ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຕ້ອງສົງໄສ ທີ່ຢູ່ເບື້ອງຫຼັງ ການລະເບີດ ໃນເມືອງ ແນສວິລ ບໍ່ໄດ້ເປັນເປົ້າໝາຍ ຂອງ ຕຳຫຼວດ


ບັນດານັກສືບສວນສອບສວນ ສືບຕໍ່ທຳການກວດຄົ້ນສະຖານທີ່ລະເບີດແຕກ, ເມືອງ ແນສວິລ, ລັດເທັນເນັສຊີ. 28 ທັນວາ, 2020.
ບັນດານັກສືບສວນສອບສວນ ສືບຕໍ່ທຳການກວດຄົ້ນສະຖານທີ່ລະເບີດແຕກ, ເມືອງ ແນສວິລ, ລັດເທັນເນັສຊີ. 28 ທັນວາ, 2020.

ບັນດານັກສືບສວນສອບສວນ ສະຫະລັດ ເວົ້າວ່າຜູ້ຊາຍທີ່ຢູ່ເບື້ອງຫຼັງການລະເບີດໃນວັນຄຣິສມັສຢູ່ລັດ ເທັນເນັສຊີ “ແມ່ນບໍ່ໄດ້ຢູ່ໃນເປົ້າໝາຍຂອງພວກເຮົາ” ໃນຂະນະທີ່ເຂົາເຈົ້າສືບຕໍ່ເຮັດວຽກ ເພື່ອພິຈາລະນາແຮງຈູງໃຈໃນການລະເບີດ ທີ່ໄດ້ເຮັດໃຫ້ສາມຄົນບາດເຈັບເມື່ອວັນສຸກທີ່ຜ່ານມາ.

ທ່ານ ເດວິດ ຣອຊ໌, ຜູ້ອຳນວຍການຫ້ອງການສືບສວນສອບສວນລັດເທັນເນັສຊີ ໄດ້ກ່າວຕໍ່ບັນດານັກຂ່າວຜ່ານທາງ Zoom ວ່າ “ລາວບໍ່ແມ່ນຄົນທີ່ຖືກລະບຸເປັນຜູ້ທີ່ຢູ່ໃນຄວາມສົນໃຈຂອງຫ້ອງ ການ, ແລະ ສະນັ້ນພວກເຮົາຈຶ່ງບໍ່ຄຸ້ນເຄີຍກັບບຸກຄົນທີ່ວ່ານີ້ຈົນກວ່າເຫດການເກີດຂຶ້ນ.”

ໃນວັນອາທິດທີ່ຜ່ານມາ ບັນດາເຈົ້າໜ້າທີ່ໄດ້ລະບຸຕົວທ້າວ ແອນໂທນີ ຄວິນ ວໍເນີ ອາຍຸ 63 ປີ ເປັນຜູ້ຊາຍທີ່ໄດ້ລະເບີດລົດເຮືອນໃນຕອນເຊົ້າມືດຢູ່ເມືອງ ແນສວິລ ທາງພາກໃຕ້ຂອງລັດ ເທັນເນັສຊີ, ທີ່ໄດ້ສັງຫານຕົນເອງດ້ວຍ. ລະເບີດດັ່ງກ່າວ ໄດ້ສ້າງຄວາມເສຍຫາຍຕໍ່ຕຶກຫຼາຍສິບຫຼັງ ແລະ ໄດ້ລົບກວນລະບົບໂທລະຄົມໃນຄຸ້ມບ້ານຢູ່ບໍລິເວນນັ້ນ, ເຊິ່ງເຕັມໄປດ້ວຍຮ້ານກິນດື່ມເພງລູກທົ່ງ ແລະ ຮ້ານອາຫານ.

ບັນດານັກສືບສວນສອບສວນໄດ້ໃຊ້ DNA ແລະ ຫຼັກຖານອື່ນໆເຊັ່ນການຊອກຫາເລກລະຫັດລົດ ຈາກລົດເຮືອນດັ່ງກ່າວ ແລະ ຮ່ອງຮອຍຈາກສາທາລະນະທີ່ເຊື່ອມໂຍງທ້າວ ວໍເນີ ກັບການລະເບີດ.

ທ່ານ ຣອຊ໌ ໄດ້ກ່າວໃນວັນຈັນວານນີ້ວ່າ ແມ່ຂອງທ້າວ ວໍເນີ ໄດ້ໃຫ້ການຮ່ວມມືກັບບັນດານັກສືບສວນສອບສວນ ແຕ່ໄດ້ກ່າວວ່າແຮງຈູງໃຈສຳລັບການລະເບີດແມ່ນບໍ່ແນ່ນອນ. ທ່ານໄດ້ກ່າວວ່າການຖືກຈັບພຽງຄັ້ງດຽວຂອງທ້າວ ວໍເນີ ແມ່ນຂໍ້ກ່າວຫາທີ່ກ່ຽວຂ້ອງກັບກັນຊາໃນປີ 1978.

ທ່ານ ຣອຊ໌ ໄດ້ກ່າວວ່າ ການສືບສວນສອບສວນຂອງຫຼາຍອົງການ ກ່ຽວກັບ ການລະເບີດນັ້ນປະ ກອບມີຫ້ອງການສືບສວນສອບສວນລັດ ເທັນເນັສຊີ, ອົງການ FBI, ຫ້ອງການຄວບຄຸມເຫຼົ້າ, ຢາສູບ, ອາວຸດ ແລະ ລະເບີດຂອງລັດຖະບານກາງ.

ທ່ານໄດ້ກ່າວວ່າ “ພວກເຮົາທຸກຄົນກັບເກັບເອົາຊີ້ນສ່ວນປິດສະໜາທຸກອັນ, ເຮັດວຽກເພື່ອພິຈາ ລະນາສິ່ງທີ່ເປັນແຮງຈູງໃຈສຳລັບບຸກຄົນດັ່ງກ່າວນີ້.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG