ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍັງມີຄຳຖາມ ກ່ຽວກັບ ການໂຈມຕີ ທາງອິນເຕີແນັດ ຕໍ່ ສຫລ ບໍ່ພຽງແຕ່ວ່າ ແມ່ນໃຜ ແຕ່ວ່າເປັນຫຍັງ?


Officials Seek Source of Massive Cyber Attack
please wait

No media source currently available

0:00 0:01:38 0:00

ທຳນຽບຂາວກ່າວວ່າ ຕົນບໍ່ສາມາດເວົ້າໄດ້ວ່າ ພວກແຮັກເກີ້ທີ່
ມີຖານປະຕິບັດງານຢູ່ຈີນ ເປັນຜູ້ທຳການໂຈມຕີຂະໜາດໃຫຍ່
ທາງອິນເຕີແນັດ ຕໍ່ພະແນກການນຶ່ງຂອງລັດຖະບານກາງທີ່​ຮັບ
ຜິດຊອບ​ໃນການ​ເກັບ​ກຳປະຫວັດຂໍ້ມູນເບື້ອງຫຼັງ ຂອງເຈົ້າໜ້າ
ທີ່​ລັດຖະບານ​ກາງ​ຫຼາຍ​ລ້ານ​ຄົນ ແລະ​ອອກ​ໃບອະນຸຍາດຢ່າງ
ເປັນທາງການ ​ໃຫ້ບຸກຄົນໃດບຸກຄົນນຶ່ງ ສາມາດເຂົ້າໄປເບິ່ງຂໍ້
ມູນຄວາມລັບໄດ້​.

ທ່ານ Josh Earnest ໂຄສົກຂອງທຳນຽບຂາວ ກ່າວໃນມື້ວັນ
ສຸກວານນີ້ວ່າ ທ່ານຍັງບໍ່ສາມາດ ທີ່ຈະສະຫລຸບໄດ້ກ່ຽວກັບວ່າ
ແມ່ນໃຜຫຼືປະເທດໃດອາດເປັນຜູ້ຮັບຜິດຊອບໃນຂະນະທີ່ລັດ
ຖະບານສະຫະລັດ ພວມທຳການສືບສວນ ກ່ຽວກັບເລື້ອງນີ້ຢູ່. ທ່ານກ່າວວ່າ “ພວກເຮົາ ພວມຮັບມືກັບຝ່າຍກົງກັນຂ້າມທີ່ດື້ດ້ານແລະໃນບາງກໍລະນີ ສິ່ງທີ່ພວກເຂົາຮູ້ໜ້ອຍເທົ່າ
ໃດ ກ່ຽວກັບສິ່ງທີ່ພວກເຮົາຮູ້ໃນສິ່ງທີ່ເຂົາເຮັດໄປນັ້ນ ແມ່ນຍິ່ງເປັນການດີ.”

US Security Breach
please wait
Embed

No media source currently available

0:00 0:01:46 0:00

ແຕ່ພວກເຈົ້າໜ້າທີ່ບາງຄົນແລະນັກວິເຄາະເຊື່ອວ່າ ພວກແຮັກເກີ້ທີ່ມີຖານປະຕິບັດງານຢູ່
ຈີນ ທີ່ອາດມີສ່ວນພົວພັນກັບລັດຖະບານ ຂອງປະເທດດັ່ງກ່າວ ເປັນຜູ້ຢູ່ເບື້ອງຫລັງການ ໂຈມຕີ ທີ່ແນເປົ້າໝາຍໃສ່ປະຫວັດຂໍ້ມູນທັງຂອງພວກເຈົ້າໜ້າທີ່ລັດຖະບານກາງໃນປັດຈຸ ບັນແລະອະດີດຫລາຍເຖິງ 4 ລ້ານຄົນທີ່ຫ້ອງການ​ຄຸ້ມຄອງພະນັກງາ​ນຫຼື OPM ຂອງລັດ ຖະບານກາງສະຫະລັດເປັນຜູ້ເກັບກຳໄວ້.

ທ່ານ Brad Garrett ອະດີດເຈົ້າໜ້າທີ່ຂອງອົງການສັນຕິບານກາງຫລື FBI ຂອງສະຫະ ລັດກໍແມ່ນຜູ້ນຶ່ງ ຊຶ່ງທ່ານກ່າວວ່າ “ການສຶກສາໃນຂັ້ນຕົ້ນນີ້ແມ່ນມັນມາຈາກຈີນຄຳຖາມ ກໍມີຢູ່ວ່າ ມັນໄດ້ຮັບຄວາມອຸບປະຖຳຈາກລັດຖະບານຫຼືບໍ່ ມັນເປັນການຈັດຕັ້ງຂອງເອກ ກະຊົນບໍ? ຫລືພວກເຂົາເປັນພຽງແຮັກເກີ້ເຈາະຂໍ້ມູນທຳມະດາໆເທົ່ານັ້ນ.”

​ລັດຖະບານຈີນ ກ່າວວ່າ ການຄາດຄະເນໃນທຳນອງນີ້ ແມ່ນເປັນການດ່ວນສະຫລຸບໄວ ໂພດ. ໂຄສົກກະຊວງ​ຕ່າງປະ​ເທດ​ຈີນ ທ່ານ Hong Lei ​ກ່າວໃນ​ວັນ​ສຸກ​ມື້​ນີ້ວ່າ ​ມັນເປັນ ການຂາດຄວາມ​ຮັບຜິດຊອບ.

ທ່ານເວົ້າວ່າ “ພວກເຮົາຫວັງວ່າ ສະຫະລັດຈະສາມາດຍຸດຕິໃນການມີຄວາມສົງໄສຫວາດ ລະແວງຢູ່ຕະຫລອດເວລາແລະກ່າວຫາແບບບໍ່ມີພື້ນຖານ ແຕ່ແທນທີ່ຄວນຈະສະແດງໃຫ້ ເຫັນຄວາມໄວ້ເນື້ອເຊື່ອໃຈກັນ ແລະໃຫ້ຄວາມຮ່ວມມືກັນຕື່ມຂຶ້ນໃນດ້ານນີ້.

XS
SM
MD
LG