ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຊາວມຸສລິມ ທີ່ຖືກກັກໂຕໄວ້ ຢູ່ໄທ ບໍ່ຍອມບອກວ່າ ເຂົາເຈົ້າມາຈາກໃສ (ວີດີໂອ ພາສາລາວ/ອັງກິດ)


Suspected Uighur Asylum Seekers Staying Mum in Thai Detention
please wait

No media source currently available

0:00 0:02:12 0:00

ເບິ່ງວີດີໂອ ກ່ຽວກັບລາຍງານນີ້.

ຢູ່​ພາກ​ໃຕ້​ຂອງ​ໄທ ​ເຈົ້າ​ໜ້າ​ທີ່​ໄດ້​ກັກ​ໂຕ ຊາວ​ມຸສລິ​ມປະມານ
200 ຄົນ​ທີ່​ເຂົ້າ​ເມືອງ​ມາ ​ໂດຍ​ທີ່​ຍັງບໍ່​ຮູ້​ວ່າ ​ເຂົາ​ເຈົ້າ​ແມ່ນ​ໃຜ
ມາ​ຈາກ​ໃສ ​ເພາະ​ເຂົາ​ເຈົ້າ​ບໍ່​ຍອມ​ບອກ ພຽງ​ແຕ່​ເວົ້າ​ວ່າ​ເຂົາ​
ເຈົ້າ​ຕ້ອງການ​ໄປ​ຕັ້ງ​ຖິ່ນ​ຖານ​ຢູ່​ປະ​ເທດ​ເທີ​ກີ. ຫລາຍໆ​ຄົນ​ສົງ
ໄສ​ວ່າ ​ເຂົາ​ເຈົ້າ​ເປັນ​ມຸສລິ​ມວີ​ເກີ້ ມາ​ຈາກ​ຈີນ ​ແລະ​ພວກ​ກຸ່ມ
​ສິດທິ​ກໍ​ກຳລັງ​ກົດ​ດັນ​ເຈົ້າ​ໜ້າ​ທີ່​ໄທ ບໍ່​ໃຫ້​ສົ່ງ​ເຂົາ​ເຈົ້າ​ກັບໄປ​
ຈີນ ຂະນະ​ທີ່​ທາງ​ການ​ໄທ​ກໍກຳລັງ​ພະຍາຍາມ​ຊອກ​ຮູ້​ວ່າ
ເຂົາເຈົ້າແມ່ນ​ພວກ​ໃດ ​ແລະ​ຄວນ​ຈະ​ສົ່ງ​ເຂົາ​ເຈົ້າ​ຕໍ່​ໄປ​ໃສ.
ດາຣາມີ​ລາຍ​ລະອຽດ ຈາກ​ລາຍງານ​ທີ່ Steve Sandford
ນັກ​ຂ່າວ​ວີ​ໂອ​ເອ ສົ່ງ​ມາ​ຈາກ​ຫາດ​ໃຫຍ່ ປະ​ເທດ​ໄທ.

ເບິ່ງວີດີໂອລາຍງານນີ້ ເປັນພາສາລາວ:

ຢູ່​ຫາດ​ໃຫຍ່ ພາກ​ໃຕ້​ຂອງ​ປະ​ເທດ​ໄທ ​ເກ​ມລໍຖ້າ​ຍັງ​ດຳ​ເນີນ​ສືບ​ຕໍ່​ມາ ສຳ​ຫລັບຊາວ​ມຸສລິ​ມ
ກຸ່ມ​ນຶ່ງ​ ທີ່ລັກລອບ​ເຂົ້າ​ເມືອງ​ມາ ອ້າງ​ວ່າ​ມີ​ເຊື້ອສາຍ​ເທີ​ກີ​ ​ແລະ​ຖືກເຈົ້າ​ໜ້າ​ທີ່​ໄທ​ກັກ​ໂຕ​ໄວ້ ​
ໃນ​ຂະນະ​ທີ່​ປະຊາ​ຄົມມຸສລິ​ມ​ທ້ອງ​ຖິ່ນ ພາກັນ​ສະໜອງ​ການ​ຊ່ວຍ​ເຫລືອ​ໃຫ້​ເຂົາເຈົ້າ.

ບໍ່​ຄື​ກັບ​ພວກ​ມຸສລິ​ມ​ໂຣຮິງ​ຢາ ຈຳນວນ​ຫລາຍ​ພັນຄົນ ​ທີ່​ເດີນທາງມາ​ທາງ​ເຮືອ ຫລົບ​ໜີ​
ການ​ປະ​ຫັດ​ປະຫານ​ຢູ່​ໃນ​ມຽນມາ ປະກົດ​ວ່າ​ຄົນ​ກຸ່ມ​ນີ້​ໄດ້​ຈ້າງ​ພວກ​ລັກລອບ​ຄ້າ​ມະນຸດ ​
ໃຫ້​ພາ​ເຂົາ​ເຈົ້າ​ຫລົບໜີ​ມາ ​ທາງບົກ.


ພວກ​ກຸ່ມ​ສິດ​ທິສົງ​ໄສ​ວ່າ ​ເຂົາ​ເຈົ້າ​ເປັນ​ຊາວ​ວີ​ເກີ້ ທີ່​ຫລົບ​ໜີມາ​ຈາກ​ເຂດ​ຊິນ​ຈຽງ ທາງ​
ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ ບ່ອນ​ທີ່​ພວກ​ຊົນ​ເຜົ່າ​ພື້ນ​ເມືອງ​ໄດ້​ພາກັນ​ຈົ່ມ​ວ່າ ມາ​ດົນ​ນານ​ ກ່ຽວ​ກັບ​ການຈຳ​ແນ​ກກີດ​ກັນ​ ແລະ​ການ​ກົດ​ຂີ່​ທາງ​ສາສະໜາ​ຂອງ​ພວກ​ເຈົ້າ​ໜ້າ​ທີ່​ຈີນ
ຕໍ່​ເຂົາ​ເຈົ້າ.

​ແຕ່​ວ່າ ຊາວ​ມຸສລິ​ມ​ກຸ່ມ​ນີ້​ບໍ່​ເຕັມ​ໃຈ​ທີ່​ຈະ​ບອກ​ຫຍັງ​ເລີຍ ອິງ​ຕາມທ່ານ Ismail Mat-
Adam ຫົວໜ້າສະມາຄົມຊາດອິສລາມ​ແຫ່ງ​ປະ​ເທດໄທ​ ທີ່​ສາມາດ​ສື່ສານ​ໄດ້​ກັບບາງ​ຄົນ ​
ໂດຍ​ໃຊ້​ພາສາ​ອາຫຣັບພື້ນ​ເມືອງ. ທ່ານ Mat-Adam ​ເວົ້າ​ວ່າ:

“ພວກ​ເຮົາສື່​ສານ​ກັບ​ເຂົາ​ເຈົ້າ ​ໂດຍ​ຜ່ານ​ນາຍ​ພາສາ ​ແລະ​ຮູ້​ວ່າ ​ເຂົາ​ເຈົ້າ​ຢາກ
​ໄປ​ປະ​ເທດ​ເທີ​ກີ. ​ເຂົາ​ເຈົ້າບໍ່ຍອມ​ໃຫ້​ຂໍ້​ມູນຫຍັງ​ຕື່ມ​ອີກ​. ພວກ​ເຮົາ​ຢ້ານ​ວ່າ ​
ເຂົາ​ເຈົ້າ​ກຳລັງກັກຂໍ້​ມູນ​ໄວ້​ຈາກ​ກພວກ​ເຮົາ. ມັນ​ເປັນ​ເຫດຜົນ​ທີ່​ພວກ​ເຂົາ​ເຈົ້າ
​ບໍ່​ສະ​ດວກ​ໃຈ ທີ່​ຈະ​ລົມ​ນຳ​ພວກ​ເຮົາ.”


ການ​ຮັກສາ​ຄວາມ​ປອດ​ໄພ​ແມ່ນ​ເຄ່ງ​ຄັດ ຢູ່​ບ່ອນ​ພັກ​ເຊົາ​ທີ່​ແມ່ຍິງ​ກັບ​ເດັກນ້ອຍ ຈຳນວນ
150 ຖືກ​ກັກໄວ້ຕ່າງຫາກ ​ແຍກ​ຈາກ​ພວກ​ຜູ້​ຊາຍ. ​

ໃນ​ຂະນະ​ທີ່​ພວກນາຍ​ພາສາ​ກັບ​ພວກ​ພະນັກງານຊ່ວຍ​ເຫລືອ ກຳລັງ​ພະຍາຍາມຫາ​ທາງ​ໃຫ້​ເຂົ້າ​ໃຈ​ເລື້ອງ​ລາວ​ກ່ຽວ​ກັບ​ອົບ​ພະ​ຍົບພວກ​ນີ້ຢູ່​ນັ້ນ ​ເຈົ້າ​ໜ້າ​ທີ່​ຈາກ​ປະ​ເທດ​ຈີ​ນ
ກັບ​ເທີ​ກີ ກໍ​ໄດ້​ໄປ​ຢ້ຽມຢາມ ​ເພື່ອຊ່ວຍ​ເຫລືອ​ເຈົ້າ​ໜ້າ​ທີ່​ກຳກັບ​ນຳ​ຄົນເຂົ້າ​ເມືອງ​ຂອງໄທ. ​

ແຕ່​ສຳ​ຫລັບ​ທີ່​ປຶ​ກສາ​ເອກ ​ຂອງ​ສະຖານທູດ​ເທີ​ກີປະຈຳ​ໄທ ທ່ານ Ahmet Idem Akay ນັ້ນ ຈຸດ​ເພັ່ງ​ເລັງ​ຂອງ​ເພິ່ນ​ແມ່ນ​ການ​ຄ້ຳປະກັນ ​ໃຫ້​ຄົນ​ພວກ​ນີ້​ໄດ້​ຮັບການ​ດູ​ແລ​ເບິ່ງແຍງ
​ຢ່າງ​ຖືກຕ້ອງ​ເໝາະ​ສົມ ຫລາຍ​ກ່ວາ​ການ​ພິສູດ​ວ່າ​ ພວກ​ເຂົາ​ເຈົ້າ​ແມ່ນ​ໃຜ​ ​ມາ​ຈາກ​ໃສ. ທ່ານ Ahmet Idem Akay ​ເວົ້າ​ວ່າ:


“ມີ​ຫລາຍ​ກ່ວາ 200 ຄົນ​ຢູທີ່​ນີ້. ຫລາຍ​ກ່ວາ​ເຄິ່ງນຶ່ງ​ກໍ​ແມ່ນ​ເດັກນ້ອຍ ອາຍຸ​
ບໍ່​ຮອດ 18 ປີ​ຊ້ຳ. ​ເດັກ​ເລັກ​ເດັກ​ແດງ​ກໍ​ມີ​ຫລາຍ ​ແມ່​ມານ​ກໍ​ມີ.”


ຂະນະ​ດຽວ​ກັນ ​ເອກ​ອັກຄະ​ລັດຖະທູດ​ຈີນ ​ກັບ​ທີ​ມຮັກສາ​ຄວາມ​ປອດ​ໄພ​ຄະນະ​ນຶ່ງ ກໍໄດ້​
ໄປ​ຢ້ຽມຢາມ​ບ່ອນ​ກັກ​ກັນ​ພວກ​ຜູ້​ຊາຍ ​ເປັນ​ເວລາ​ສັ້ນໆ.

ບັນດາ​ກຸ່ມ​ສິດທິຢ້ານ​ວ່າ ຖ້າ​ຫາກ​ມີ​ການ​ລະບຸ​ວ່າ ຄົນ​ກຸ່ມນີ້​ເປັນ​ຊາວ​ວີ​ເກີ້​ແລ້ວ ພວກ​ເຂົາ​ເຈົ້າ​ກໍ​ແມ່ນ​ສາມາດປະສົບ​ກັບ​ການ​ຖືກ​ລົງ​ໂທດ​ໄດ້ ຖ້າ​ຫາກວ່າ​ເຂົາ​ເຈົ້າ​ຖືກ​ສົ່ງ​ກັບ​ຄືນ​ໄປ​ຈີນ. ​ທ່ານ Zhang Yimin ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ໄທ ກ່າວ​ວ່າ ການ​ຢ້ຽມຢາມ​ຂອງ​ທ່ານ​ແມ່ນ​ການກະທໍາ ​ທີ່ສະ​ແດງ​ເຖິງ​ເຈດ​ຕະນາ​ດີ. ທ່ານ Zhang ເວົ້າ​ວ່າ:

“ພວກ​ເຮົາບໍ່​ຕ້ອງການ​ໃຫ້​ປະ​ເທດ​ອື່ນ​ໃດ ​ເຂົ້າມາ​ແຊກ​ແຊງໃນທຸລະ​ກິດ​ຂອງ
​ພວກ​ເຮົາ. ພວກ​ເຮົາ​ຄວບ​ຄຸມ​ມັນ​ໄດ້. ປະ​ເທດ​ອື່ນໆພຽງ​ແຕ່​ພະ​ຍາ​ຍາມ​ຈະ​
ກົດ​ດັນ​ບັນ​ຫາ​ນີ້ ​ເພື່ອໃຫ້ສາມາດ​ນຳ​ໃຊ້​ມັນ​ໄດ້​ ເພື່ອ​ເຫດຜົນ​ທາງ​ການ​ເມືອງ​
ເທົ່າ​ນັ້ນ.”


ໃນ​ລະຫວ່າງ​ນີ້ ພວກ​ຊາວ​ມຸສລິ​ມທີ່​ຖືກ​ກັກໂຕໄວ້​ນັ້ນ ກໍ​ປະ​ເຊີນ​ໜ້າ​ກັບ​ອະນາຄົດ​ທີ່​ບໍ່​
ຮູ້​ວ່າ​ຈະ​ເປັນ​ແນວ​ໃດ ​ຮ່ວມ​ກັບຊາວໂຣຮິງ​ຢາ ​ແລະ​ພວກ​ຊອກ​ລີ້​ໄພຄົນ​ອື່ນໆອີກ ​ທີ່​ມີ
ຈຳ​ນວນ​ຫລາຍ​ຂຶ້ນ​ນັບ​ມື້ ​ແລະ​ດຳລົງ​ຊີວິດ​ຢູ່​ໃນ​ສະພາບ​ທີ່ບໍ່​ມີ​ຄວາມ​ແນ່ນ​ອນ ຢູ່​ໃນ​ປະ​
ເທດ​ໄທ​ນັ້ນ.
XS
SM
MD
LG