ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໔ ມີນາ ໒໐໒໓

ທ່ານນາງ Suu Kyi ຢ້ຽມຢາມ ປະເທດອັງກິດ (ສະໄລດ໌)


ທ່ານນາງ Aung San Suu Kyi ໄດ້ຮັບລາງວັນກິຕິມະສັກ ເສລີປະຊາທິປະໄຕ ທີ່ Dublin, Ireland

ທ່ານ​ນາງອອງຊານ ຊູ​ຈີ ຜູ້​ນໍາ​ປະຊາທິປະໄຕຂອງມຽນມາ ຍັງສືບ​ຕໍ່ການ​ຢ້ຽມ ຢາມ​ຢູໂຣບ ທີ່ປະ​ເທດ​ອັງກິດ ​ໃນ​ວັນ​ອັງຄານ​ມື້​ນີ້ ບ່ອນ​ທີ່​ທ່ານ​ນາງ​ຈ​ະໄດ້ພົບ ​ກັບ​ຄອບຄົວ​ຂອງ​ທ່ານ​ນາງ​ ລຸນຫຼັງທີ່​ໄດ້​ອອກ​ຈາກ​ອັງກິດ​ໄປ​ເປັນ​ເວລາເກືອບ​ 25 ປີ​ແລ້ວ.

ທ່ານ​ນາງອອງຊານ ​ຊູ​ຈີ ຜູ້ທີ່​ເຄີຍ​ໄດ້​ຮັບ​ລາງວັນ​ໂນ​ແບ​ລ ​ທີ່​ຫາ​ກໍ​ມີ​ອາຍຸ​ຄົບ 67 ປີໃນວັນອັງຄານ​ມື້​ນີ້ ຈະ​ປະກອບສ່ວນເຂົ້າ​ຮ່ວ​ມ​ໃນການ​ສົນທະນາ​ຫາລືທີ່ສະ​ຖາ​ບັນເສດຖະກິດ ກ່ອນ​ຈະ​ໄປ​ຮ່ວມ​ການ​ພົບ​ປະ​ສັງ​ສັນ​ກັບ​ຄອບຄົວ​ຂອງທ່ານ​ນາງ ທີ່​ເມືອງ Oxford.

ທ້າ​ຍ​ສັບປະດາ​ນີ້ ທ່ານ​ນາງ ອອງຊານ ຊູ​ຈີ ຈະ​ໄດ້​ກ່າວ​ຄໍາ​ປາ​ໄສ​ຕໍ່ສະພາ​ທັງ​ສອງຂອງ ​ອັງກິດທີ່​ກຸງ​ລອນ​ດອນ ອັນເປັນກຽດຊຶ່ງ​ຕາມ​ປົກກະຕິ​ແລ້ວ​ມອບ​ໃຫ້ແກ່ແຂກຜູ້​ມີ​ກຽດຊາວ​ຕ່າງປະ​ເທດທີ່​ສຳຄັນໆ​ເທົ່າ​ນັ້ນ.

ທ່ານ​ນາງເຄີຍ​ພຳນັກ​ແລະ​ສຶກສາ​ຢູ່​ທີ່​ອັງກິດເປັນ​ເວລາ​ຫຼາຍໆ​ປີກ່ອນ​ທີ່​ຈະ​ກັບຄືນ ເມືອບ້ານ​ເກີດ​ເມືອງ​ນອນ ​ໃນ​ປີ 1988 ​ເພື່ອ​ໄປ​ຮັກສາ​ດູ​ແລມານ​ດາ​ຂອງ​ທ່ານ​ນາງ ທີ່​ໄດ້​ລົ້ມ​ປ່ວຍ​ນັ້ນ. ທ່ານ​ນາງ​ໄດ້ກາຍ​ເປັນ​ຜູ້​ນໍາຂະ​ບວນການເພື່ອ​ປະຊາ ທິປະໄຕ​ໃນມຽນມາ​ ແລະ​ກໍ​ໄດ້​ໃຊ້ເວລາ​ສ່ວນ​ໃຫຍ່​ໃນ​ໄລຍະ 2 ທົດ​ສະ​ວັດຕໍ່​ມາ ຖືກ​ກັກ​ບໍລິ​ເວນ​ ​ໂດຍ​ພວກ​ທະຫານ​ ທີ່ປົກຄອງ​ປະ​ເທດ​ມຽນມານັ້ນ.

ກຸງ​ລອນ​ດອນແມ່ນ​ບ່ອນ​ຢຸດ​ແວ່​ຫລ້າ​ສຸດ ​ໃນການ​ເດີນທາງຢ້ຽມຢາມ​ຢູ​ໂຣບ​ເປັນ​ເວລາ 17 ວັນ​ຂອງທ່ານ​ນາງ ອອງຊານ ຊູ​ຈີ ບ່ອນ​ທີ່​ທ່ານ​ນາງໄດ້​ຮັບ​ການ​ຕອບ​ຮັບຢ່າງ​ອົບ​ອຸ່ນ​ຈາກ​ຝູງ​ຊົນຈຳນວນ​ຫຼາຍພັນ​ຄົ​ນຜູ້​ທີ່ມີ​ຄວາມ​ສັດທາ​ແລະ​ມອງເຫັນ ວ່າ ທ່ານ​ນາງ​ຄື​ຜູ້ນຳ​ໃນ​ການ​ຕໍ່ສູ້​ເພື່ອ​ສິດທິ​ມະນຸດນັ້ນ.

XS
SM
MD
LG