ສະພາກາແດງເຄັນຢາ ກ່າວວ່າ ມີປະຊາຊົນ ຢ່າງໜ້ອຍ
48 ຄົນເສຍຊີວິດໃນເມືອງແຄມທະເລແຫ່ງນຶ່ງໃນເຄັນຢາ
ຫຼັງຈາກການໂຈມຕີບັ້ນນຶ່ງທີ່ບັນດາເຈົ້າໜ້າທີ່ຖິ້ມໂທດໃສ່
ກຸ່ມຫົວຮຸນແຮງ al-Shabab ໃນໂຊມາເລຍ.
ທ່ານ Abass Gullet ຫົວໜ້າສະພາກາແດງເຄັນຢາ ກ່າວ
ຕໍ່ວີໂອເອ ພະແນກ Swahili ໃນວັນຈັນມື້ນີ້ວ່າ ພວກມືປືນ
ຍັງໄດ້ເຮັດໃຫ້ມີຜູ້ບາດເຈັບອື່ນໆຕື່ມອີກ ໃນການໂຈມຕີທີ່
ເມືອງ Mpeketoni ໃນຂະນະທີ່ຜູ້ຄົນກຳລັງເຕົ້າໂຮມກັນເບິ່ງ
ການແຂ່ງຂັນກີລາເຕະບານໂລກ World Cup ຢູ່ນັ້ນ.
ທ່ານ Gullet ເວົ້າວ່າ “ມີຜູ້ຄົນຈຳນວນນຶ່ງທີ່ໄດ້ຮັບບາດເຈັບ ຊຶ່ງບໍ່ໄດ້ຮັບ
ການຢືນຢັນໂຕເລກ ແຕ່ພວກເຮົາກຳລັງພະຍາຍາມເບິ່ງນຳພວກກຳລັງ
ຮັກສາຄວາມປອດໄພຂອງລັດຖະບານ. ແຕ່ມີຊັບສິນໄດ້ຖືກທຳລາຍເຊັ່ນ
ກັນ. ມີໂຮງແຮມ 2 ຫຼັງ ແລະທະນາຄານ 2 ແຫ່ງ ແລະລົດລາຫຼາຍຄັນ
ໄດ້ຖືກໄຟເຜົາ. ຂ້າພະເຈົ້າຄຶດວ່າ ພວກໂຈມຕີໄດ້ພາກັນເອົາໂຕຫລົບ
ໜີໄປຫລັງຈາກນັ້ນ.”
ພວກທີ່ເຫັນເຫດການເກີດຂຶ້ນກ່າວວ່າ ໄດ້ມີການຍິງຕໍ່ສູ້ກັນເປັນເວລາ 4 ຊົ່ວໂມງ.
ເວລານີ້ຍັງບໍ່ທັນມີກຸ່ມໃດ ອອກມາອ້າງເອົາຄວາມຮັບຜິດຊອບໃນການໂຈມຕີຄັ້ງນີ້
ເທື່ອ ຮວມທັງກຸ່ມ al-Shabab ນຳ. ກຸ່ມອິສລາມດັ່ງກ່າວ ໄດ້ຢູ່ເບື້ອງຫຼັງຂອງການ
ໂຈມຕີ ຈຳນວນນຶ່ງໃນເຄັນຢາ ທີ່ໄດ້ສົ່ງ ທະຫານຂ້າມຊາຍແດນເຂົ້າໄປຊ່ອຍໂຊ
ມາເລຍ ປາບກຸ່ມ al-Shabab ນັ້ນ.

ພາບການໂຈມຕີທ່ີເຄັນຢາ
1/5
A man observes the remains of destroyed vehicles and buildings in the town of Mpeketoni, Kenya, June 16, 2014.
ເບິ່ງຕື່ມອີກ
Show less
2/5
A woman observes the remains of the Breeze View Hotel, where residents watching the World Cup soccer tournament were attacked and killed by militants, Mpeketoni, Kenya, June 16, 2014.
ເບິ່ງຕື່ມອີກ
Show less
3/5
Residents peer into a building after an attack in Mpeketoni, Kenya, June 16, 2014.
ເບິ່ງຕື່ມອີກ
Show less
Previous slide
Next slide