ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແກັສລະເບີດ ໄໝ້ເຮືອນ ຫຼາຍສິບຫຼັງ ຢູ່ທາງເໜືອ ນະຄອນ ບອສຕັນ


ຮູບພາບຈາກວີດີໂອ ສະໜອງໂດຍ ໂທລະພາບ WCVB ໃນນະຄອນບອສຕັນ ສະແດງໃຫ້ເຫັນ ໄຟກຳລັງໄໝ້ເຮືອນ ທີ່ເມືອງລໍແຣັນສ໌ ເຂດຊານເມືອງກ້ຳເໜືອ ຂອງບອສຕັນ. (ວັນທີ 13 ກັນຍາ 2018)
ຮູບພາບຈາກວີດີໂອ ສະໜອງໂດຍ ໂທລະພາບ WCVB ໃນນະຄອນບອສຕັນ ສະແດງໃຫ້ເຫັນ ໄຟກຳລັງໄໝ້ເຮືອນ ທີ່ເມືອງລໍແຣັນສ໌ ເຂດຊານເມືອງກ້ຳເໜືອ ຂອງບອສຕັນ. (ວັນທີ 13 ກັນຍາ 2018)

ຊາວໜຸ່ມຄົນນຶ່ງ ໄດ້ເສຍຊີວິດ ໃນເຫດແກັສລະເບີດ ແລະໄຟໄໝ້ ທີ່ເກີດຂຶ້ນ ຢູ່ໃນ 3
ເມືອງ ທາງເໜືອຂອງນະຄອນບອສຕັນ ໃນຕອນຄ່ຳຂອງວັນພະຫັດວານນີ້.

ເຈົ້າໜ້າທີ່ກ່າວວ່າ ທ້າວລີໂອແນລ ຣອນດອນ ອາຍຸ 18 ປີ ໄດ້ເສຍຊີວິດເວລາທໍ່ເຕົາ
ດັງໄຟເຮັດຄວາມອຸ່ນຈາກເຮືອນທີ່ລະເບີດ ໄດ້ຕົກລົງມາທັບລົດຂອງລາວ.

ເຈົ້າໜ້າທີ່ເວົ້າວ່າ ນອກນັ້ນແລ້ວ ຍັງມີອີກ 12 ຄົນໄດ້ຮັບບາດເຈັບ.

ເຈົ້າໜ້າທີ່ດັບໄຟກ່າວວ່າ ມັນມີຄວັນ ແລະແປວໄຟ ຂະໜາດໃຫຍ່ ຈົນເຂົາເຈົ້າບໍ່ສາ
ມາດແນມເຫັນທ້ອງຟ້າຂອງເມືອງລໍແຣັນສ໌ ແອນໂດເວີ ແລະນອດແອນໂດເວີ ບ່ອນ
ທີ່ບ້ານເຮືອນແລະຕຶກອາຄານຫຼາຍສິບຫຼັງໄດ້ຖືກທຳລາຍໄປນັ້ນ.

ລົດດັບໄຟ ຈ່າກປະຊຸາຄົມອ້ອມແອ້ມ ໄປເຖິງເມືອງລໍແຣັນສ໌ (ວັນທີ 13 ກັນຍາ 2018)
ລົດດັບໄຟ ຈ່າກປະຊຸາຄົມອ້ອມແອ້ມ ໄປເຖິງເມືອງລໍແຣັນສ໌ (ວັນທີ 13 ກັນຍາ 2018)

ຫົວໜ້າດັບໄຟ ເມືອງແອນໂດເວີ ທ່ານໄມໂກ ແມນສແຟລ ກ່າວວ່າ “ເບິ່ງຄືວ່າ ເປັນ
ສະໜາມລົບລະຫວ່າງກຸ່ມທຳມະແລະກຸ່ມອະທຳ ກ່ອນວັນສິ້ນໂລກ. ມັນມີຄວັນເປັນ
ແປວຈາກເມືອງລໍແຣັນສ໌ ທີ່ຢູ່ທາງຂ້າງຫຼັງຂອງຂ້າພະເຈົ້າ. ຂ້າພະເຈົ້າສາມາດແນມ
ເຫັນຄວັນຢູ່ຂ້າງໜ້າຂອງຂ້າພະເຈົ້າຈາກເມືອງແອນໂດເວີ.”

ປະຊາຊົນທີ່ຕືກຕົກໃຈ ຫຼາຍຮ້ອຍຄົນ ເອີ້ນສະພາບການ ດັ່ງກ່າວນີ້ວ່າ ເປັນຕາໜ້າ
ຢ້ານ ແລະແນະນຳໃຫ້ທຸກຄົນປິດແກັສຢູ່ໃນເຮືອນຂອງເຂົາເຈົ້າໄວ້ ຖ້າເຂົາເຈົ້າສາ
ມາດໜີອອກໄປໄດ້.

ບໍລິສັດແກັສໃນເຂດທ້ອງຖິ່ນ ກ່າວວ່າ ຕົນໄດ້ຫລຸດຄວາມດັນ ຂອງທໍ່ແກັສລົງແລ້ວ
ໂດຍເວົ້າວ່າ ມັນຈະໃຊ້ເວລາ ກ່ອນທີ່ການບໍລິການທັງໝົດຈະຖືກອັດ.


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG