ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໕ ມີນາ ໒໐໒໓

ຜູ້ຕ້ອງສົງໄສ ໜ່ວຍປະຕິບັດງານ ຂອງກຸ່ມອາລ-ຊາບາບ ໄດ້ຖືກນຳຕົວ ມາຂຶ້ນສານ ໃນຂໍ້ຫາກໍ່ການຮ້າຍ ຢູ່ສະຫະລັດ


ພາບທົ່ວໄປ ຂອງຕຶກສຳນັກງານ ກະຊວງຍຸຕິທຳ ແມ່ນເຫັນໄດ້ຢູ່ທີ່ນະຄອນຫຼວງ ວໍຊິງຕັນ, ວັນທີ 1 ກຸມພາ 2018.

ຜູ້ປະຕິງານຂອງກຸ່ມກໍ່ການຮ້າຍອາລ-ຊາບາບຄົນນຶ່ງ ໄດ້ຖືກກ່າວຫາວ່າ ສົມຮູ້ຮ່ວມຄິດເພື່ອທຳການໂຈມຕີແບບດຽວກັນກັບ ເດືອນ 9 ວັນທີ 11 ຫຼື 9/11 ຢູ່ໃນສະຫະລັດ ໄດ້ຖືກນໍາຕົວໄປຍັງລັດນິວຢອກ ເພື່ອປະເຊີນກັບຂໍ້ກ່າວຫາການກໍ່ການຮ້າຍຕ່າງໆ ອີງຕາມການປະກາດໃນວັນພຸດວານນີ້ ຂອງກະຊວງຍຸຕິທຳສະຫະລັດ.

ທ້າວໂຊໂລ ອັບດີ ອັບດູລລາ ຊາວເຄັນຢາ ໄດ້ຖືກນຳຕົວສົ່ງມາຈາກຟີລິບປິນໃນວັນອັງຄານວານນີ້ ບ່ອນທີ່ຜູ້ກ່ຽວໄດ້ຖືກທາງການທ້ອງຖິ່ນຄວບຄຸມຕົວ ນັບຕັ້ງແຕ່ໄດ້ຖືກຈັບໃນເດືອນກໍລະກົດ 2019. ຟີລິບປິນ ໄດ້ມອບຕົວລາວໃຫ້ແກ່ທາງການສະຫະລັດ ເມື່ອວັນອັງຄານວານນີ້.

ທ້າວອັບດູລລາ ໄດ້ຖືກກ່າວຫາວ່າ ສົມຮູ້ຮ່ວມຄິດເພື່ອ ຈີ້ເອົາເຮືອບິນພານິດລຳນຶ່ງ ແລະບິນໄປຕຳຕຶກຢູ່ໃນສະຫະລັດ. ອັນເປັນພາກສ່ວນນຶ່ງຂອງແຜນການທີ່ຊີ້ນຳໂດຍບັນດາຜູ້ນຳອະວຸໂສຂອງອາລ-ຊາບາບ ຊຶ່ງທ້າວອັບດູລລາ ປາກົດວ່າ ໄດ້ຮັບການຝຶກຫັດເປັນນັກບິນຢູ່ໃນຟີລິບປິນ.

ຜູ້ກ່ຽວໄດ້ຖືກແຈ້ງຂໍ້ຫາ 6 ກະທົງທີ່ບໍ່ໄດ້ຖືກເປີດເຜີຍ ໃນວັນພຸດວານນີ້ ແລະຄາດກັນວ່າ ຈະຖືກນຳສະເໜີຕໍ່ຜູ້ພິພາກສາລັດຖະບານກາງໃນລັດນິວຢອກ. ຂໍ້ກ່າວຫາດັ່ງກ່າວຕໍ່ຜູ້ກ່ຽວ ປະກອບດ້ວຍ ການສະໜອງວັດຖຸສະໜັບສະໜຸນວໃຫ້ແກ່ອົງການກໍ່ການຮ້າຍຂ້າມຊາດ ສົມຮູ້ຮ່ວມຄິດເພື່ອຄາດຕະກຳພວກພົນລະເມືອງສະຫະລັດ ແລະສົມຮູ້ຮ່ວມຄິດເພື່ອຈີ້ເອົາແລະທຳລາຍເຮືອບິນ.

“ຄະດີນີ້ ຊຶ່ງພົວພັນກັບແຜນການເພື່ອນໍາໃຊ້ເຮືອບິນເຂັ່ນຂ້າພວກຜູ້ເຄາະຮ້າຍທີ່ບໍລິສຸດ ໄດ້ເຕືອນພວກເຮົາເຖິງໄພຂົ່ມຂູ່ອັນຕະລາຍທີ່ວ່າ ພວກກໍ່ການຮ້າຍອິສລາມຫົວຮຸ່ນແຮງ ສືບຕໍ່ເປັນໄພອັນຕະລາຍແກ່ປະເທດຊາດຂອງພວກເຮົາ” ຮອງລັດຖະມົນຕີກະຊວງຍຸຕິທຳ ທ່ານຈອນ ເດເມີສ໌ ໄດ້ກ່າວໄປໃນຖະແຫລງສະບັບນຶ່ງ. ທ່ານກ່າວຕື່ມວ່າ “ບໍ່ວ່າພວກກໍ່ການຮ້າຍຈະຢູ່ແຫ່ງຫົນໃດ ຜູ້ທີ່ວາງແຜນທີ່ແນເປົ້າໝາຍໃສ່ຊາວອາເມຣິກັນ ບໍ່ວ່າຈະຢູ່ແຫ່ງຫົນໃດກໍຕາມ ພວກເຮົາກໍຈະຊອກຫາເພື່ອລະບຸຕົວພວກເຂົາ ແລະນຳເອົາພວກເຂົາມາຮັບໂທດໃຫ້ໄດ້.”

ບັນດາໄອຍະການ ກ່າວວ່າ ແຜນການທີ່ຖືກກ່າວອ້າງນັ້ນ ເປັນພາກສ່ວນນຶ່ງຂອງຄວາມພະຍາຍາມທີ່ໃຫຍ່ກວ່າ ໂດຍກຸ່ມອາລ-ຊາບາບ ທີ່ມີຫ້ອງການຕັ້ງຢູ່ໃນໂຊມາເລຍ ທີ່ເປັນເຄືອຂ່າຍຂອງກຸ່ມອາລ-ກາອີດາ ໃນເຂດອາຟຣິກາຕາເວັນອອກ ເພື່ອແນເປົ້າໝາຍໃສ່ຊາວອາເມຣິກັນ ພາຍຫຼັງຈາກ ການຕັດສິນໃຈຂອງສະຫະລັດ ໃນປີ 2018 ທີ່ຈະຍົກຍ້າຍສະຖານທູດຂອງຕົນໃນອິສຣາແອລ ໄປນະຄອນເຈຣູຊາແລັມ.

ໃນເດືອນມັງກອນ 2019 ກຸ່ມດັ່ງກ່າວ ໄດ້ເລີ້ມປະຕິບັດການໂຈມຕີສະຫຼະຊີບ ຢູ່ໂຮງແຮມແຫ່ງນຶ່ງໃນນະຄອນໄນໂຣບີ ຂອງເຄັນຢາ ໂດຍໄດ້ສັງຫານປະມານ 21 ຄົນ ທີ່ລວມມີຊາວອາເມຣິກັນຄົນນຶ່ງ.

ເມື່ອບໍ່ດົນມານີ້ ມັນໄດ້ອ້າງເອົາຄວາມຮັບຜິດຊອບສຳລັບການໂຈມຕີ ຢູ່ສະຖານທີ່ຂອງທະຫານສະຫະລັດແຫ່ງຕ່າງໆ ຢູ່ໃນເຄັນຢາ ແລະໂຊມາເລຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG