ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຕ້ອງສົງໄສ ທີ່ຈົງຮັກພັກດີ ຕໍ່ກຸ່ມຕາລີບານ ສັງຫານຕຳຫຼວດ ອັຟການິສຖານ 8 ຄົນ


ເມືອງ Maimana ແຂວງ Faryab ປະເທດ Afghanistan.
ເມືອງ Maimana ແຂວງ Faryab ປະເທດ Afghanistan.

ເຈົ້າໜ້າ​ທີ່​ໃນ​ພາກ​ຕ​າ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ອັຟກາ​ນິສຖານ ກ່າວ​ວ່າ ບຸກຄົນ​ທີ່​ສົງ​ໄສ​ວ່າ​ເປັນ​ພວກ​ກະບົດຕາ​ລີ​ບານ ​ໄດ້​ສັງຫານ​ຕຳຫຼວດຢ່າງ​ໜ້ອຍ 8 ຄົນ ບໍ່ເທົ່າ​ໃດ​ມື້ຫລັງ​ຈາກ​ໄດ້​ສວາ​ມີ​ພັກ ​ແລະ​ເຂົ້າ​ຮ່ວມ​ກຳລັງ​ຕຳຫຼວດ.

ການ​ສັງຫານ​ໝູ່​ໃນ​ຄືນ​ແລ້ວນີ້ ມີ​ຂຶ້ນທີ່​ປ້ອມ​ຕຳຫຼວດ​ແຫ່ງ​ນຶ່ງ ​ໃນ​ເມືອງ Alma ​ແຂວງ Faryab.​ໂຄສົກ​ຂອງ​ຕຳຫຼວດ​ໃນ​ເຂດ​ດັ່ງກ່າວ ທ່ານ Karim Yorosh ກ່າວ​ຕໍ່​ວີ​ໂອ​ເອ​ໃນ ວັນ​ສຸກ​ມື້ນີ້ວ່າ ຄົນ​ຮ້າຍ​ໄດ້​ເກັບ​ເອົາ​ອາວຸດ​ແລະ​ລູກປືນ​ທັງ​ໝົດ​ ກ່ອນ​ທີ່​ຈະ​ຫລົບໜີ​ໄປ. ​ ໂຄສົກ​ກ່າວ​ຕື່ມ​ວ່າ ພວກ​ເຄາະ​ຮ້າຍ​ສ່ວນ​ໃຫຍ່ ​ແມ່ນ​ເປັນ​ສະມາຊິກ​ໃນ ຄອບຄົວ​ດຽວ​ກັນ.

ມີ​ລາຍ​ງານ​ວ່າ ​ນັກ​ລົບຕາ​ລີ​ບານ​ຄົນ​ນີ້ ​ໄດ້​ເຂົ້າ​ມາ​ສວາ​ມີ​ພັກ​ຕໍ່​ຕຳຫຼວດ​ໃນ​ເຂດທ້ອງ​ຖິ່ນ
ເມື່ອ 15 ມື້ກ່ອນ ​ແລະ​ໄດ້​ກັບ​ຄືນ​ໄປ​ຮ່ວມ​ຖັນ​ແຖວ​ຂອງ​ພວກ​ກະບົດ ອີກ ຫລັງ​ຈາກ​ທຳ​ການ​ໂຈມ​ຕີ​ແລ້ວ.

​ເຈົ້າ​ເມືອງ Mohammad Saleh Saleh ກ່າວ​ຕໍ່​ໂທລະພາບ TOLO ວ່າ ຄົນ​ຮ້າຍ​ໄດ້​ວາງຢາ​ເບື່ອຕໍ່​ເຈົ້າໜ້າ​ທີ່ ກ່ອນ​ທີ່ຈະ​ໃຊ້​ປືນ​ຍິງ​ພວກ​ເຂົາ​ເຈົ້າ.

​ພວກ​ກະບົດ​ຕາ​ລີ​ບານ ປະຕິບັດ​ງານ​ຢູ່​ໃນ​ຫລາຍໆ​ເຂດ​ ຂອງ​ແຂວງ Faryab ​ແລະ​ເມື່ອ​ໄວໆ​ມານີ້ ​ໄດ້​ບຸກ​ໂຈມ​ຕີຄັ້ງສຳຄັນຕໍ່​ເມືອງ​ Maimana ຊຶ່​ງ​ເປັນ​ເມືອງ​ເອກ​ຂອງ​ແຂວງ ​ເພື່ອ​ພະຍາຍາມ​ຈະ​ເຂົ້າຍຶດ​ເອົາ. ​ແຕ່​ກຳລັງ​ຮັກສາ​ຄວາມ​ສະ ຫງົບ​ຂອງ​ອັຟກາ​ນິສຖານ ​ໄດ້​ເອົ​າຊະນະ​ການ​ພະຍາຍາມ​ດັ່ງກ່າວ ​ໂດຍ​ບັງ​ຄັບ ​ໃຫ້​ພວກ​ກະບົດ​ລ່າ​ຖອຍ​ໄປຫາ​ບ່ອນ​ຫລົບ​ລີ້ທີ່ຢູ່​ໃກ້ຄຽງ.

ກຳລັງ​ຮັກສາ​ຄວາມ​ສະຫງົບ​ອັຟກາ​ນິສຖານ​ໄດ້​ຮັບ​ບາດ​ເຈັບ​ລົ້ມຕາຍ​ຫລາຍ​ເປັນ​ປະຫວັດ​ການ ​ໃນ​ລະຫວ່າງ​ການ​ສູ້​ລົບ ​ກັບ​ພວກ​ກະບົດ​ຕາ​ລີ​ບານ ໃນ​ປີ​ກາຍ​ນີ້ ​ໂດຍ​ມີ​ຜູ້​ເສຍ​ຊີວິດ​ທັງ​ໝົດປະມານ 7,000 ຄົນ ​ໃນ​ຂະນະ​ທີ່ 11,000 ກວ່າ​ຄົນ ​ໄດ້​ຮັບ​ບາດ​ເຈັບ ອີງ​ຕາມ​ກອງທັບ​ສະຫະລັດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG