ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຢ່າງ​ນ້ອຍ 20 ຄົນ ​ຖືກສັງຫານ ໃນການກໍ່ຄວາມຮຸນແຮງ ຢູ່ໄນ​ຈີ​ເຣຍ


ແຜນທີ່ ໄນ​ເຈີ​ເຣຍ
ແຜນທີ່ ໄນ​ເຈີ​ເຣຍ
ມື​ປືນຫລາຍຄົນ ​ໄດ້​ສັງຫານຢ່າງ​ນ້ອຍ 20 ຄົນ ​ໃນ​ລັດ
Borno ຂອງ​ໄນ​ຈີ​ເຣຍ ​ໃນການ​ໂຈມຕີ 2 ບັ້ນ ທີ່ສົງ​ໄສ​ວ່າ
​ ເປັນ​ຝີ​ມື​ຂອງກຸ່ມສາສະໜາ​ຫົວ​ຮຸນ​ແຮງ Boko Haram.

ການ​ໂຈມຕີດັ່ງກ່າວ​ນີ້ ມີ​ລັກ​ສະ​ນະ​ວ່າ ​ເປັນ​ການແກ້​ແຄ້ນ
​ຄືນ​ຕໍ່​ພວກພົນລະ​ເຮື​ອນທີ່​ໄດ້ ຈັດ​ຕັ້ງໜ່ວຍ​ເຝົ້າ​ຍາມ
​ລະວັງ​ໄພ ​ຕໍ່ຕ້ານກຸ່ມ Boko Haram ​ແລະ​ຮ່ວມ​ມື​ກັບ
ໜ່ວຍ​ກໍາລັງ​ສະ​ເພາະ​ກິດ​ຮ່ວມ ຂອງກອງ​ທັບໄນ​ເຈີ​ເຣຍ
ຫລື JTF.

​ແຫຼ່ງຂ່າວ​ຈາກກອງ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ໄນ​ຈີ​ເຣຍ
​ໄດ້​ບອກ​ກັບ VOA ວ່າ ​ໃນ​ຕອນ​ເດິກ​ຂອງວັນ​ຈັນ​ແລ້ວ​ນີ້ ພວກມື​ປືນໄດ້​ຍິງ ສະມາຊິກ
ພົນລະ​ເຮືອນ​ຂອງ​ກຸ່ມJTF 6 ຄົນ ​ໃນ​ຂະນະ​ທີ່​ພວກ​ເຂົາ​ເຈົ້າ​ກໍາລັງ​ນອນ​ຫລັບຢູ່ໃນ​
ເມືອງ Damasak. ​ໂຄສົກພົນ ລະ​ເຮືອນ​ຂອງ​ກຸ່ມ JTF ຍືນ​ຍັນ ການ​ຕາຍ​ດັ່ງກ່າວ
​ ແລະ​ເວົ້າ​ວ່າ ພວກ​ຜູ້​ຕາຍເປັນຊາຍໜຸ່ມທີ່​ມີ​ອາຍຸ ນັບ​ແຕ່ 20 ຫາ 36 ປີ.

ການ​ສັງຫານໆ​ໝູ່ດັ່ງກ່າວ​ນີ້ ​ແມ່ນ​ມີ​ຂຶ້ນນຶ່ງ​ມື້ຫຼັງ​ຈາກ ພວກ​ທີ່​ສົງ​ໄສວ່າ ​ເປັນ​ມື​ປືນ​
ຂອງ​ກຸ່ມ Boko Haram ໄດ້​ສັງຫານສະມາຊິກ 14 ຄົນ ຂອງກຸ່ມ​ເຝົ້າ​ຍາມ​ລະວັງ​ໄພ
​ພົນລະ​ເຮືອນ ​ໃນ​ເມືອງ Bama. ​
XS
SM
MD
LG