ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ຕ້ອງ​ສົງ​ໄສ​ເປັນ​ນັກ​ຕົ້ມ​ຕຸນ 807 ຄົນ​ຖືກ​ຈັບ ​ໃນ​ການ​ປະ​ຕິ​ບັດ​ການ​ຮ່ວມ ​ລະ​ຫວ່າງ ມຽນ​ມາ ແລະ ຈີນ


ແຜນ​ທີ່​ຂອງ ມຽນ​ມາ ແລະ ເຂດ​ຊາຍ​ແດ​ຂອງ​ເຂົາ​ເຈົ້າ​ຕິດ​ກັບ ຈີນ.
ແຜນ​ທີ່​ຂອງ ມຽນ​ມາ ແລະ ເຂດ​ຊາຍ​ແດ​ຂອງ​ເຂົາ​ເຈົ້າ​ຕິດ​ກັບ ຈີນ.

ຫຼາຍກວ່າ 800 ຄົນທີ່​ຖືກ​ສົງ​ໄສວ່າ​ ເປັນ​ນັກ​ຕົ້ມ​ຕຸນ​ຂ້າມ​ເຂດ​ຊາຍ​ແດນນັ້ນ ​ໄດ້​ຖືກ​ຈັບ​ໃນ​ການ​ປະ​ຕິ​ບັດ​ການ​ຕຳຫຼວດ ​ຮ່ວມ​ໂດຍ ມຽນ​ມາ ແລະ ຈີນ, ລັດ​ຖະ​ບານ​ທະ​ຫານ ແລະ ສະ​ຖານ​ທູດຂອງ ປັກ​ກິ່ງ ໃນ​ນະ​ຄອນ ຢາງ​ກຸ້ງ ໄດ້​ກ່າວ​ໃນ​ວັນ​ຈັນ​ວານນີ້.

ສະ​ຖານ​ທີ່​ຫຼອກລວງຫຼາຍແຫ່ງ ​ແມ່ນ​ໄດ້​ຈະ​ເລີນ​ເຕີບ​ໂຕ​ໃນ ມຽນ​ມາ, ເຊິ່ງ​ມີ​ຜູ້​ເຮັດ​ວຽກ​ໂດຍ​ຄົນ​ຈາກ ຈີນ ແລະ ປະ​ເທດ​ອື່ນໆ ​ຜູ້​ທີ່​ມັກ​ຈະ​ຖືກ​ບັງ​ຄັບ​ໃຫ້​ເຮັດ​ວຽກ​ເພື່ອຕົວະ​ຍົວະ​ເພື່ອນ​ຮ່ວມ​ຊາດ​ດຽວ​ກັນ​ ໃນ​ອຸດ​ສາ​ຫະ​ກຳ​ທີ່​ບັນ​ດາ​ນັກ​ວິ​ເຄາະ​ກ່າວ​ວ່າ​ ມີ​ມູນ​ຄ່າຫຼາຍ​ພັນຕື້​ໂດ​ລາ.

ປັກ​ກິ່ງ, ເຊິ່ງ​ແມ່ນ​ພັ​ນ​ທະ​ມິດ​ທີ່​ສຳ​ຄັນ ແລະ ເປັນ​ຜູ້​ສະ​ໜອງ​ອາ​ວຸດ​ໃຫ້​ລັດ​ຖະ​ບານ​ທະ​ຫານ​ຂອງ ມຽນ​ມາ ທີ່​ຖືກ​ໂດດ​ດ່ຽວ​ນັ້ນ, ໄດ້​ຂໍກອງ​ທັບ​ດັ່ງ​ກ່າວ​ ຢ່າງ​ຊໍ້​າ​ແລ້ວ​ຊ້ຳ​ອີກ ​ໃຫ້​ປາບ​ປາມ​ກິດຈະການ​ທີ່​ວ່າ​ນັ້ນ.

ເຈົ້າ​ໜ້າ​ທີ່​ບັງ​ຄັບ​ໃຊ້​ກົດ​ໝາຍຂອງຈີນ ໄດ້​ສະ​ໜອງ​ຂໍ້​ມູນ​ໃຫ້​ຄູ່​ຮ່ວມງານ ມຽນ​ມາ ຂອງ​ເຂົາ​ເຈົ້າ, ຜູ້​ທີ່​ໄດ້​ທຳ​ການ​ບຸກກວດ​ຄົ້ນ​ຢູ່​ອ້ອມ​ເມືອງ ມູ​ສ໌, ເຊິ່ງ​ແມ່ນ​ສູນ​ກາງ​ການ​ຄ້າ​ທີ່​ສຳ​ຄັນ​ໃນ​ລັດ ສານ ທາງ​ພາກ​ເໜືອ​ຂອງ​ປະ​ເທດ, ສະ​ຖານ​ທູດຈີນ ​ໄດ້​ກ່າວ​ໃນ​ຊ່ອງ WeChat.

ຕຳຫຼວດ ມຽນ​ມາ ໄດ້​ຈັບ​ກຸມ 807 ຄົນ “ຜູ້​ທີ່​ໄດ້​ກໍ່​ອາ​ຊະ​ຍາ​ກຳ​ຂ້າມ​ເຂດ​ຊາຍ​ແດນ” ແລະ ໄດ້​ຍຶດ​ຄອມ​ພິວ​ເຕີ, ໂທ​ລະ​ສັບ​ມື​ຖື ແລະ “ບົດ​ຂຽນ​ເພື່ອ​ທຳ​ການ​ສໍ້​ໂກງ,” ເຂົາ​ເຈົ້າ​ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ.

ໃນ​ຜູ້​ທີ່​ຖືກ​ຈັບ​ກຸມ​ລະຫວ່າງ​ການ​ປະ​ຕິ​ບັດ​ການ​ທ້າຍ​ເດືອນ​ມີ​ນາ ແມ່ນ​ຄົນ​ສັນ​ຊາດ ຈີນ 352 ຄົນ, ຜູ້​ທີ່​ຖືກ​ສົ່ງ​ກັບ​ໄປ ຈີນ ເມື່ອ​ວັນ​ອາ​ທິດ​ທີ່​ຜ່ານ​ມາ, ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ໄດ້​ກ່າວ.

ເຂົາ​ເຈົ້າ​ກ່າວ​ຕື່ມ​ວ່າ ຜູ້​ທີ່​ເຫຼືອ​ແມ່ນ​ຄົນ ມຽນ​ມາ.

ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ຂອງ​ລັດ​ຖະ​ບານ​ທະ​ຫານ​ທີ່​ຖືກ​ເປີດ​ເຜີຍ​ເມື່ອ​ແລງວັນ​ຈັນ​ວານນີ້​ ໄດ້​ກ່າວ​ວ່າ ຄົນ​ສັນ​ຊາດ ຈີນ 352 ຄົນ​ ໄດ້​ຖືກ​ຈັບ​ໃນ​ການ​ຈູ່​ໂຈ​ມ​ຢ່າງວ່ອງ​ໄວ ແລະ ຖືກມອບ​ໃຫ້​ອຳ​ນາດ​ການ​ປົກ​ຄອງ​ຈີນ.

ເຂົາ​ເຈົ້າ​ໄດ້​ກ່າວ​ວ່າ​ຄົນ ມຽນ​ມາ 486 ຄົນ ​ກໍໄດ້​ຖືກ​ຈັບ.

ປີ​ກາຍນີ້, ຫ້ອງ​ການ​ສິດ​ທິ​ມະ​ນຸດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ໄດ້​ກ່າວ​ວ່າ ຢ່າງ​ໜ້ອຍ 120,000 ຄົນ​ ໄດ້​ຖືກ​ຈັບ​ໃນ​ສະ​ຖານ​ທີ່​ການ​ຕົ້ມ​ຕຸນ​ໃນ ມຽນ​ມາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG