ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຕ້ອງຫາໃນຄະດີຍິງສັງຫານ ຢູ່ບໍລິເວນນະຄອນຊິຄາໂກ ໄດ້ຖືກ 7 ຂໍ້ຫາກ່ຽວກັບການຄາດຕະກໍາ

ຢູ່ທີ່ເມືອງ ໄຮແລນ ພາຣ໌ກ, III, ປະຊາຊົນຢູ່ໃນທ້ອງຖິ່ນດັ່ງກ່າວ ທ້າງເມີຣີ ໂຣເຊັນບັສ (Murry Rosenbush) ເປັນເງົາສະທ້ອນຢູ່ໃນປ່ອງຢ້ຽມຂອງປະຕູຮ້າຍຄ້າ ໃນຂະນະທີ່ລາວຍົກຍ້າຍເຄື່ອງຂອງທີ່ຖືກປະໄວ້ໂດຍຜູ້ທີ່ເຂົ້າມາຮ່ວມງານສວນສະໜາມວັນທີ 4 ກໍລະກົດ ຂອງເມືອງ. ເມື່ອວັນທີ 5 ກໍລະກົດ 2022.

ຜູ້ຕ້ອງສົງໄສອາຍຸ 21 ປີ ກ່ຽວກັບເຫດການໂຈມຕີ ທີ່ເຮັດໃຫ້ມີຜູ້ເສຍຊີວິດໃນຂະບວນສວນສະໜາມ ຂອງມື້ວັນປະກາດເອກະລາດ ຢູ່ນອກເມືອງນະຄອນຊິກາໂກ ໄດ້ຖືກຕັ້ງ 7 ຂໍ້ຫາ ໃນເຫດການຍິງກັນທີ່ຮຸນແຮງ ອັນໄດ້ເຮັດໃຫ້ມີຜູ້ເສຍຊີວິດເຖິງ 7 ຄົນ ແລະມີຜູ້ບາດເຈັບອີກຫຼາຍກວ່າ 30 ຄົນ.

ໄອຍະການລັດໃນ​ເຂດເລກ ເຄົາຕີ້ (Lake County) ທ່ານເອຣິກ ​ໄຣນຮາຣ໌ຕ (Eric Rinehart) ກ່າວວ່າ ຖ້າຫາກ​ຖືກ​ພົບ​ເຫັນ​ວ່າ​ມີ​ຄວາມ​ຜິດ, ທ້າວໂຣເບີດ ຄຣີໂມ ​ທີ 3 (Robert Crimo III) ຈະຕ້ອງປະເຊີນກັບໂທດຕິດຄຸກຕະຫຼອດຊີວິດ ໂດຍບໍ່ອະນຸຍາດໃຫ້ມີການປ່ອຍ​ຕົວ​ກ່ອນ​ກຳ​ນົດໃດໆ. ຜູ້ສືບສວນທີ່ໄດ້ຕັ້ງ ຄໍາຖາມຕໍ່ຜູ້ຕ້ອງສົງໄສ ແລະໄດ້ກວດສອບຄືນກ່ຽວກັບການຂຽນຂໍ້ຄວາມຕ່າງໆທີ່ລົງໃນສື່ສັງຄົມອອນລາຍຂອງລາວນັ້ນ ຍັງບໍ່ໄດ້ລົງ​ຄວາມ​ເຫັນກ່ຽວກັບແຮງຈູງໃຈໃນການກໍ່ເຫດດັ່ງກ່າວ, ໂຄສົກຂອງໜ່ວຍງານປະຕິບັດການສະເພາະກິດທາງດ້ານອາຊະຍາກໍາ​ຂອງເລກ ເຄົາຕີ້ ທ່ານຄຣິສໂຕເຟີ ໂຄເວລລີ (Christopher Covelli) ກ່າວໃນການຖະແຫຼງຂ່າວ.

ທີມງານຮັບຜິດຊອບຫຼັກຖານຂອງສະມາຊິກແຫ່ງອົງການ FBI ພາກັນຍົກຍ້າຍເຄື່ອງຂອງຕ່າງໆຂອງສ່ວນບຸກຄົນ ນຶ່ງມື້ລຸນຫຼັງການຍິງສັງຫານໝູ່ຢູ່ໃນໂຕເມືອງຂອງເມືອງໄຮແລນ ພາຣ໌ກ III, ເມື່ອວັນທີ 5 ກໍລະກົດ 2022. ມືປືນ ຍິງປືນໃສ່ຂະບວນສວນສະໜາມໃນມື້ວັນປະກາດເອກະລາດ ຈາກດາດຟ້າ ໂດຍການຍິງສາດລູກປືນໃສ່ຝູງຊົນ.

ທ່ານໂຄເວລລີ ກ່າວວ່າ ທ້າວ ຄຣີໂມ ໄດ້ຊື້ອາວຸດຢ່າງຖືກ​ຕ້ອງ​ຕາມກົດໝາຍທັງໝົດ 5 ​ກະ​ບອກ, ເຊິ່ງລວມມີ ປືນ​ຍາວຄວາມແຮງສູງ 2 ກະບອກ, ນຶ່ງໃນນັ້ນ ແມ່ນພົບເຫັນຢູ່ໃນສະຖານທີ່ເກີດເຫດການຍິງກັນ ແລະອີກກະບອກນຶ່ງ ແມ່ນຢູ່ໃນລົດຂອງລາວ.

ຢູ່ໃນການຖະແຫຼງຂ່າວຕອນແລງຂອງມື້ວັນອັງຄານວານນີ້, ເຈົ້າໜ້າທີ່ຕໍາຫຼວດເປີດເຜີຍວ່າ ພວກເຂົາເຈົ້າໄດ້ໂທໄປເຮືອນຂອງທ້າວຄຣີໂມ 2 ເທື່ອໃນເດືອນກັນຍາຂອງປີ 2019 ລຸນຫຼັງທີ່ລາວໄດ້ກໍ່ຄວາມຮຸນແຮງ ແລະການຂູ່ເຂັນຕ່າງໆກ່ຽວກັບການຂ້າໂຕຕາຍ. ເຈົ້າໜ້າທີ່ຕໍາຫຼວດໄດ້ຢຶດເອົາມີດຈໍານວນນຶ່ງ, ດາບສັ້ນອັນນຶ່ງ, ແລະດາບຍາວນຶ່ງອັນ ແຕ່ບໍ່ມີຮ່ອງຮອຍ ກ່ຽວກັບປືນແຕ່ຢ່າງໃດ.

ທ້າວ ຄຣີໂມ ໄດ້ຂໍໃບອະນຸຍາດຖືປືນໃນເດືອນທັນວາ ປີ 2019, ໃນຕອນທີ່ລາວມີອາຍຸພຽງ 19 ປີ ໂດຍພໍ່ຂອງລາວ ເປັນຜູ້ຄໍ້າປະກັນຕໍ່ໜັງສືສະໝັກຂອງລາວ, ເຈົ້າໜ້າທີ່ຕໍາຫຼວດຂອງລັດອີລີນອຍ ກ່າວ.

ລູກສາວກົກຂອງນາງລິນເຊ ເລີຣີ (Lindsey Lurie) ຂຽນໃສ່ຮູບທີ່ແມ່ຂອງລາວແຕ້ມເປັນຫົວໃຈຢູ່ໃນທາງຍ່າງ ໃນມື້ວັນທີ 5 ກໍລະກົດ 2022, ໃກ້ກັບເມືອງ ໄຮແລນ ພາຣ໌ກ III. ນຶ່ງມື້ລຸນຫຼັງເຫດການຍິງສັງຫານໝູ່.
ລູກສາວກົກຂອງນາງລິນເຊ ເລີຣີ (Lindsey Lurie) ຂຽນໃສ່ຮູບທີ່ແມ່ຂອງລາວແຕ້ມເປັນຫົວໃຈຢູ່ໃນທາງຍ່າງ ໃນມື້ວັນທີ 5 ກໍລະກົດ 2022, ໃກ້ກັບເມືອງ ໄຮແລນ ພາຣ໌ກ III. ນຶ່ງມື້ລຸນຫຼັງເຫດການຍິງສັງຫານໝູ່.

ເຈົ້າໜ້າທີ່ຕໍາຫຼວດຂອງລັດກ່າວຢູ່ໃນຖະແຫຼງການວ່າ ໃນເວລານັ້ນ, “ບໍ່ມີພື້ນ ຖານພຽງພໍ ໃນການສ້າງຫຼັກຖານທີ່ແຈ່ມແຈ້ງ ແລະສະແດງເຖິງອັນຕະລາຍ” ເພື່ອປະຕິເສດໜັງສືຂໍອະນຸຍາດຂອງລາວ.

ເຈົ້າໜ້າທີ່ຕໍາຫຼວດກ່າວວ່າ ມືປືນຜູ້ນີ້ ໄດ້ໃຊ້ອາວຸດຈູ່ໂຈມແບບ AR-15 ແລະຍິງຫຼາຍກວ່າ 70 ລູກ ໃນການໂຈມຕີຢູ່ໃນຊຸມຊົນທີ່ຮັ່ງມີ ຂອງເມືອງ ໄຮແລນ ພາຣ໌ກ ລະຫວ່າງການສະເຫຼີມສະຫຼອງວັນທີ 4 ກໍລະກົດ. ຈາກນັ້ນ ລາວໄດ້ຫລົບໜີໂດຍການແຕ່ງ​ຕົວ​ໃນຊຸດກະໂປ່ງເປັນແມ່ຍິງ ເພື່ອປົນເຂົ້າໄປໃນຝູງຊົນ ທີ່ກໍາລັງພະຍາຍາມຫລົບໜີແບບວຸ້ນວາຍ ຈາກເຫດການສັງຫານດັ່ງກ່າວ, ທ່ານໂຄເວລລີ ກ່າວໃນມື້ວັນອັງຄານວານນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG