ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

305 ຄົນ ຖືກຂ້າຕາຍ ໃນການໂຈມຕີ ທີ່ເຂດ ໄຊນາຍ ຂອງ ອີຈິບ


ພວກທີ່ບາດເຈັບ ຖືກຍ້າຍອອກຈາກ ບ່ອນເກີດເຫດ ທີ່ວັດເບີ ອາລ-ອາເບັດ ໃນພາກເໜືອ ຂອງແຫຼມໄຊນາຍ ປະເທດອີຈິບ. (24 ພະຈິກ 2017)
ພວກທີ່ບາດເຈັບ ຖືກຍ້າຍອອກຈາກ ບ່ອນເກີດເຫດ ທີ່ວັດເບີ ອາລ-ອາເບັດ ໃນພາກເໜືອ ຂອງແຫຼມໄຊນາຍ ປະເທດອີຈິບ. (24 ພະຈິກ 2017)

ເຈົ້າໜ້າທີ່ຮັກສາຄວາມສະຫງົບຂອງອີຈິບ ກ່າວວ່າ ມີ 305 ຄົນ ເສຍຊີວິດ ໃນການ
ໂຈມຕີຂອງພວກທີ່ສົງໄສວ່າ ເປັນພວກຫົວຮຸນແຮງ ຢູ່ໃນວັດອິສລາມແຫ່ງນຶ່ງທີ່ແອ
ອັດ ໄປດ້ວຍຜູ້ຄົນ ທາງພາກເໜືອ ຂອງແຫຼມໄຊນາຍ ທີ່ວຸ້ນວາຍ ຂອງອີຈິບ. ພວກ
ເສຍຊີວິດ 27 ຄົນແມ່ນເປັນເດັກນ້ອຍ.

ຫ້ອງການໄອຍະການກ່າວວ່າ ມີພວກຫົວຮຸນແຮງຈັດ ລະຫວ່າງ 25 ຫາ 30 ຄົນໄດ້
ໂຈມຕີວັດອາລ-ຣາວດາ ທີ່ເມືອງ ເບີອາລອາເບັດ ຊຶ່ງຕັ້ງຢູ່ທາງກ້ຳຕາເວັນຕົກຂອງ
ເມືອງແອລ-ແອຣິສ ຊຶ່ງເປັນເມືອງເອກຂອງແຂວງດັ່ງກ່າວ.

ປະທານາທິບໍດີອີຈິບ ທ່ານອັຟແດັນ ຟັດຕາ ແອລ-ຊິສຊີ ຖະແຫຼງທາງໂທລະພາບ ກ່ຽວກັບການໂຈມຕີດັ່ງກ່າວ (24 ພະຈິກ 2017)​
ປະທານາທິບໍດີອີຈິບ ທ່ານອັຟແດັນ ຟັດຕາ ແອລ-ຊິສຊີ ຖະແຫຼງທາງໂທລະພາບ ກ່ຽວກັບການໂຈມຕີດັ່ງກ່າວ (24 ພະຈິກ 2017)​

ພວກຫົວຮຸນແຮງ ທີ່ໄປເຖິງວັດແຫ່ງນີ້ ໄດ້ບີບຄະນວນລະເບີດໃຫ້ແຕກຂຶ້ນ ແລ້ວກໍ
ແລ່ນເຂົ້າໄປໃນວັດບ່ອນທີ່ພວກເຂົາໄດ້ລະດົມຍິງເຂົ້າໃສ່ພວກສູດມົນພາວະນາໃນ
ຂະນະ ທີ່ພວກເຂົາເຈົ້າພະຍາຍາມຈະຫລົບໜີໄປ. ມືປືນຍັງໄດ້ໃຊ້ລົດທີ່ຖືກໄຟໄໝ້
ຕັນທາງອອກຂອງຕຶກອາຄານໄວ້.

ຜູ້ທີ່ເຫັນເຫດການ ກ່າວວ່າ ພວກຫົວຮຸນແຮງໄດ້ຍິງໃສ່ລົດໂຮງໝໍ ໃນຂະນະທີ່ເຈົ້າ
ໜ້າທີ່ສຸກເສີນ ພະຍາຍາມຂົນເອົາພວກທີ່ໄດ້ຮັບບາດເຈັບໄປໂຮງໝໍ. ອົງການຂ່າວ
ຂອງທາງການອີຈິບແຈ້ງວ່າ ມີ 128 ຄົນໄດ້ຮັບບາດເຈັບ ໃນການໂຈມຕີດັ່ງກ່າວ.

ການໂຈມຕີນີ້ ໄດ້ແນເປົ້າໝາຍໃສ່ວັດ ບ່ອນທີ່ຊາວມຸສລິມ ນິກາຍຊູຟີ ຊຶ່ງເປັນຂະ
ບວນການທີ່ມີຄວາມເຊື່ອຖືແບບລຶກລັບພາຍໃນສາສະໜາອິສລາມນັ້ນມັກພາກັນ
ໄປ.

ຍັງບໍ່ທັນມີກຸ່ມໃດອ້າງເອົາຄວາມຮັບຜິດຊອບໃນການໂຈມຕີດັ່ງກ່າວເທື່ອ ແຕ່ກຸ່ມ
ນຶ່ງທີ່ເປັນເຄືອຂ່າຍຂອງລັດອິສລາມ ໄດ້ທຳການໂຈມຕີຢູ່ໃນເຂດດັ່ງກ່າວມາແຕ່ປີ
2013.

ມີລາຍງານວ່າ ເຮືອບິນລັດຖະບານອີຈີບ ໄດ້ໂຈມຕີເປົ້າໝາຍຂອງກຸ່ມກໍ່ການຮ້າຍ
ຢູ່ໃນແຫຼມໄຊນາຍ ຫລັງຈາກໄດ້ມີການໂຈມຕີຢູ່ທີ່ວັດດັ່ງກ່າວນັ້ນແລ້ວ.

ປະທານາທິບໍດີອັບແດັນ-ຟັດຕາ ແອລ-ຊີສຊີໄດ້ປະກາດວ່າ ການໂຈມຕີນີ້ຈະຕ້ອງ
ຖືກລົງໂທດ ແຕ່ບໍ່ໄດ້ໃຫ້ລາຍລະອຽດຢ່າງເຈາະຈົງວ່າ ບາດກ້າວເຫຼົ່ານີ້ ຈະມີຫຍັງ
ແດ່.

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ສະແດງປະຕິກິລິຍາ ຕໍ່ຄວາມຮຸນ
ແຮງດັ່ງກ່າວໂດຍເອີ້ນວ່າ “ເປັນການໂຈມຕີກໍ່ການຮ້າຍທີ່ໜ້າຢ້ານແລະຂີ້ຂາດຕາ
ຂາວຕໍ່ພວກສູດມົນພາວະນາ ທີ່ບໍ່ມີຄວາມຜິດແລະບໍ່ມີທາງປ້ອງກັນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG