ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້​ຕ້ອງ​ສົງ​ໄສ​ທຳ​ການ​ຮົ່ວ​ໄຫຼ​ເອ​ກະ​ສານ​ລັບ ຍັງ​ຄົງ​ຖືກ​ຂັງ​ໃນ​ຄຸກ


ພາບ​ແຕ້ມ​ຢູ່​ໃນ​ຫ້ອງ​ສານ​ສະ​ແດງ​ໃຫ້​ເຫັນ​ທະ​ຫານ​ພິ​ທັກ​ອາ​ກາດ​ແຫ່ງ​ຊາດລັດ ແມ​ສ​ຊາ​ຈູ​ເຊັດ​ສ໌ ທ້າວ ແຈັກ ເທ​ເຊ​ຣາ, ເສ​ື້ອ​ສີ​ສົ້ມ, ປາ​ກົດ​ຕົວ​ໃນ​ສານ​ປະ​ຈຳ​ເຂດ ສະ​ຫະລັດ ໃນ​ນະ​ຄອນ ບອ​ສ​ຕັນ, ລັດ ແມ​ສ​ຊາ​ຈູ​ເຊັດສ໌, 19 ເມ​ສາ 2023.
ພາບ​ແຕ້ມ​ຢູ່​ໃນ​ຫ້ອງ​ສານ​ສະ​ແດງ​ໃຫ້​ເຫັນ​ທະ​ຫານ​ພິ​ທັກ​ອາ​ກາດ​ແຫ່ງ​ຊາດລັດ ແມ​ສ​ຊາ​ຈູ​ເຊັດ​ສ໌ ທ້າວ ແຈັກ ເທ​ເຊ​ຣາ, ເສ​ື້ອ​ສີ​ສົ້ມ, ປາ​ກົດ​ຕົວ​ໃນ​ສານ​ປະ​ຈຳ​ເຂດ ສະ​ຫະລັດ ໃນ​ນະ​ຄອນ ບອ​ສ​ຕັນ, ລັດ ແມ​ສ​ຊາ​ຈູ​ເຊັດສ໌, 19 ເມ​ສາ 2023.

ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ສູງ ສະ​ຫະ​ລັດ ໄດ້​ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ ການ​ຮົ່ວ​ໄຫຼ​ຂອງ​ບັນ​ທຶກຄວາມ​ລັບ​ທາງ​ທະ​ຫານ​ລະ​ດັບ​ສູງ​ໂດຍ​ສະ​ມາ​ຊິກ​ຂອງ​ໜ່ວຍ​ພິ​ທັກ​ອາ​ກາດ​ແຫ່ງ​ຊາດ ສະ​ຫະ​ລັດ ອາ​ຍຸ 21 ປີ ຄວນ​ກະ​ຕຸ້ນ​ໃຫ້​ເກີດ​ການ​ປະ​ເມີ​ນ ຜົນ​ທີ່​ຈິງ​ຈັງ ກ່ຽວ​ກັບ ຂັ້ນ​ຕອນ​ດ້ານ​ຄວາມ​ປອດ​ໄພ​ໃນສະ​ຫະ​ລັດ.

ຜູ້​ຕ້ອງ​ສົງ​ໄສ, ທ້າວ ແຈັກ ເທ​ເຊ​ຣາ, ຖືກ​ຈັບ​ເມື່ອ​ອາ​ທິດ​ທີ່​ຜ່ານ​ມາ​ໂດຍ​ບັນ​ດາ​ເຈົ້າ​ໜ້າ​ທີ່ FBI ທີ່​ພົກ​ພາອາ​ວຸດ​ຢ່າງ​ໜັກ​ຢູ່ເຮືອນແມ່​ຂອງ​ລາວ​ໃນ​ເມືອງ ດາຍ​ຕັນ (Dighton) ລັດແມັ​ສ​ຊາ​ຈູ​ເຊັດ​ສ໌. ລາວ​ກຳ​ລັງ​ປະ​ເຊີນ​ກັບ​ຂໍ້​ກ່າວ​ຫາ ກ່ຽວ​ກັບ ການ​ຮົ່ວ​ໄຫຼ​ເອ​ກະ​ສານ​ທີ່​ວ່າ​ນັ້ນ​ ໃຫ້​ກຸ່ມ​ໝູ່​ຂອງ​ລາວ​ໃນ​ເວັບ​ໄຊ້​ຫຼິ້ນ​ເກມ ແລະ ຍັງ​ຄົງ​ຢູ່​ໃນ​ຄຸກ​ໃນ​ວັນ​ພຸດ​ວານນີ້. ກຳ​ນົດ​ການ​ຮັບຟັງ​ຄະ​ດີກ່ຽວ​ກັບ​ການ​ກັກ​ຂັງ​ຂອງ​ລາວ​ແມ່ນ​ຖືກ​ເລື່ອນ​ອອກ​ໄປ​ສອງ​ອາ​ທິດ.

ສະ​ມາ​ຊິກ​ສະ​ພາ​ສູງ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ທ່ານ ຣິ​ເຈີດ ບ​ລູ​ເມັນ​ຕໍ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວຫຼັງ​ຈາກກອງ​ປະ​ຊຸມ​ລາຍ​ງານ​ລັບ​ ກ່ຽວ​ກັບ ການ​ຮົ່ວ​ໄຫຼດັ່ງ​ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ “ມັນ​ມີຫຼາຍ​ຄົນ​ໂພດ​ທີ່​ສາ​ມາດ​ເຂົ້າ​ຫາ​ຂໍ້​ມູນຫຼາຍ​ໂພດ ໂດຍ​ປາ​ສະ​ຈາກ​ສິ່ງ​ປ້ອງ​ກັນ ແລະ ການ​ຮັກ​ສາ​ຄວາມ​ປອດ​ໄພ.”

ສະ​ມາ​ຊິກ​ສະ​ພາ​ສູງ​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ທ່ານ ຈອນ ເຄັນ​ເນ​ດີ, ທີ່​ລົມ​ກັບ​ບັນ​ດາ​ນັກ​ຂ່າວ​ຢູ່ກອງ​ປະ​ຊຸມ​ລາຍ​ງານ​ໄດ້​ຕັ້ງ​ຄວາມ​ຖາມ​ຫຼາຍກວ່າ​ຄຳ​ຕອບ​ວ່າ “ຖ້າ​ເຈົ້າ​ຈະ​ໃຫ້​ຄົນ​ໃດ​ຄົນ​ນຶ່ງ​ທີ່​ມີຄວາມ​ຮູ້​ສຶກ​ທີ່​ເປັນ​ຜູ້​ໃຫຍ່ລະ​ດັບນີ້, ສາ​ມາດ​ເຂົ້າ​ຫາ​ຂໍ້​ມູນ, ເປັນ​ຫຍັງ​ພວກ​ເຮົາ​ຄືບໍ່​ໃຊ້​ເທັກ​ໂນ​ໂລ​ຈີ​ເພື່ອ​ຢຸດ​ລາວ​ບໍ່​ໃຫ້ລາວ ​ເຜີຍ​ແຜ່​ມັນໄດ້?

ທ້າວ ເທ​ເຊ​ຣາ ແມ່ນ​ມີ​ກຳ​ນົດໄປ​ໃຫ້ຄຳ​ໃຫ້​ການ​ໃນ​ສານ​ຢູ່​ນະ​ຄອນບອ​ສ​ຕັນ ໃນ​ວັນ​ພຸດ​ວານນີ້. ການ​ໃຫ້​ການ​ດັ່ງ​ກ່າວ​ແມ່ນ​ມີ​ຈຸດ​ປະ​ສົງ​ທີ່​ຈະ​ພິ​ຈາ​ລະ​ນາ​ວ່າ​ລາວ​ຄວນ​ຖືກ​ກັກ​ຂັງ​ໃນ​ຂະ​ນະ​ທີ່​ກຳ​ລັງ​ລໍ​ຖ້າ​ການ​ດຳ​ເນີນ​ຄະ​ດີ​ໃນ​ສອງ​ຂໍ້​ກ່າວ​ຫາ ກ່ຽວ​ກັບ ການ​ອັດ ແລະ ນຳ​ເອົາ​ເອ​ກະ​ສານ​ລັບ​ອອກ​ໄປ​ຈາກ​ຖານ​ທັບ​ອາ​ກາດ ເຄບ​ຄອດ (Cape Cod) ຫຼືບໍ່ ບ່ອນ​ທີ່​ລາວ​ໄດ້​ເຮັດ​ວຽກແລ້ວ​ໄດ້​ສົ່ງ​ມັນ​ໄປ​ໃຫ້​ໝູ່​ຂອງ​ລາວ​ຢູ່​ເວັບ​ໄຊ້​ສື່​ສັງ​ຄົມ Discord, ເຊິ່ງ​ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ​ເພື່ອ​ເຮັດ​ໃຫ້​ເຂົາ​ເຈົ້າ​ພູມ​ໃຈ ກ່ຽວ​ກັບ ການ​ສາ​ມາດ​ເຂົ້າ​ຫາ​ວັດ​ຖຸ​ທີ່​ລະ​ອຽດ​ອ່ອນ​ຂອງ​ລາວ ແລະ ບອກ​ໃຫ້​ເຂົາ​ເຈົ້າ​ຮູ້ ກ່ຽວ​ກັບ ສົງ​ຄາມ ຣັດ​ເຊຍ ໃນ ຢູ​ເຄ​ຣນ.

ບັນ​ດາ​ນັກ​ສືບ​ສວນ​ສອບ​ສວນ​ກ່າວ​ວ່າ ເຂົາ​ເຈົ້າ​ເຊື່ອ​ວ່າ​ທ້າວ ເທ​ເຊ​ຣາ ໄດ້​ສົ່ງ​ຕໍ່​ເອ​ກະ​ສານ​ດັ່ງ​ກ່າວ​ໃຫ້​ໝູ່​ຂອງ​ລາວ​ທີ່​ຖືກ​ເຊື່ອ​ວ່າ​ເຂົາ​ເຈົ້າ​ຈະ​ບໍ່​ແຈກ​ຢາຍ​ມັນ​ຕໍ່​ໄປ. ແຕ່​ນຶ່ງ​ໃນ​ໝູ່​ຂອງ​ລາວ​ໄດ້​ເອົາ​ວັດ​ຖຸ​ດັ່ງ​ກ່າວ​ລົງ​ໃຫ້​ຜູ້​ຊົມ​ທີ່ກວ້າງ​ຂວາງ​ເບິ່ງ, ແລະ ເອ​ກະ​ສານ​ນັ້ນ​ກໍ​ຖືກ​ແຜ່​ກະ​ຈາຍ​ໄປ​ທົ່ວ​ໂລກ​ໃນ​ເວັບ​ໄຊ້​ສື່​ສັງ​ຄົມ​ຕ່າງໆ​ຢ່າງວ່ອງ​ໄວ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG