ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ຕ້ອງສົງໄສ ກຳລັງລົບໜີ ຈາກການຍິງສາມຄົນຕາຍ ຢູ່ໃນລັດເທັກຊັສ


ຕຳຫຼວດ ແລະໜ່ວຍສຸກເສີນ ກຳລັງປະຕິບັດງານຢູ່ບ່ອນເກີດເຫດ ຈາກການຍິງກັນຕາຍ ຢູ່ໃນນະຄອນອັອສຕິນ ລັດເທັກຊັສ ວັນທີ 18 ເມສາ 2021.
ຕຳຫຼວດ ແລະໜ່ວຍສຸກເສີນ ກຳລັງປະຕິບັດງານຢູ່ບ່ອນເກີດເຫດ ຈາກການຍິງກັນຕາຍ ຢູ່ໃນນະຄອນອັອສຕິນ ລັດເທັກຊັສ ວັນທີ 18 ເມສາ 2021.

ການຕາມລ່າ ຫາໂຕອະດີດຕຳຫຼວດຄົນນຶ່ງ ທີ່ໄດ້ເລີ້ມມາແຕ່ວັນອາທິດວານນີ້ ຍັງດຳເນີນຢູ່ຕໍ່ມາ ໃນການຍິງສັງຫານສາມຄົນຕາຍໃນນະຄອນອັອສຕິນ ລັດເທັກຊັສ. ທີ່ເຈົ້າໜ້າທີ່ຄົນນຶ່ງໄດ້ກ່າວວ່າ ຍັງບໍ່ຮູ້ໄດ້ວ່າ ຜູ້ຕ້ອງສົງໄສຍັງຢູໃນ ນະຄອນດັ່ງກ່າວຫຼືບໍ່.

ຮັກສາການຜູ້ບັນຊາການຕຳຫຼວດ ໃນນະຄອນອັອສຕິນ ທ່ານໂຈເຊັຟ ຊາກອນ (Joseph
Chacon) ກ່າວວ່າ ບັນດາຜູ້ທີ່ຢູ່ໃກ້ບ່ອນເກີດເຫດຍິງກັນ ໃນເວລາກ່ອນທ່ຽງຂອງວັນອາ
ທິດວານນີ້ ບໍ່ຈຳເປັນຕ້ອງໄດ້ລີ້ຢູ່ບ່ອນເກົ່າ ແຕ່ທ່ານກ່າວ ວ່າ ເຂົາເຈົ້າຄວນ “ລະມັລະວັງ.”
ທ່ານກ່າວວ່າ ພວກເຈົ້າໜ້າທີ່ໄດ້ຂະຫຍາຍ ການຊອກຫາທ້າວສະຕີເວັນ ໂບຣເຣິກ
(Strephen Broderick) ອາຍຸ 41 ປີ ຊຶ່ງເວລານີ້ກາຍເປັນ “ການຊອກຫາຜູ້ທີ່ຫລົບລີ້ໜີກົດໝາຍ.”

ທ່ານຊາກອນ ກ່າວວ່າ “ບັນດາຜູ້ເຄາະຮ້າຍໄດ້ເປັນທີ່ຮູ້ກັນດີຕໍ່ຜູ້ຕ້ອງສົງໄສ. ໃນຂະນະນີ້ ພວກເຮົາບໍ່ຄິດວ່າບຸກຄົນດັ່ງກ່າວທີ່ໜີອອກໄປນັ້ນ ຈະເປັນເປົ້າ ໝາຍຍິງສັງຫານຢ່າງບໍ່ເລືອກໜ້າ. ແຕ່ບໍ່ໄດ້ໝາຍຄວາມວ່າ ລາວບໍ່ເປັນອັນ ຕະລາຍ.”

ໃນຕອນເຊົ້ານັ້ນ ພວກຊາວບ້ານທີ່ຢູ່ໃກ້ ໄດ້ຖືກເຕືອນໃຫ້ພາກັນລີ້ຢູ່ໃນບ້ານເຮືອນ ແລະໂທລະສັບຫາເພື່ອນບ້ານເຂົາເຈົ້າເພື່ອກວດເບິ່ງເຂົາເຈົ້າ. ທ່ານຊາກອນ ໄດ້ກ່າວໃນຕອນຕົ້ນວ່າ ພວກເຈົ້າໜ້າທີ່ໄດ້ມີຄວາມເປັນຫ່ວງຢ້ານວ່າ ທ້າວ ໂບຣເດຣິກ “ອາດຈະຈັບໂຕປະກັນ ແລະລາວເອງລີ້ຢູ່ບ່ອນໃດ ບ່ອນນຶ່ງ ລໍ ຖ້າໃຫ້ພວກເຮົາໜີໄປ.”

ທ່ານຊາກອນ ກ່າວວ່າ ທ້າວໂບຣເດຣິກ ສູງ 1 ແມັດ 7 ຊັງຕີແມັດ ແລະ ຜີວດຳ. ລາວນຸ່ງເຄື່ອງສີຂີ້ເທົ່າທີ່ສາມາດດຶງປົກຫົວໄດ້ ໃສ່ແວ່ນຕາ ແລະໃສ່ ໝວກເບສບອນ. ທ່ານຊາກອນກ່າວວ່າ ຕຳຫຼວດຍັງບໍ່ຮູ້ວ່າລາວຢູ່ໃນຍານພາ ຫະນະ ຫຼືຍ່າງ.

ທ່ານກ່າວວ່າ ທ້າວໂບຣເດຣິກ ແມ່ນອະດີດເຈົ້າໜ້າທີ່ຕຳຫຼວດຄົນນຶ່ງ ກັບຫ້ອງ ການເມືອງທຣາວິສ ທີ່ຕັ້ງຢູ່ໃນນະຄອນອັອສຕິນ. ບໍ່ມີລາຍລະອຽດເພີ້ມເຕີມ ທີ່ ໄດ້ແຈ້ງໃຫ້ຊາບໂດຍທັນທີ ກ່ຽວກັບທ້າວໂບເດຣິກ ຮວມທັງເວລາທີ່ລາວເຮັດ ວຽກເປັນຕຳຫຼວດ.

ທ່ານຊາກອນ ກ່າວວ່າ ທ້າວໂບຣເດຣິກ ເປັນຜູ້ຕ້ອງສົງໄສສັງຫານແມ່ຍິງສະແປນິສສອງ
ຄົນ ແລະຜູ້ຊາຍຜິວດຳຄົນນຶ່ງ. ທ່ານກ່າວວ່າ ທ້າວໂບຣເດຣິກ ຮູ້ ພວກເຄາະຮ້າຍ ແຕ່ບໍ່
ໄດ້ບັນລະຍາຍວ່າເປັນຫຍັງ ຫຼືໃຫ້ເຫດຜົນໃນການຍິງສັງ ຫານ. ທ່ານຊາກອນຍັງກ່າວວ່າ
ມີເດັກນ້ອຍຄົນນຶ່ງທີ່ໄດ້ພົວພັນ ແຕ່ວ່າເດັກນ້ອຍຄົນນັ້ນໄດ້ພົບເຫັນ ແລະປອດໄພແລ້້ວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG