ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ຕ້ອງ​ສົງ​ໄສ ທີ່​ເປັນມື​ປືນ​ສັງ​ຫານ​ໝູ່ ໃນ​ເມືອງ ເວີ​ຈິ​ເນຍ ບີ​ສ ​​ຖືກ​ລະ​ບຸ​ຕົວ


ຫົວ​ໜ້າ​ຕຳ​ຫຼວດ Virginia Beach ທ່ານ​ເຈມ​ສ໌ ເຊີ​ຣ​ເວີ​ຣາ ກ່າວ​ຕໍ່​ກອງ​ປະ​ຊຸມ​ນັກ​ຂ່າວ ວັນ​ທີ 1 ມິ​ຖຸ​ນາ 2019 ທີ່​ເມືອງ Virginia Beach, Va.
ຫົວ​ໜ້າ​ຕຳ​ຫຼວດ Virginia Beach ທ່ານ​ເຈມ​ສ໌ ເຊີ​ຣ​ເວີ​ຣາ ກ່າວ​ຕໍ່​ກອງ​ປະ​ຊຸມ​ນັກ​ຂ່າວ ວັນ​ທີ 1 ມິ​ຖຸ​ນາ 2019 ທີ່​ເມືອງ Virginia Beach, Va.

ຜູ້​ຕ້ອ​ງ​ສົງ​ໄສ​ໃນ​ການ​ຍິງ​ 12 ຄົນຕາຍໃນ​ວັນ​ສຸກ​ທີ່​ຜ່ານ​ມາ ຢູ່​ຕຶກ​ໂຮງ​ການ​ລັດ​ຖະ​ບານ​
ເມືອງ​ Virginia Beach ໄດ້​ຖືກ​ລະ​ບຸ​ຕົວ​ວ່າແມ່ນ ທ້າວ​ ເດວນແຄ​ຣດ​ດັອກ, ທີ່​ເປັນ​ພະ
​ນັກ​ງານ​ຂອງ​ຫ້ອງ​ການ​ນ້ຳ​ ແລະ​ໄຟຟ້າ​ເປັນ​ເວ​ລາ ດົນນານ.

ຜູ້​ບັນ​ຊາ​ການ​ຕຳ​ຫຼວດ ທ່ານ​ເຈ​ມ​ສ໌ ເຊີ​ເວຣາ ໄດ້ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ເມື່ອ
​ຕອນ​ເຊົ້າ​ວັນ​ເສົາ​ວານນີ້ ມື​ປືນ​ໄດ້​ເປັນພະ​ນັກ​ງານ​ທີ່ບໍ່​ພໍ​ໃຈ, ຜູ້​ທີ່​ໄດ້​ຖືກ​ສັງ​ຫານ​ໂດຍ​ຕຳ
​ຫຼວດ​ ທີ່​ຖືກ​ອະ​ທິ​ບາຍ​ວ່າ “ເປັນການ​ຍິງກັນ​ເປັນ​ເວ​ລາ​ດົນ​ນານ.” ທ່ານ ເຊີ​ເວ​ຣາ ໄດ້​
ກ່າວ​ວ່າ ແຮງ​ຈູງ​ໃຈ​ສຳ​ລັບ​ການ​ໂຈມ​ຕີ​ນັ້ນ​ແມ່ນບໍ່​ໄດ້​ທັນ​ໄດ້​ຖືກ​ພິ​ຈາ​ລະ​ນາ​ເທື່ອ.

ພວກ​ເຈົ້າ​ໜ້​າ​ທີ່​ໄດ້​ເພັ່ງ​ເລັງໃສ່​ບັນ​ດາ​ຜູ້​ເຄາະ​ຮ້​າຍ ໃນ​ລະ​ຫ​ວ່າງກອງ​ປະ​ຊຸມ​ຖະ​ແຫຼງ
​ຂ່າວນັ້ນ, ຊຶ່ງບອກ​ຊື່ຂອງ​ແຕ່​ລະ​ຄົນ ​ໃນ​ຂະ​ນະ​ທີ່​ຮູບ​ເຂົາ​ເຈົ້າ​ໄດ້​ຖືກ​ສາຍ​ໃສ່​ໜ້າ​ຈໍ ພ້ອມ
​ກັບ​ຂໍ້​ມູນປະ​ຫວັດສ່ວນ​ຕົວ​ດ້ວຍ.

ຜູ້​ບໍ​ລິ​ຫານເມືອງ ທ່ານ​ ເດຟ ແຮ​ນ​ສັນ ກ່າວ​ວ່າ ທັງ​ໝົດ ​ແຕ່​ຜູ້​ເຄາະ​ຮ້າຍ​ຄົນ​ນຶ່ງ​ທີ່​ຖືກ​ສັງ​
ຫານ​ໄດ້​ເປັນ​ພະ​ນັກ​ງານ​ຂອງເມືອງ Virginia Beach ແລະ​ອີກ​ຄົນ​ນຶ່ງ​ແມ່ນ​ສັນ​ຍາ​ຈ້າງ.
ທ່ານ ​ແຮ​ນ​ສັນ​ ກ່າວ​ວ່າ ລາວ​ໄດ້​ເຮັດ​ວຽກ​ຫຼາຍ​ປີ​ກັບ​ຜູ້​ເຄາະ​ຮ້າຍ​ຫຼາຍ​ຄົນ ແລະ​ເຂົາ​ເຈົ້າ
​ໄດ້ “ຄວາມ​ເປົ່າ​ຫວ່າງ ທີ່​ພວກ​ເຮົາ​ຈະ​ບໍ່​ມີ​ວັນຕື່ມ​ເຕັມ​ໄດ້.”

ບັນ​ດາ​ສະ​ມາ​ຊິກ​ໂບດ Mount Olive Baptist Church ພ​າ​ກັນ​ສູດ​ມົນ ໄວ້​ອາ​ໄລ ຢູ່​ໃກ້​ບ່ອນ​ເກີດ​ເຫດ ວັນ​ທີ 1 ມິ​ຖຸ​ນາ 2019.
ບັນ​ດາ​ສະ​ມາ​ຊິກ​ໂບດ Mount Olive Baptist Church ພ​າ​ກັນ​ສູດ​ມົນ ໄວ້​ອາ​ໄລ ຢູ່​ໃກ້​ບ່ອນ​ເກີດ​ເຫດ ວັນ​ທີ 1 ມິ​ຖຸ​ນາ 2019.

ທ່ານ​ ເຊີ​ເວ​ຣາ ໄດ້ກ່າ​ວໃນ​ວັນ​ສຸກ​ທີ່​ຜ່ານ​ມາ​ວ່າ ຜູ້​ຍິງ​ປືນ “​ໄດ້​ຍິງ​ປືນໃສ່​ຄົນ​ຢ່າງ​ບໍ່​ເລືອກ
​ໜ້າ ແລະ ໃນ​ທັນ​ທີ​ທັນ​ໃດ” ຫຼັງ​ຈາກ​ລາວ​ໄດ້​ເຂົ້າ​ມາ​ໃນຕຶກ ບໍ່​ດົນຫຼັງ 4 ໂມງ​ຕອນແລງ​
ໃນ​ວັນ​ສຸກທີ່​ຜ່ານ​ມາ.

ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ສີ່​ຄົນ​ໄດ້​ຮັບ​ບາດ​ເຈັບ​ຈາກການຖືກ​ຍິງ​.

ບັນ​ດາ​ຜູ້​ເຫັນ​ເຫດ​ການ​ກ່າວ​ວ່າ ການ​ຍິງ​ກັນ​ໄດ້​ເກີດ​ຂຶ້ນ​ຢູ່​ໃນຕຶກ​ເບີສອງ ​ຂອງ ​ໂຮງຫ້ອງ
ການ​ເທດ​ສະ​ບານ​ເມືອງ Virginia Beach, ຊຶ່ງ​ເປັນ​ບ່ອນ​ເຮັດວຽກ​ເຮັດການ​ຂອງ​ພວກ
​ພະ​ນັກ​ງານພະ​ແນກ​ໂຍ​ທາ ສາ​ທາ​ລະ​ນຸ​ປະ​ໂພກ ແລະ​ແຜນ​ການ.

ອ່ານ​ຂ່າວ​ນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG