ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້ໂດຍສານ 20 ຄົນ ຖືກສັງຫານ ໂດຍພວກທີ່ສົງໄສ ເປັນກະບົດ ຢູ່ ປາກິສຖານ


Pakistan Attack
please wait
Embed

No media source currently available

0:00 0:00:17 0:00

ເຈົ້າໜ້າທີ່ໃນພາກຕາເວັນຕົກສຽງໃຕ້ຂອງປາກິສຖານ ກ່າວວ່າ
ມືປືນໄດ້ຍິງສັງຫານ ຜູ້ໂດຍສານລົດເມ ຢ່າງໜ້ອຍ 20 ຄົນ ໃນ
ຕອນແລງຂອງມື້ວັນສຸກວານນີ້.

ເຫດຮ້າຍດັ່ງກ່າວ ເກີດຂຶ້ນຢູ່ແຂວງ Baluchistan ທີ່ໄດ້ປະສົບ
ກັບຄວາມຮຸນແຮງບ່ອນທີ່ພວກຜູ້ຊາຍໃສ່ເຄື່ອງແບບເຈົ້າໜ້າທີ່ ຮັກສາຄວາມສະຫງົບຕິດອາວຸດໜັກກຸ່ມນຶ່ງໄດ້ຢຸດລົດເມ 2 ຄັນ
ໃນເຂດເມືອງ Mastung ທີ່ຢູ່ສອກຫລີກຫ່າງໄກ ແລະຈັບໂຕຜູ້
ໂດຍສານໄປ 35 ຄົນ.

ລົດເມທັງ 2 ແມ່ນພວມເດີນທາງໄປຍັງເມືອງທ່າກາຣາຈີຈາກ
ເມືອງຫຼວງຂອງແຂວງ Quetta. ຫົວໜ້າຮັກສາຄວາມສະຫງົບປະຈຳແຂວງ ທ່ານ Sar-
faraz Bugti ກ່າວຕໍ່ພວກນັກຂ່າວວ່າ ກຳລັງຮັກສາຄວາມສະຫງົບໄດ້ຊ່ອຍປ່ອຍພວກ ທີ່ຖືກຈັບໂຕໄປ 5 ຄົນ ແລະອ້ອມເຂດພູຜາດັ່ງກ່າວໄວ້ ເພື່ອຕາມລ່າພວກທີ່ລັກພາໂຕ
ແລະປ່ອຍພວກຜູ້ໂດຍສານທີ່ຍັງເຫລືອຢູ່ນັ້ນ.

ຍັງບໍ່ທັນມີກຸ່ມໃດອ້າງເອົາຄວາມຮັບຜິດຊອບເທື່ອ ກ່ຽວກັບເຫດຮ້າຍດັ່ງກ່າວ.

ເຈົ້າໜ້າທີ່ປາກິສຖານໄດ້ຖິ້ມໂທດໃສ່ພວກຫົວຮຸນແຮງ Baloch ທີ່ພວມທຳການກໍ່ກະບົດ ໃນລະດັບຕ່ຳ ຢູ່ທີ່ໃນແຂວງທີ່ອຸດົມສົມບູນ ໄປດ້ວຍຊັບພະຍາກອນນັ້ນວ່າ ເປັນຜູ້ກໍ່ເຫດ ຮ້າຍໃນທຳນອງນີ້. ພວກຫົວຮຸນແຮງ Baloch ອ້າງວ່າ ຕົນພວມທຳການຕໍ່ສູ້ ເພື່ອໃຫ້ໄດ້ ຮັບສິດທິຫຼາຍຂຶ້ນ ແລະການຄຸ້ມຄອງຊັບພະຍາກອນທຳມະຊາດ ຂອງແຂວງ Baluchis-
tan.

ບັນດາກຸ່ມຫົວຮຸນແຮງຈັດຊຸນນີ່ກໍປະຕິບັດງານໃນແຂວງດັ່ງກ່າວເຊັ່ນດຽວກັນ ແລະກໍໄດ້ ທຳການໂຈມຕີເປັນປະຈຳ ຕໍ່ຊາວມຸສລິມນິກາຍ Hazara ຊຶ່ງເປັນສາສະໜາກຸ່ມນ້ອຍ ທີ່ ສ່ວນໃຫຍ່ແລ້ວຕັ້ງຖິ່ນຖານຢູ່ໃນແຂວງ Quetta.

ທຳນຽບຂອງນາຍົກລັດຖະມົນຕີ Nawaz Sharif ໄດ້ອອກຖະແຫຼງການສະບັບນຶ່ງ ອ້າງ ຄຳເວົ້າຂອງທ່ານທີ່ໄດ້ສະແດງຄວາມເສົ້າສະຫລົດໃຈກ່ຽວກັບການສູນເສຍຊີວິດອັນລ້ຳ ຄ່າແລະຂໍຮ້ອງໃຫ້ພວກເຈົ້າໜ້າທີ່ຈັບໂຕພວກກໍ່ອາຊະຍາກຳທີ່ຮ້າຍແຮງດັ່ງກາວໂດຍໄວ ທີ່ສຸດ.

XS
SM
MD
LG