ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຕ້ອງສົງໄສ ວາງລະເບີດ ສະຫຼະຊີບ​ ໂຈມຕີວັດອິສລາມ ຢູ່ ບັງກລາແດັສ


ພວກຜູ້ຊາຍ ພາກັນຫາມສົບຜູ້ຕ້ອງສົງໄສ ອອກໄປຈາກວັດ.
ພວກຜູ້ຊາຍ ພາກັນຫາມສົບຜູ້ຕ້ອງສົງໄສ ອອກໄປຈາກວັດ.

ຜູ້​ຕ້ອງ​ສົງ​ໄສ ​ເປັນ​ຜູ້​ໂຈມ​ຕີດ້ວຍ​ລະ​ເບີດ​ສະຫຼະຊີບ ​ໄດ້​ບີບ​ຄະ​
ນວນ​ລະ​ເບີດ​ໃຫ້ແຕກ​ຂຶ້ນ​ໃນ​ລະຫວ່າງ​ພິທີ​ສວດ​ມົນ​ພາວະນາ
ທີ່​ວັດ​ອິສລາມ​ແຫ່ງ​ນຶ່ງ​ໃນ​ພາກ​ເໜືອບັງ​ກລາ​ແດັສ​ ​ໂ​ດຍ​ໄດ້​ສັງ
ຫານ​ຜູ້ກ່ຽວເອງ ​ແລະ​ເຮັດ​ໃຫ້​ມີ​ຜູ້​ບາດ​ເຈັບ​ສິບ​ກວ່າ​ຄົນ.

ເຈົ້າໜ້າ​ທີ່​ສືບສວນ ​ກ່າວ​ວ່າ ເຫດ​ລະ​ເບີດ​ດັ່ງກ່າວ​ ເກີດ​ຂຶ້ນທີ່​
ວັດຂອງ​ປະຊາ​ຄົມ​ມຸສລິ​ມກຸ່ມ​ນ້ອຍ Ahmadiyya ຢູ່​ທີ່​ເມືອງ
Bagmara ປະມານ 250 ຫຼັກ​ກິ​ໂລ​ແມັດ ຫ່າງ​ຈາກ​ນະຄອນ
ຫຼວງດາກາ ​ໄປ​ທາງ​ທິດຕາ​ເວັນ​ຕົກ​ສຽງ​ເໜືອ. ຍັງ​ບໍ່​ທັນ​ມີ​ກຸ່ມ
​ໃດອອກ​ມາອ້າງ​ເອົາ​ຄວາມ​ຮັບຜິ​ດຊອບ​ເທື່ອ ໃນ​ການ​ໂຈມ​ຕີ​
ວັດ Syedpur Chakapara Ahmadiyya Jame Masjid.

ທ່ານ Motiar Rahman ​ຫົວໜ້າ​ຮັບຜິດຊອບ ທີ່​ປົດ​ຕຳຫຼວດ ​ເມືອງ Bagmara ກ່າວ​ຕໍ່​
ນັກ​ຂ່າວ​ວ່າ ການ​ສືບສວນ​ໃນ​ຂັ້ນຕົ້ນຂອງ​ພວກ​ເຮົາເຜີຍ​ໃຫ້​ເຫັນ​ວ່າ ຜູ້​ຊາຍ​ທີ່​ເສຍ​ຊີວິດ​
ຢູ່​ທີ່​ນັ້ນ ​ເປັນ​ຜູ້​ຖືລະ​ເບີດ ​ໂດຍ​ສັງ​ເກດ​ເບິ່ງ​ບາດ​ແຜ​ທີ່​ຜູ້ກ່ຽວ​ໄດ້​ຮັບ​ຢູ່​ຕາມ​ຕົນ​ໂຕ ປາກົດ
​ວ່າ ລາວ​ເປັນ​ຜູ້​ໂຈມ​ຕີ​ສະຫຼະຊີບ.​ ທ່ານ​ກ່າວ​ຕື່ມ​ວ່າ ພວກ​ໄປ​ສວດ​ມົນ​ທີ່​ໄດ້​ຮັບ​ບາດ​ເຈັບ
3 ຄົນ ​ແມ່ນ​ຮວມທັງ​ເດັກຊາຍ​ອາຍຸ 12 ປີ ຄົນ​ນຶ່ງ​ ​ໄດ້​ຖືກ​ສົ່ງ​ໄປ​ຮັບ​ການ​ປິ່ນປົວ​ຢູ່​ໂຮງໝໍ.

ທ່ານ Abdus Samad ​ແມ່ນ​ເລຂາ​ກຸ່ມ​ Ahmadiyya Muslim Jama’at ​ໃນ​ບັງ​ກລາ​
ແດັສ ທີ່​ເປັນ​ອົງການ​ລະດັບ​ຊາດ ​ທີ່​ຕາງໜ້າ​ໃຫ້​ແກ່​ຊາວ​ມຸສລິ​ມຈຸນີ້ ທີ່ມີຢູ່​ປະມານ ​100 ພັນຄົນໃນ​ທົ່ວ​ປະ​ເທດ.​ ທ່ານ​ເວົ້າວ່າ ຜູ້​ໂຈມ​ຕີ​ຄົນ​ນີ້​ ​ໄປ​ນຳ​ກັນກັບຜູ້​ໂຈມ​ຕີ​ຄົນທີ​ສອງ​ທີ່
​ໄດ້​ຫລົບໜີ​ໄປ​ ໃນ​ລະຫວ່າງ​ທີ່​ເກີດ​ຄວາມ​ວຸ້ນວາຍ​ນັ້ນ.

Bangladesh Mosque
please wait
Embed

No media source currently available

0:00 0:00:46 0:00

XS
SM
MD
LG