ຊາວບ້ານຢູ່ໃນ ໄນຈີເຣຍ ກ່າວວ່າ ພວກທີ່ສົງໄສເປັນກຸ່ມຫົວຮຸນ
ແຮງອິສລາມ ໄດ້ເປີດສາກຍິງປືນໃສ່ເຈົ້າໜ້າທີ່ຕໍາຫລວດແລະ
ພົນລະເຮືອນ ຢູ່ທີ່ເມືອງແຫ່ງນຶ່ງ ທາງພາກຕາເວັນອອກສຽງ
ເໜືອຂອງປະເທດ ເຮັດໃຫ້ມີຜູ້ເສຍຊີວິດ ຢ່າງໜ້ອຍ 11 ຄົນ.
ບັນດາຜູ້ເຫັນເຫດການ ກ່າວວ່າ ພວກມືປືນໄດ້ໂຈມຕີເມືອງ
Damboa ຢູ່ໃນລັດ Borno ໃນຕອນແລງຂອງວັນພະຫັດຜ່ານ
ມາ ໂດຍໄດ້ຍິງປືນໃສ່ຜູ້ຄົນແລະຈູດເຜົາເຮືອນຊານ.
ໃນຕອນຕົ້ນອາທິດ ພວກທີ່ສົງໄສເປັນກຸ່ມຫົວຮຸນແຮງອິສລາມ ໄດ້ໂຈມຕີວັດມຸສລິມ ແລະອ້ອມບ້ານເຮືອນຂອງປະຊາຊົນ ຢູ່ທີ່ເມືອງ Konduga ໃນລັດ Borno ຄືກັນ ໂດຍໄດ້ສັງຫານຢ່າງໜ້ອຍ 47 ຄົນ.
ຍັງບໍ່ທັນມີກຸ່ມໃດ ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີດັ່ງກ່າວ ແຕ່ເຈົ້າໜ້າທີ່ສົງໄສວ່າ ເປັນນໍ້າມືຂອງກຸ່ມອິສລາມຫົວຮຸນແຮງ Boko Haram ທີ່ຢູ່ເບື້ອງຫລັງການກໍ່ຄວາມຮຸນແຮງເຫຼົ່ານີ້.
ກຸ່ມ Boko Haram ໄດ້ອ້າງເອົາຄວາມຮັບຜິດຊອບ ໃນການໂຈມຕີຄັ້ງກ່ອນໆ ໃນພາກຕາເວັນອອກສຽງເໜືອຂອງໄນຈີເຣຍ ຮວມທັງວັດມຸສລິມຈໍານວນນຶ່ງ ທີ່ບັນດາອາຈານ ພາກັນປະນາມພວກນັບຖືສາສະໜາແບບຮຸນແຮງຈັດ.