ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກຸມຫົວຮຸນແຮງ Al-Shabab ໂຈມຕີ ເຄນຢາ ເຮັດໃຫ້ 12 ຄົນ ເສຍຊີວິດ


ຄົນພາກັນຫຸ້ມເບິ່ງບ່ອນຖືກໂຈມຕີ ໃນເມືອງ Mandera ປະເທດ Kenya ໃກ້ກັບຊາຍແດນ Somalia ທີ 25 ຕຸລາ 2016.
ຄົນພາກັນຫຸ້ມເບິ່ງບ່ອນຖືກໂຈມຕີ ໃນເມືອງ Mandera ປະເທດ Kenya ໃກ້ກັບຊາຍແດນ Somalia ທີ 25 ຕຸລາ 2016.

ເຈົ້າ​ໜ້າ​ທີ່​ເຄນ​ຢາຄົນ​ນຶ່ງ​ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງຈັດ​ໂຈມ​ຕີ​ເປົ້າ​ໝາຍທີ່​ບໍ່​ແມ່ນ ​ມຸສລິມ​ເລາະ​ລຽບ​ຊາຍ​ແດນ​ທາງ​ພາກຕາ​ເວັນ​ອອກສຽງ​ເໜືອ​ຂອງ​ເຄນ​ຢາຕິດກັບ​ໂຊ​ມາ​ເລຍ ​ໃນ​ວັນ​ອັງຄານ​ມື້​ນີ້ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 12 ຄົນ.

ຜູ້​ບັນຊາ​ການຕຳຫຼວດ ທີ່​ເມືອງ Mandera ທ່ານ Job Boronjo ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ ​ທີ່​ສັງກັດ​ຢູ່ໃນກຸ່ມ​ al-Shabab ຂອງໂຊ​ມາ​ເລຍ ​ໄດ້​ໂຈມ​ຕີ​ ບ້ານ​ພັກ Bisharo ຢູ່​ໃນ​ເມືອງ Mandera ທີ່​ເປັນ​ເຈົ້າພາບ​ຕ້ອນຮັບ​ບັນດາ​ແຂກ​ຈາກ​ຕ່າງເມືອງ ​ໂດຍ​ການ​ໃຊ້​ລູກ​ລະ​ເບີດມື ​ແລະ​ວາງລະ​ເບີດ IEDs.

ທ່ານ​ກ່າວ​ວ່າ “ມີ​ຄວາມ​ຈິງ​ທີ່ວ່າ​ໄດ້​ມີ​ການ​ໂຈມ​ຕີ​ເກີດ​ຂຶ້ນ. ຄວາມ​ພະຍາຍາມ​ກູ້​ໄພ​ກຳ​ລັງ​ດຳ​ເນີນຢູ່.”

ກຸ່ມ​ກໍ່​ການ​ຮ້າຍ Al-Shabab ​ໄດ້ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໂດຍ​ທັນທີຕໍ່​ການ​ໂຈມ​ຕີ ທີ່​ພິມ​ເຜີຍ​ແຜ່​ໂດຍ​ທາງ​ອິນ​ເຕີ​ແນັດ. ກຸ່ມ​ດັ່ງກ່າວ​ໆວ່າ ການ​ໂຈມ​ຕີ​ນີ້​ແມ່ນແນ​ເປົ້າໃສ່່ “ພວກ​ຄົນ​ງານ​ຄຣິສຕຽນ.”

ການ​ໂຈມ​ຕີ​ໃນ​ວັນ​ອັງຄານມື້ນີ້ ​ເປັນ​ຂີດ​ໝາຍ​ຫລ້າ​ສຸດ​ໃນ​ການ​ໂຈມ​ຕີ​ຂ້າມຊາຍ​ແດນ​ຫລາຍ​ແຫ່ງ ຂອງ​ກຸ່ມ al-Shabab ນັບ​ແຕ່​ເຄນ​ຢາ​ໄດ້​ເຂົ້າ​ແຊກ​ແຊງ​ໃນ​ໂຊ​ມາ​ເລຍເມື່ອ​ປີ 2011.

​ໃນ​ຕົ້ນ​ປີ​ນີ້ ຫົກ​ຄົນ​ໄດ້​ເສຍ​ຊີວິດ​ລະຫວ່າງ​ການໂຈມ​ຕີ​ທີ່ຄ້າຍຄື​ກັນຕໍ່​ຜູ້​ມາ​ຢ້ຽມ ຢາມ​ໃນ​ເມືອງ Mandera ​ເວລາ​ຜູ້​ຕ້ອງ​ສົງ​ໄສ ​ເປັນພວກ​ຫົວ​ຮຸນ​ແຮງ al-Shabab ​ໂຈມ​ຕີ​ບໍລິ​ເວນ​ຄຸ້ມ​ບ້ານ​ພັກ.

​ໃນ​ເດືອນ​ພະຈິກ ປີ 2014 ພວກ​ຫົວ​ຮຸນ​ແຮງ​ໄດ້​ສັງຫານ 28 ຄົນ​ທີ່​ບໍ່​ແມ່ນ​ມຸສລິ​ມ ຫລັງ​ຈາກ​ຈີ້​ລົດ​ຕູ້​ ໃນ​ເມືອງ Madera.

ອ່ານຂ່າວນີ້ເປັນພາສາອັງກິດ

Kemya Attacks
please wait
Embed

No media source currently available

0:00 0:00:44 0:00

XS
SM
MD
LG