ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສາຍລັບເກົາຫລີເໜືອ ທີ່ຕ້ອງສົງໄສວ່າ ແອບອ້າງເປັນນັກຂ່າວຂອງວີໂອເອ, ນັກຂ່າວທາງອອນລາຍອື່ນໆ


ແຟ້ມພາບ - ປ້າຍທີ່ສາມາດເບິ່ງເຫັນໄດ້ຢູ່ທີ່ອາຄານຂອງສຽງອາເມຣິກາ ໃນວໍຊິງຕັນ, ວັນທີ 15 ເດືອນມິຖຸນາ 2020.
ແຟ້ມພາບ - ປ້າຍທີ່ສາມາດເບິ່ງເຫັນໄດ້ຢູ່ທີ່ອາຄານຂອງສຽງອາເມຣິກາ ໃນວໍຊິງຕັນ, ວັນທີ 15 ເດືອນມິຖຸນາ 2020.

ຜູ້ຊ່ຽວຊານດ້ານນະໂຍບາຍຄວາມປອດໄພນິວເຄລຍແລະການ​ຫ້າມແຜ່​ຜາຍອາ ວຸດໄດ້ຖືກຕິດຕໍ່ ໂດຍ​ຜູ້​ທີ່​ສົງ​ໄສວ່າ ເປັນ​ນັກ​ເຈາະ​ຂໍ້​ມູນຊາວເກົາຫຼີເຫນືອ ເຊິ່ງແອບອ້າງເປັນນັກຂ່າວຂອງສຽງອາເມຣິກາ ອີງຕາມລາຍງານຂອງກຸ່ມຂ່າວກອງດ້ານໄພຄຸກຄາມ, ເຊິ່ງກ່າວວ່າ ນີ້ແມ່ນສ່ວນຫນຶ່ງຂອງຮູບແບບຫຼ້າສຸດ ໃນການແອບອ້າງເປັນນັກຂ່າວຈາກອົງການຂ່າວສຳຄັນ.

ພວກສອດແນມທາງອິນເຕີເນັດໄດ້ພະຍາຍາມເກັບກໍາຂໍ້ມູນຂ່າວລັບກ່ຽວກັບຈຸດຢືນຂອງເຈົ້າຫນ້າທີ່ສາກົນ ຕໍ່ລັດຖະບານພຽງຢາງຂອງທ່ານ ກິມ ຈອງ ອຶນ ອີງຕາມບົດລາຍງານທີ່ອອກໂດຍແມນດຽນ (Mandiant), ບໍລິສັດຄວາມໝັ້ນຄົງທາງອິນເຕີເນັດ ແລະບໍລິສັດໃນເຄືອຂອງ Google.

ມັນເປັນຄວາມພະຍາຍາມຫຼ້າສຸດທີ່ຮູ້ກັນດີໃນຫຼາຍເດືອນທີ່ຜ່ານມາໂດຍກຸ່ມສອດ ແນມທາງອິນເຕີເນັດທີ່ເອີ້ນວ່າ APT43, ເຊິ່ງເອີ້ນກັນວ່າ "ກິມຊູກີ (Kimsuky)" ຫຼື "ແທລລ້ຽມ (Thallium)," ໂດຍແອບອ້າງເປັນນັກຂ່າວ ແລະແນໃສ່ອົງການຈັດຕັ້ງຂອງລັດຖະບານ ໃນສະຫະລັດ ແລະເກົາຫຼີໃຕ້, ຕະຫຼອດຈົນເຖິງນັກວິຊາການ ແລະນັກວິເຄາະດ້ານ​ນະ​ໂຍ​ບາຍ.

ນັກວິເຄາະອາວຸໂສ ຂອງ ແມນດຽນ (Mandiant), ທ່ານ ແກຣີ ຟຣີສ (Gary Freas) ກ່າວຕໍ່ວີໂອເອໃ ນວັນພຸດວານນີ້ວ່າ ມີນັກຂ່າວຢ່າງໜ້ອຍ 7 ຄົນຈາກ 5 ອົງການ ຂ່າວໄດ້ຖືກແອບອ້າງ ໂດຍຜູ້ທີ່ມີ APT43.

ອ່ານຂ່າວນີ້ເປັນພາສາອັງກິດຕື່ມ

XS
SM
MD
LG