ຜູ້ນຳຝ່າຍຄ້ານຂອງມຽນມາ ທ່ານນາງ Aung San Suu Kyi
ກ່າວວ່າ ຖ້າພັກຂອງທ່ານນາງ ໄດ້ຮັບໄຊຊະນະການເລືອກຕັ້ງ
ໃນທ້າຍສັບປະດານີ້ ທ່ານນາງຈະເຂົ້າຮັບຕຳແໜ່ງ “ສູງກວ່າ
ປະທານາທິບໍດີ” ເພື່ອລີກລ່ຽງການຫ້າມ ບໍ່ໃຫ້ທ່ານນາງມີຕຳ
ແໜ່ງນັ້ນ.
ທ່ານນາງ Aung San Suu Kyi ໄດ້ຈັດກອງປະຊຸມຖະແຫລງ
ຂ່າວ ເມື່ອຕອນເຊົ້າວັນພະຫັດມື້ນີ້ ຊຶ່ງທ່ານນາງ ໄດ້ປະກາດແຜນ
ການຂອງເພິ່ນ ແຕ່ບໍ່ໄດ້ບັນລະຍາຍເຖິງລາຍລະອຽດ. ທ່ານນາງ
ເວົ້າພຽງແຕ່ວ່າ “ຂ້າພະເຈົ້າ ຈະຢູ່ສູງກວ່າ ປະທານາທິບໍດີ. ມັນ
ເປັນຂໍ້ສະເໜີທີ່ງ່າຍດາຍຫຼາຍ.”
ທ່ານນາງ Aung San Suu Kyi ໄດ້ຖືກຫ້າມ ຈາກການຮັບຕຳແໜ່ງ ໂດຍບົດບັນຍັດ
ລັດຖະທຳມະນູນສະບັບນຶ່ງ ທີ່ວ່າ ບັນດາຜູ້ສະໝັກ ທີ່ມີຄູ່ສົມລົດ ເປັນຄົນທີ່ເກີດ ຢູ່ຕ່າງ
ປະເທດ ແລະ/ຫຼື ມີລູກເຕົ້ານຳກັນ ຈະບໍ່ສາມາດເປັນປະທານາທິບໍດີໄດ້.
ໃນລະຫວ່າງ ການໃຫ້ຄຳເຫັນຂອງທ່ານນາງ ຕໍ່ສື່ມວນຊົນ ທ່ານນາງຍັງກ່າວວ່າ ເພິ່ນມີ
ຄວາມເປັນຫ່ວງກ່ຽວກັບວ່າ ບັນດາເຈົ້າໜ້າທີ່ເລືອກຕັ້ງວ່າ ຈະມີມາດຕະການຮັບມື ທີ່
ເໝະສົມ ກັບຂໍ້ກ່າວຫາຕ່າງໆ ຂອງຄວາມບໍ່ຖືກຕ້ອງ ໃນການກະກຽມ ການລົງຄະແນນ
ສຽງ ໃນວັນອາທິດຈະມາເຖິງນີ້. ແຕ່ທ່ານນາງ ກ່າວຕື່ມອີກວ່າ ມັນມີຄວາມສຳຄັນ ທີ່ພັກ
ຂອງທ່ານນາງ ຈະຈັດຕັ້ງລັດຖະບານ “ປອງດອງຊາດ” ຖ້າພັກສັນນິບາດແຫ່ງຊາດ ເພື່ອ
ປະຊາທິປະໄຕ ໄດ້ຮັບໄຊຊະນະ.