄທ
ໃນວັນເສົາວານນີ້ ໂດຍໄດ້ໄປຢ້ຽມຢາມຄ້າຍອົບພະຍົບ ກະຫຼ່ຽງແຫ່ງນຶ່ງ ແຕ່ທ່ານນາງຜູ້ນໍາ
ປະຊາທິປະໄຕ ບໍ່ສາມາດກ່າວຄໍາປາໃສຕໍ່ຊາວອົບພະຍົບຕາມທີ່ໄດ້ວາງແຜນໄວ້.
ທ່ານນາງອອງຊານ ຊູຈີ ໄດ້ໄປຢ້ຽມຢາມຄ້າຍອົບພະຍົບແມ່ລາ ທີ່ຈັງຫວັດແມ່ສອດຂອງໄທ
ໃນເຊົ້າວັນເສົາວານນີ້ ຊຶ່ງເປັນບ່ອນສຸດທ້າຍຂອງ ການຢ້ຽມຢາມຕ່າງປະເທດເທື່ອທໍາອິດ
ຂອງທ່ານນາງ ນັບຕັ້ງແຕ່ປີ 1988 ເປັນຕົ້ນມາ ເວລາທ່ານນາງກັບເມືອມຽນມາ ເພື່ອໄປດູ
ແລແມ່ທີ່ເຈັບປ່ວຍ ໃນເວລານັ້ນ.
ການຢ້ຽມຢາມທີ່ມີການຄາດຫວັງໄວ້ຢ່າງສູງນັ້ນ ສ້າງຄວາມຜິດຫວັງໃຫ້ແກ່ຊາວອົບພະຍົບ 50,000 ຄົນ ຊື່ງສ່ວນໃຫຍ່ເປັນຊາວເຜົ່າກະຫລ່ຽງ ທີ່ໄດ້ຫລົບໜີມາຈາກສົງຄາມກາງເມືອງ ທີ່ມີມາເປັນເວລາ 40 ປີຢູ່ໃນລັດກະຫລ່ຽງນັ້ນ. ທາງການຄ້າຍອົບພະຍົບໄດ້ກຽມເດີ່ນກິລາບານເຕະຂອງຄ້າຍໄວ້ ແຕ່ປາກົດວ່າມີຝຸງຊົນກຸ່ມນ້ອຍ ພຽງປະມານ 1,000 ຄົນ ທີ່ໄດ້ຮັບອະນຸຍາດໃຫ້ເຕົ້າໂຮມກັນຢູ່ທີ່ເດີ່ນກີລາ ຊຶ່ງມີກໍາລັງທະຫານ ແລະກໍາລັງຮັກສາຄວາມປອດໄພຍາມຄຸ້ມກັນຢ່າງໜາແໜ້ນ.
ຄໍາປາໄສຂອງທ່ານນາງອອງຊານ ຊູຈີ ທີ່ໄດ້ຕຽມໄວ້ນັ້ນ ກໍໄດ້ຖືກຍົກເລີກໄປ ເຊ່ນດຽວກັນກັບການພົບປະກັນກັບບັນດາຜູ້ນໍາຊົນເຜົ່າ. ແຕ່ແນວໃດກໍດີ ທ່ານນາງກໍໄດ້ພົບປະກັບບັນດາຜູ້ນໍາຄ້າຍອົບພະຍົບ ແລະຈາກນັ້ນກໍໄດ້ໄປຢ້ຽມຢາມສຸກສາລາແຫ່ງນຶ່ງທີ່ຕິດກັບເດີ່ນກີລາ ບ່ອນທີ່ທ່ານນາງໄດ້ໂອ້ລົມກັບພວກຄົນເຈັບ. ທ່ານນາງໄດ້ກ່າວຄໍາປາໄສຢ່າງສັ້ນໆກັບຝຸງຊົນ ກຸ່ມນ້ອຍໆ ທີ່ໄດ້ເຕົ້າໂຮມກັນຢູ່ອ້ອມຮົ້ວສຸກສາລາດັ່ງກ່າວ ແຕ່ມີພຽງບໍ່ເທົ່າໃດຄົນໄດ້ຍິນຄວາມເຫັນຂອງທ່ານນາງ ຍ້ອນວ່າທ່ານນາງບໍ່ໄດ້ຮັບ ອະນຸຍາດໃຫ້ໃຊ້ໄມໂຄໂຟນ. ຢ່າງໃດກໍຕາມ ທ່ານນາງໄດ້ບອກພວກເຂົາເຈົ້າວ່າ:
“ຂ້າພະເຈົ້າຈະບໍ່ມີວັນລືມເລືອນພວກທ່ານດອກ ບໍ່ຕ້ອງເປັນຫ່ວງ ຂ້າພະເຈົ້າຈະພະຍາຍາມທີ່ສຸດ ເພື່ອໃຫ້ເປັນທີ່ແນ່ໃຈວ່າ ພວກທ່ານຈະສາມາດ ກັບຕ່າວຄືນບ້ານໄດ້ ໃນບໍ່ຊ້ານີ້.”