ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງ ອອງຊານ ຊູຈີ ສະໜັບສະໜຸນ ໃຫ້ໂຈະການລົງໂທດ ຕໍ່ມຽນມາ


ທ່ານນາງ ອອງຊານ ຊູຈີ ຜູ້ນໍາປະຊາທິປະໄຕ ແລະສະມາຊິກ ສະພາຕໍ່າມຽນມາ
ທ່ານນາງ ອອງຊານ ຊູຈີ ຜູ້ນໍາປະຊາທິປະໄຕ ແລະສະມາຊິກ ສະພາຕໍ່າມຽນມາ

ທ່ານ​ນາງ​ອອງຊານ ຊູ​ຈີ ຜູ້​ນໍາ​ປະຊາທິປະ​ໄຕ​ມຽນມາກ່າວ​ວ່າ ທ່ານ​ນາງ ມີ​ຄວາມ​ລະມັດລະວັງ​ໃນ​ການ​ສະໜັບສະໜຸນ​ຂໍ້​ສະ​ເໜີ​ໃຫ້​ຍົກ​ເລີກ​ການ​ລົງ​ໂທດຂອງ​ສະຫະລັດຕໍ່​ມຽນມານັ້ນ​ຢູ່.

ທ່ານ​ນາງ​ອອງຊານ ຊູ​ຈີ ກ່າວ​ອີກ​ວ່າ ທ່ານ​ນາງ​ສະ​ໜັບສະ​ໜຸນ​ຄວາມ​ພະ ຍາ​ຍາມ​ຕ່າງໆ​ໂດຍ​ສະມາຊິກ​ສະພາ​ສູງ​ສະຫະລັດ​ທ່ານ ຈອນ ​ແມັ​ກ​ເຄນ ​ເພື່ອໃຫ້ໂຈະ​ການ​ລົງ​ໂທດ ໄວ້ຊົ່ວ​ຄາວ​ກ່ອນ ​ແທນ​ທີ່​ຈະ​ຍົກ​ເລີກໄປເລີຍ. ທ່ານ​ນາງ​ກ່າວ​ຕື່ມ​ວ່າ ນັ້ນ​ມັນ​ອາດ​ຈະ​ສົ່ງ​ຂໍ້ຄວາມ ​ທີ່​ເຂັ້ມ​ແຂງ​ຢ່າງ​ນຶ່ງ​ວ່າ ສະຫະລັດ​ສະໜັບສະ​ໜຸນ​ການ​ເຄຶ່ອນ​ໄຫວ​ໄປ​ສູ່​ປະຊາທິປະ​ໄຕ​ຂອງມຽນມາ​ ​ແຕ່​ຖ້າ​ຍັງ​ບໍ່​ໄດ້​ຮັບ​ນັ້ນ ພວກ​ເຂົາ​ເຈົ້າກໍ​ຈະ​ຄິດ​ພິດ​ຈາລະ​ນາ ​ເອົາບາດກ້າວ​ຢ່າງ​ອື່ນ ​ເພື່ອ​ຊ່ວຍ​ເຫລືອ​ປະຊາຊົນ​ມຽນ​ໃຫ້​ບັນລຸ​ເປົ້າໝາຍ​ຂອງພວກ​ເຂົາເ​ຈົ້າ​ໄດ້​.

ທ່ານ​ນາງ​ອອງຊານ ຊູ​ຈີ ​ໄດ້​ສະ​ແດງ​ຄວາມ​ຄິດ​ເຫັນ​ຂອງ​ທ່ານ​ນາງ​ເມື່ອ ວັນ​ອັງຄານ​ວານ​ນີ້ ​ໃນ​ລະຫວ່າງ​ການໂອ້​ລົມ​ໂດຍ​ຜ່ານ​ທາງວີ​ດີ​ໂອ ທີ່​ຈັດ​ຂຶ້ນ​ໂດຍ​ສະ​ຖາ​ບັນ​ປະທານາທິບໍດີ George W. Bush ທີ່​ວໍ​ຊິງ​ຕັນ.

ທ່ານ​ນາງ​ກ່າວ​ຕື່ມ​ວ່າ ລັດຖະບານ​ມຽນມາ​ຈະ​ຕ້ອງ​ຮັບ​ຮູ້​ຄວາມ​ມຸ້ງ​ມາດ​ປາດ ຖະໜາ​ຂອງ​ບັນດາ​ຊົນ​ຊາດ​ຊົນ​ເຜົ່າ​ທັງ​ໝົດ ​ໂດຍ​ກ່າວ​ວ່າ ການ​ຢຸດ​ຍິງ​ເປັນ ​ພຽງ​ແຕ່​ຂັ້ນ​ເລີ່​ມຕົ້ນ​ເທົ່າ​ນັ້ນ​ແລະ​ຈະ​ບໍ່​ສາມາດແທນ​ການ​ຕົກລົງ​ກັນ​ທາງ​ການເມືອງໄດ້​.

ນອກ​ນີ້ ທ່ານ​ນາງ​ອອງຊານ ຊູ​ຈີ ຍັງ​ເວົ້າ​ອີກ​ວ່າ ທ່ານ​ນາງບໍ່​ເຫັນ​ພັກຂອງ ​ທ່ານ​ນາງກົດ​ດັນ​ໃຫ້​ມີ​ການ​ແກ້​ໄຂ​ໃດໆ ​ຕໍ່​ລັດຖະທໍາ​ມະນູນ​ໂດຍ​ທັນ​ທີ ​ໃນ​ເມື່ອ​ວ່າ​ສະມາຊິກ​ສະພາ​ຕໍ່າ 25 ຄົນ​ຂອງ​ສະພາ​ແຫ່ງ​ຊາດ​ ​ເປັນ​ສະມາຊິກ​ ຂອງ​ຝ່າຍ​ທະຫານ​ທີ່​ບໍ່​ໄດ້​ຖືກ​ເລືອກ​ຕັ້ງ​ນັ້ນ.

XS
SM
MD
LG