ຕຳຫຼວດການາດາ ໄດ້ຈັບຜູ້ຊາຍຄົນນຶ່ງ ທີ່ສົງໄສເປັນມືປືນ
ຍິງສັງຫານ ເຈົ້າໜ້າທີ່ຕຳຫລວດ 3 ຄົນ ຢູ່ທີ່ແຂວງ New
Brunswick ທາງພາກຕາເວັນອອກຂອງປະເທດ.
ໂຄສົກຕຳຫຼວດການານດາຄົນນຶ່ງກ່າວວ່າ ບັນດາເຈົ້າໜ້າທີ່
ໄດ້ຈັບທ້າວ Justin Bourque ໃນຕອນເຊົ້າວັນສຸກມື້ນີ້ທີ່ເມືອງ
Monclon ຊຶ່ງເປັນເມືອງທີ່ໄດ້ເກີດ ມີການຍິງກັນຂຶ້ນ.
ພວກເຈົ້າໜ້າທີ່ເລີ້ມພາກັນຕາມລ່າຂະໜາດໃຫຍ່ ຫາມືປືນທີ່
ໄດ້ຍິງອີກສອງຄົນບາດເຈັບໃນວັນພຸດທີ່ຜ່ານມານີ້. ເຫດຮ້າຍ
ດັ່ງກ່າວໄດ້ເຮັດໃຫ້ເຈົ້າໜ້າທີ່ເຕືອນປະຊາຊົນໃຫ້ພາກັນຢູ່ແຕ່
ໃນເຮືອນຂອງເຂົາເຈົ້າ.
ບັນດາຜູ້ສືບສວນກ່າວວ່າ ຜູ້ຕ້ອງສົງໄສເປີດສາກຍິງປືນເຂົ້າໃສ່ ຫລັງຈາກເຈົ້າໜ້າທີ່
ຕຳຫລວດໄດ້ໄປເຖິງ ລຸນຫລັງທີ່ມີຄົນໂທລະສັບໄປແຈ້ງຄວາມວ່າ ເຫັນຜູ້ຊາຍຄົນນຶ່ງ
ຕິດອາວຸດ ນຸ່ງເຄື່ອງລາຍທະຫານ. ເຂົາເຈົ້າກ່າວວ່າ ສາເຫດຂອງການຍິງຕຳຫຼວດໃນ
ຄັ້ງນີ້ຍັງບໍ່ເປັນທີ່ແຈ້ງຂາວເທື່ອ.
ການຍິງປືນເຂົ້າໃສ່ຜູ້ຄົນເປັນຈຳນວນຫຼວງຫຼາຍແມ່ນບໍ່ຄ່ອຍມີຂຶ້ນໃນການາດາ. ການ
ໂຈມຕີໃນວັນພຸດທີ່ຜ່ານມານີ້ ແມ່ນຮ້າຍແຮງສຸດສຳລັບເຈົ້າໜ້າທີ່ຕຳຫຼວດ ການາດາ
ນັບຕັ້ງແຕ່ປີ 2005 ເປັນຕົ້ນມາ ເວລາເຈົ້າໜ້າທີ່ຕຳຫລວດສີ່ຄົນໄດ້ຖືກສັງຫານຢູ່ເມືອງ
Mayerthorpe ຊຶ່ງເປັນເມືອງທີ່ຕັ້ງຢູ່ໃນແຂວງ Alberta ທາງພາກຕາເວັນຕົກຂອງ
ການາດານັ້ນ.