ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ສົງໄສວ່າ ເປັນມືປືນ ສັງຫານ ເຈົ້າໜ້າທີ່ ກວດກາເຂດຊາຍແດນ ໃນປີ 2010 ຖືກຈັບ


ເຈົ້າໜ້າທີ່ກວດກາເຂດຊາຍແດນ ຂອງສະຫະລັດ ຈຳນວນນຶ່ງ ຢຸດກຸ່ມພວກຕ້ອງສົງໄສ ລັກລອບເອົາຄົນເຂົາເມືອງ ຜິດກົດ
ໝາຍ ທີ່ກຳລັງຜ່ານຂົ້າໄປໃນສວນແຫ່ງນຶ່ງ ຢູ່ໃກ້ກັບເມືອງ Edinburg ລັດ Texas, ວັນທີ 15 ພະຈິກ 2016.
ເຈົ້າໜ້າທີ່ກວດກາເຂດຊາຍແດນ ຂອງສະຫະລັດ ຈຳນວນນຶ່ງ ຢຸດກຸ່ມພວກຕ້ອງສົງໄສ ລັກລອບເອົາຄົນເຂົາເມືອງ ຜິດກົດ ໝາຍ ທີ່ກຳລັງຜ່ານຂົ້າໄປໃນສວນແຫ່ງນຶ່ງ ຢູ່ໃກ້ກັບເມືອງ Edinburg ລັດ Texas, ວັນທີ 15 ພະຈິກ 2016.

ບັນດາເຈົ້າໜ້າທີ່ ໃນເມັກຊິໂກ ໄດ້ຈັບກຸມ ຜູ້ຊາຍຄົນນຶ່ງທີ່ສົງໄສວ່າ ເປັນຜູ້ຍິງສັງຫານ
ເຈົ້າໜ້າທີ່ກວດກາເຂດຊາຍແດນ ຂອງສະຫະລັດ ໃນປີ 2010 ທີ່ໄດ້ເຜີຍແບ ໂຄງການ
ຂອງລັດຖະບານ ສະຫະລັດ ທີ່ອະນຸຍາດໃຫ້ຂາຍປືນ ແກ່ພວກອາຊະຍາກອນ.

ເຈົ້າໜ້າທີ່ຕຳຫຼວດ ສະຫະລັດ ທ່ານນຶ່ງຢູ່ໃນລັດ Arizona ທາງພາກຕາເວັນຕົກ
ສຽງໃຕ້ ຂອງປະເທດ ໄດ້ກ່າວວ່າ ທ້າວ Heraclio Osorio-Arellanes ໄດ້ຖືກຈັບ
ກຸມ ໃນວັນພຸດ ວານນີ້. ອົງການສັນຕິບານກາງ ສະຫະລັດ ຫຼື FBI ໄດ້ສະເໜີໃຫ້
ລາງວັນ ມູນຄ່າ 250,000 ໂດລາ ສຳລັບຊາວເມັກຊິໂກ ພື້ນເມືອງຄົນນີ້.

ເຈົ້າໜ້າທີ່ກວດກາເຂດຊາຍແດນ ທ່ານ Brian Terry ແລະເຈົ້າໜ້າທີ່ອີກ 3 ຄົນ ໄດ້
ທຳງານເພື່ອຊອກຫາກຸ່ມປະເພດດັ່ງກ່າວ ຢູ່ໃນເຂດທະເລຊາຍ ທາງພາກໃຕ້ ຂອງ
ລັດ Arizona ໃນເວລາ ເກີດການປະທະກັນ ທີ່ເຮັດໃຫ້ທ່ານ Terry ໄດ້ເສຍຊີວິດ.

ປືນສອງກະບອກ ທີ່ໄດ້ພົບເຫັນຢູ່ທີ່ຈຸດເກີດເຫດ ຫລຸນຫຼັງການປະທະກັນນັ້ນ ໄດ້ຖືກ
ນຳຮອຍກັບຄືນໄປຫາ ໂຄງການທີ່ດຳເນີນການໂດຍ ກົມຮັບຜິດຊອບດ້ານເຫຼົ້າ
ຢາສູບ ອາວຸດ ແລະ ວັດຖຸລະເບີດ ຂອງສະຫະລັດ ເພື່ອຂາຍອາວຸດຕ່າງໆ ໃຫ້ແກ່
ພວກອາຊະຍາກອນ ແລະ ຕິດຕາມຮ່ອງຮອຍພວກອາວຸດເຫຼົ່ານັ້ນ ເພື່ອທີ່ຈະຊອກຫາ
ພວກລັກລອບຄ້າອາວຸດ. ພວກເຈົ້າໜ້າທີ່ດັ່ງກ່າວ ໄດ້ສູນເສຍການຕິດຕາມ ຂອງ
ອາວຸດດັ່ງກ່າວ ເປັນສ່ວນໃຫຍ່ ທີ່ກ່ຽວຂ້ອງໃນປະຕິບັດການທີ່ເອີ້ນວ່າ “Fast and
Furious”
ນັ້ນ.

ຊາຍອີກ 4 ຄົນ ໄດ້ຖືກຕັດສິນວ່າຜິດເປັນທີ່ຮຽບຮ້ອຍແລ້ວ ຫຼືວ່າ ໄດ້ຍອມຮັບວ່າຜິດ
ໃນການມີສ່ວນກ່ຽວຂ້ອງກັບການເສຍຊີວິດຂອງທ່ານ Terry. ຜູ້ຕ້ອງສົງໄສຄົນນຶ່ງ
ຍັງບໍ່ສາມາດຈັບກຸມໄດ້ເທື່ອ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG