ບັນດາເຈົ້າໜ້າທີ່ ສະຫະລັດ ກ່າວວ່າ ພວກແຮັກເກີ້ຢູ່ຈີນ ໄດ້
ເລີ້ມໂຈມຕີເຈາະ ຂໍ້ມູນທາງອິນເຕີແນັດຂະໜາດໃຫຍ່ ຕໍ່ພະ
ແນກການນຶ່ງຂອງລັດຖະບານກາງ ສະຫະລັດ ທີ່ຮັບຜິດຊອບ
ກ່ຽວກັບການເກັບກຳປະຫວັດຂໍ້ມູນ ແລະອອກໃບອະ ນຸຍາດ
ໃນຄວາມປອດໄພ ໃຫ້ແກ່ພະນັກງານລັດຖະບານກາງຫລາຍ
ລ້ານຄົນ.
ຫ້ອງການຄຸ້ມຄອງພະນັກງານຫຼື OPM ຂອງລັດຖະບານກາງ
ສະຫະລັດ ກ່າວໃນວັນພະຫັດວານນີ້ວ່າ ອາດມີພະນັກງານ
ຂອງລັດຖະບານກາງທັງໃນປັດຈຸບັນ ແລະອະດີດຫລາຍເຖິງ
4ລ້ານຄົນໄດ້ຮັບຜົນກະທົບ ໃນອັນທີ່ເປັນການຮົ່ວໄຫຼ ຂອງຂໍ້
ມູນກ່ຽວກັບພະນັກງານລັດຖະບານທີ່ຮ້າຍແຮງສຸດ ໃນຮອບຫຼາຍໆປີ.
ບັນດາເຈົ້າໜ້າທີ່ປະຕິບັດກົດໝາຍ ກ່າວວ່າ ເຂົາເຈົ້າເຊື່ອວ່າ ພວກແຮກເກີ້ທີ່ມີ ຖານປະ
ຕິບັດງານຢູ່ໃນປະເທດຈີນ ທີ່ອາດພົວພັນກັບລັດຖະບານຈີນ ເປັນຜູ້ຢູ່ ເບື້ອງຫລັງການ
ໂຈມຕີດັ່ງກ່າວເຖິງແມ່ນວ່າເຂົາເຈົ້າຍັງບໍ່ທັນໄດ້ໃຫ້ລາຍລະອຽດ ເທື່ອວ່າ ເຂົາເຈົ້າລົງ
ຄວາມເຫັນດັ່ງກ່າວນີ້ຢ່າງໃດ.
ໂຄສົກ ກະຊວງຕ່າງປະເທດຈີນ ທ່ານ Hong Lei ໃນວັນສຸກມື້ນີ້ ໄດ້ປະນາມການກ່າວ
ຫານີ້ວ່າ “ບໍ່ມີຄວາມຮັບຜິດຊອບ” ໂດຍກ່າວວ່າ ການໂຈມຕີແບບນີ້ “ໂດຍທົ່ວໄປແລ້ວ
ເປັນທີ່ລຶກລັບ ແລະມີຂຶ້ນຂ້າມຊາຍແດນ ແລະທີ່ມາຂອງການ ໂຈມຕີນັ້ນ ແມ່ນຍາກທີ່
ຈະນຳຫາຮ່ອງຮອຍໄດ້.”
ໂຄສົກສະຖານທູດຈີນ ທີ່ວໍຊິງຕັນ ທ່ານ Zhu Haiquan ກ່ອນໜ້ານີ້ ໄດ້ກ່າວ ເນັ້ນໜັກ
ວ່າ ຈີນມີພວກແຮກເກີ້ນອກກົດໝາຍ. ທ່ານກ່າວເພີ້ມເຕີມວ່າ “ການ ໂດດອອກມາສະ
ຫລຸບ ແລະກ່າວຫາແບບບໍ່ມີເຫດຜົນ ເປັນການກະທຳທີ່ຂາດ ຄວາມຮັບຜິດຊອບ ແລະບໍ່ສ້າງສັນ.”