ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກປຸ້ນຈີ້ໄນຈີເຣຍ ໄດ້ສັງຫານ ຢ່າງນ້ອຍ 21 ຄົນ


ເຈົ້າໜ້າທີ່ໄນຈີເຣຍ ກ່າວວ່າ ພວກທີ່ສົງໄສວ່າເປັນພວກປຸ້ນຈີ້
ໄດ້ທໍາການໂຈມຕີໝູ່ບ້ານແຫ່ງນຶ່ງທາງພາກເໜືອຂອງປະເທດ
ໂດຍໄດ້ສັງຫານຢ່າງນ້ອຍ 21 ຄົນ. ພວກທີ່ໄດ້ຮັບເຄາະ
ສ່ວນໃຫຍ່ແມ່ນຊາວມຸສລິມ ທີ່ກໍາລັງອອກຈາກວັດແຫ່ງນຶ່ງໄປ
ຫຼັງຈາກເສັດສິ້ນພິທີສວດມົນຕອນເຊົ້າ.

ທາງການກ່າວວ່າ ການໂຈມຕີດັ່ງກ່າວນີ້ໄດ້ມີຂຶ້ນໃນເຊົ້າວັນອາ
ທິດວານນີ້ ໃນໝູ່ບ້ານ Dogon Dawa ໃນແຂວງ Kaduna.
ພວກເຂົາເຈົ້າກ່າວວ່າ ພວກປຸ້ນຈີ້ດັ່ງກ່າວທີ່ມີອາວຸດ ໄດ້ທໍາການ
ໂຈມຕີ ຍ້ອນການຜິດຖຽງຂັດແຍ້ງກັນກັບກຸ່ມສີ້ງຊອມຮັກສາ
ບ້ານທ້ອງຖິ່ນກຸ່ມນຶ່ງ.

ແຂວງ Kaduna ນັ້ນແມ່ນໄດ້ແບ່ງເປັນສອງເຂດ ລະຫວ່າງ
ຊາວມຸສລິມແລະຊາວຄຣິສຕ໌ແລະໄດ້ປະສົບກັບການກໍ່ຄວາມຮຸນແຮງລະຫວ່າງກຸ່ມ
ສາສະນາ ຫລາຍໆບັ້ນ ໃນໄລຍະຫລາຍເດືອນຜ່ານມານີ້ ແຕ່ວ່າການໂຈມຕີຄັ້ງນີ້
ເບິ່ງຄືວ່າ ບໍ່ກ່ຽວຂ້ອງກັບຄວາມເຄັ່ງຕຶງທາງສາສະໜາແຕ່ຢ່າງໃດ.

ການປຸ້ນຈີ້ໂດຍພວກຄົນຮ້າຍທີ່ຖືອາວຸດ ມັກເກີດຂຶ້ນເປັນປະຈໍາ ຢູ່ຕາມຖະໜົນຫົນທາງ
ໃນໄນເຈີເຣຍ. ການຜິດຂໍ້ຕໍ່ຖຽງແລະປະທະກັນລະຫວ່າງກຸ່ມທ້ອງຖິ່ນຕ່າງໆ ກໍຖືວ່າ ເປັນ
ເລື່ອງປົກກະຕິເຊັ່ນກັນ,ໂດຍສະເພາະໃນພາກເໜືອຂອງປະເທດ ບ່ອນທີ່ການປົກຄອງ
ຂອງ ລັດຖະບານກາງແມ່ນອ່ອນແອທີ່ສຸດນັ້ນ.
XS
SM
MD
LG