ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອບິນບໍ່ມີຄົນຂັບທີ່ສົງໄສວ່າ ເປັນຂອງເກົາຫຼີເໜືອໄດ້ບິນຂ້າມ​ຊາຍ​ແດນ ເຂົ້າ​ໄປໃນເຂດຫນ່ານຟ້າຂອງເກົາຫຼີໃຕ້, ອີງ​ຕາມ​ເຈົ້າ​ໜ້າ​ທີ່​ເວົ້າ


(ພາບ​ໃນ​ແຟມ) ທະ​ຫານ​ຂອງ​ເກ​ົາຫຼີເໜືອຢືນ​ຍາມ​ຢູ່​ເທິງ​ປ້ອມຕາມ​ພາບ​ທີ່​ຖ່າຍຢູ່​ໃກ້​ເຂດ​ປອດ​ທະ​ຫານທີ່​ແບ່ງ​ເຂດ​ແດນ​ຂອງ​ສອງ​ປະ​ເທດ​ເກົາຫຼີ​ອອກ​ຈາກ​ກັນໃນເຂດ Paju ຂອງ​ເກົາຫຼີ​ໃຕ້, ວັນ​ທີ 4 ພະ​ຈິກ, 2022
(ພາບ​ໃນ​ແຟມ) ທະ​ຫານ​ຂອງ​ເກ​ົາຫຼີເໜືອຢືນ​ຍາມ​ຢູ່​ເທິງ​ປ້ອມຕາມ​ພາບ​ທີ່​ຖ່າຍຢູ່​ໃກ້​ເຂດ​ປອດ​ທະ​ຫານທີ່​ແບ່ງ​ເຂດ​ແດນ​ຂອງ​ສອງ​ປະ​ເທດ​ເກົາຫຼີ​ອອກ​ຈາກ​ກັນໃນເຂດ Paju ຂອງ​ເກົາຫຼີ​ໃຕ້, ວັນ​ທີ 4 ພະ​ຈິກ, 2022

ເຮືອບິນບໍ່​ມີ​ຄົນ​ຂັບຫລື​ໂດ​ຣນ ​ທີ່ສົງ​ໄສວ່າ​ເປັນຂອງເກົາຫຼີ​ເໜືອ​ຫຼາຍ​ລຳ​ໄດ້​ບຸກ​ເຂົ້າ​ໄປໃນ​ເຂດ​ຫນ່ານຟ້າ​ຂອງ​ເກົາຫຼີ​ໃຕ້ ​ໃນ​ວັນ​ຈັນ​ມື້​ນີ້, ອີງ​ຕາມ​ການ​ກ່າວ​ຂອງກອງ​ທັບເກົາຫຼີ​ໃຕ້, ທີ່​ໄດ້​ຕອບ​ໂຕ້​ດ້ວຍເຮືອ​ບິນລົບ​ອາຍ​ພົ່ນ ​ແລະ​ເຮ​ລິ​ຄັອບ​ເຕີໂຈມ​ຕີ.

ກອງທັບ​ເກົາຫຼີ​ໃຕ້​ກ່າວ​ວ່າ ຕົນ​ໄດ້​ຍິງປືນເຕືອນ​ ​ແລະ​ພະຍາຍາມ​ຍິງ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ຢ່າງ​ໜ້ອຍ​ນຶ່ງ​ລຳ​ຕົກ ​ແຕ່​ໄດ້​ອະທິບາຍ​ວ່າສະຖານະ​ການ​ດຳ​ເນີນ​ໄປ​ເປັນ​ເວລາ 6 ຊົ່ວ​ໂມງ​ເຄິ່ງ ຫຼັງ​ຈາກ​ມັນໄດ້​ເລີ່​ມຂຶ້ນ.

ເຮືອບິນບໍ່ມີຄົນຂັບລຳທຳອິດໄດ້ບິນຂ້າມຜ່ານເສັ້ນຊາຍແດນທາງທະຫານ ຫຼື MDL ໃນເຂດຊາຍແດນຂອງແຂວງກີ​ວຢອງ​ກີ (Gyeonggi) ໃນເວລາ 10:25 ໂມງ ຕອນເຊົ້າຕາມເວລາໃນທ້ອງຖິ່ນ ແລະຈາກນັ້ນກໍ​ມີ​ໂດ​ຣນ​ລຳ​ອື່ນ​ຫລາຍລຳ​ຕາມ​ມາ, ອີງຕາມເຈົ້າໜ້າທີ່ທະຫານເກົາຫຼີໃຕ້. ​ເຈົ້າ​ໜ້າ​ທີ່​ກ່າວອີກ​ວ່າ ຈຳນວນແນ່ນອນ​ຂອງ​ເຮືອບິນ​ບໍ່​ມີ​ຄົນ​ຂັບ ແມ່ນຍັງ​ບໍ່​ເປັນ​ທີ່​ຈະ​ແຈ້ງເທື່ອ ​ແຕ່​ຮູ້​ວ່າໜ້ອຍ​ກວ່າ 10 ລຳ.

ເຈົ້າໜ້າທີ່ເກົາຫຼີໃຕ້ກ່າວອີກວ່າ ເຂົາເຈົ້າບໍ່ຮູ້ວ່າ ໂດ​ຣນ​ເຫຼົ່​ານັ້ນຖືກຕິດອາວຸດ ຫຼື ບໍ່, ແຕ່ກໍເວົ້າວ່າມັນມີຂະໜາດນ້ອຍ ແລະປາ​ກົດ​ວ່າ ມີລັກສະນະຄ້າຍກັບເຮືອ ບິນບໍ່ມີຄົນຂັບຂອງເກົາຫຼີເໜືອ ທີ່ສ້າງຂຶ້ນແບບ​ປະ​ຖົມ​ປະ​ຖານ ທີ່ພົບເຫັນຢູ່ ໃນເຂດຊາຍແດນຕິດ​ກັບເກົາຫຼີໃຕ້ເມື່ອປີ 2014.

ກອງທັບ​ເກົາຫຼີ​ໃຕ້ ​ໄດ້ຮີບ​ເລັ່ງ​ເອົາ​ເຮືອບິນ​ລົບອາຍ​ພົ່ນ ​ແລະ​ ເຮ​ລິ​ຄັອບ​ເຕີບິນ​ ຂຶ້​ນ​ໄປ ​ເພື່ອ​ຕອບ​ໂຕ້​ການ​ບຸກ​ລຸກໃນ​ວັນ​ຈັນ​ມື້​ນີ້. ເຮືອບິນລຳນຶ່ງຂອງເກົາຫຼີໃຕ້ ທີ່ມີສ່ວນຮ່ວມໃນການຕອບໂຕ້ ຊຶ່ງ​ກໍຄືເຮືອບິນໂຈມຕີເບົາ KA-1 ໄດ້ຕົກ ຢູ່ທາງທິດຕາເວັນອອກຂອງນະ​ຄອນ​ຫລວງໂຊລ, ແຕ່ວ່າພວກເຈົ້າໜ້າທີ່ບໍ່ໄດ້ ອະທິບາຍວ່າເປັນຍ້ອນຫຍັງ. ເຈົ້າ​ໜ້າ​ທີ່​ກ່າວ​ວ່າ​ບໍ່​ມີນັກ​ບິນຄົນ​ໃດ​ໃນ​ເຮືອ​ບິນ​ລຳ​ນັ້ນໄດ້​ຮັບ​ບາດ​ເຈັບ.

ກອງທັບ​ເກົາຫຼີ​ໃຕ້​ກ່າວ​ວ່າ ໃນ​ເບື້ອງ​ຕົ້ນ ຕົນ​ບໍ່​ໄດ້​ພະຍາຍາມທີ່​ຈະ​ຍິງ​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ໃຫ້ຕົກ ຍ້ອນ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ອັນຕະລາຍ​ຕໍ່​ພົນລະ​ເຮືອນ.

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ເຮືອບິນ​ບໍ່​ມີ​ຄົນ​ຂັບ​ທີ່​ສົງ​ໄສ​ວ່າ​ເປັນຂອງ​ເກົາ​ຫຼີ​ເໜືອ​ໄດ້​ຖືກ​ພົບ​ເຫັນ​ຢູ່​ໃນ​ເຂດ​ຊາຍ​ແດນ​ຫຼາຍ​ແຫ່ງ ​ໃນພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ເກົາ​ຫຼີ​ໃຕ້, ລວມ​ທັງ​ເກາະກາງກວາ (Ganghwa), ກິມ​ໂປ (Gimpo), ແລະ ປາ​ຈູ (Paju). ​ໂດ​ຣນ​ລຳ​ນຶ່ງ​ໄດ້​ບິນ​ຜ່ານ​ນະຄອນຫຼວງ​ໂຊ​ລ ຂອງ​ເກົາຫລີ​ໃຕ້​ເປັນ​ເວລາ​ສັ້ນໆ ອີງ​ຕາມ​ອົງການ​ຂ່າວ News 1.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG