ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊຸມຊົນລາວໃນທະວີບອາເມຣິກາຂອງວີໂອເອ ໃນແລງວັນອາທິດມື້ນີ້ ກິ່ງສະຫວັນເຮົາຈະນຳເອົາການໂອ້ລົມ ກັບຍານາງ ຊູຊານນາ ຣາດຊະວົງ ຢູ່ເມືອງສະປຣິງຟຽລ ຊຶ່ງເປັນເມືອງນ້ອຍໆ ຢູ່ນອກນະຄອນຟິລາແດລເຟຍ ໃນລັດເພັນຊິລເວເນຍ ກ່ຽວກັບ ການເລືອກຕັ້ງເປັນສະມາຊິກບໍລິຫານຫຼື commissioner ຈາກເຂດ 2 ຂອງຍານາງ ມາສະ ເໜີທ່ານໃນອັນດັບຕໍ່ໄປ.
ຫ່ວາງບໍ່ນານມານີ້ ວີໂອເອ ໄດ້ນຳເອົາບົດບາດຄວາມກ້າວໜ້າ ແລະ ຄວາມກ້າຫານ ຂອງບັນດາສະຕີລາວອາເມຣິກັນ ທີ່ໄດ້ປະກອບສ່ວນຢູ່ໃນ ພາກສ່ວນອັນສຳຄັນ ໃນທຸກສາຂາອາຊີບຂອງຊິວິດ ແລະສັງຄົມ. ເຂົາເຈົ້າ ໄດ້ພາກັນຮັບໃຊ້ ຢູ່ໃນວົງການປົກຄອງຂອງສະຫະລັດ ນັບແຕ່ຂັ້ນທ້ອງຖິ່ນ ຂຶ້ນໄປຫາລັດ ເຊັ່ນສະໝັກເປັນຜູ້ພິພາກສາປະຈຳເມືອງ ເປັນສະມາຊິກສະ ພາບໍລິຫານປະຈຳລັດ ແລະປັດຈຸບັນກຳລັງມີສະໝັກລົງແຂ່ງຂັນເປັນຜູ້ປົກ ຄອງລັດກໍມີ. ນອກຈາກນັ້ນແລ້ວເຮົາໄດ້ເຫັນແມ່ຍິງເຊຶ້ອສາຍເອເຊຍໄດ້ຖືກ ເລືອກເປັນຮອງປະທານາທິບໍດີສະຫະລັດຄົນທຳອິດໃນປະຫວັດສາດ.
ບັດນີ້ຂ້າພະເຈົ້າຂໍແນະນຳໃຫ້ທ່ານຮູ້ຈັກກັບຍານາງຊູຊານນາ ຣາດຊະວົງ ສະ ມາຊິກສັງຄົມລາວອາເມຣິກັນ ທີ່ກຳລັງໂຄສະນາຫາສຽງລົງສະໝັກຮັບໃຊ້ເປັນສະພາບໍລິຫານຫຼື commissioner ຈາກເຂດ 2 ໃນເມືອງສະປຣິງຟຽລ ລັດ ເພັນຊິລເວເນຍ ທີ່ຕັ້ງຢູ່ທາງພາກຕາເວັນອອກຂອງສະຫະລັດ ບ່ອນທີ່ຍານາງ ຊູຊານນາ ແລະຄອບຄົວ ຕັ້ງຖິ່ນຖານຢູ່ນັ້ນ.
ຍານາງຊູຊານນາ ອາຍຸ 34 ປີ ເກີດຢູ່ໃນສະຫະລັດ ສາມາດປາກພາສາລາວ ໄດ້ດີ ນາງເປັນທະນາຍຄວາມຝ່າຍຄົນເຂົ້າເມືອງ ແລະທຸລະກິດຂະໜາດນ້ອຍ ຊຶ່ງຍານາງໄດ້ແນະນຳຕົນເອງຕໍ່ ວີໂອເອ ດັ່ງນີ້:
ຍານາງຊູຊານນາ ກ່າວວ່າການສຶກສາເປັນສິ່ງສຳຄັນຂອງຊີວິດ ນອກຈາກຝຶກ ຝົນຕົນເອງແລ້ວ ພໍ່ແມ່ກໍໄດ້ໃຫ້ການຊຸກຍູ້ຮໍ່າຮຽນຢ່າງເຕັມທີ່. ຍານາງຊູຊານໄດ້ໃຫ້ເຫດຜົນວ່າ ເປັນຫຍັງຈຶ່ງລົງສະໝັກຮັບໃຊ້ເປັນສະມາຊິກສະພາບໍລິຫານ ເມືອງສະປຣິງຟຽລ ບ່ອນທີ່ຄອບຄົວຂອງຍານາງ ອາໄສຢູ່ນີ້ວ່າ:
ຍານາງຊູຊານນາ ໄດ້ອະທິບາຍເຖິງໜ້າທີ່ວຽກງານຄວາມຮັບຜິດຊອບຂອງການ ເປັນຄະນະບໍລິຫານເມືອງສະປຣິງຟຽລ ຫຼື commissioner ສູ່ຟັງດັ່ງນີ້:
“ຄະນະສະພາບໍລິຫານມີໜ້າທີ່ດູແລເມືອງ ຄວບຄຸມກົດໝາຍ ໃຫ້ທຸກສິງທຸກ ຢ່າງ ເດີນໄປດ້ວຍດີ ມີບັນຫາໃດໆ ກ່ຽວກັບຕຳຫຼວດ ການພັດທະນາເມືອງ ການເກັບຂີ້ເຫຍື້ອ ຄະນະສະພາບໍລິຫານມີໜ້າທີ່ຜ່ານກົດລະບຽບການຕ່າງໆ ເຫຼົ່ານີ້ເປັນຕົ້ນ. ເມືອງສະປຣິງຟຽລ ແມ່ນເມືອງນ້ອຍໆມີປະຊາຊົນຢູ່ປະມານ 20,000 ຄົນ ແບ່ງອອກເປັນ 7 ເຂດແລະເຂດທີ 2 ແມ່ນເຂດທີ່ຂ້າພະເຈົ້າ ຈະຮັບໃຊ້ຊຶ່ງສ່ວນໃຫຍ່ແມ່ນຊາວອາເມຣິກັນຄົນຂາວທັງໝົດແລະເປັນເມືອງ ທີ່ີມີຄວາມສະຫງົບງຽບດີ.”
ໜ້າທີ່ການຜູ້ບໍລິຫານເມືອງເປັນວຽກທີ່ມີກຽດ ວຽກບໍ່ເຕັມເວລາ ແລະເປັນວຽກທີ່ ໄດ້ຮັບເງິນພຽງເລັກນ້ອຍ. ວຽກງານດັ່ງກ່າວນີ້ ສ່ວນຫຼາຍມັກຈະເປັນວຽກສຳລັບ ຜູ້ອາວຸໂສ ທີ່ອອກບໍານານໄປແລ້ວ ແລະມີເວລາອາສາສະໝັກເພື່ອຊ່ວຍສັງຄົມ. ຍານາງຊູຊານນາ ເປັນແມ່ຍິງລາວອາເມຣິກັນທີ່ໜຸ່ມນ້ອຍ ມີປະສົບການ ແລະ ຄວາມສາມາດ. ຍານາງຊູຊານນາໄດ້ຮັບການສະໜັບສະໜູນ ຈາກສາມີ ຢ່າງ ເຕັມທີ່ ໂດຍບໍ່ໃຫ້ມີຄວາມເປັນຫ່ວງ ທາງດ້ານການເງິນ ຊຶ່ງຍານາງຊູຊານນາ ໄດ້ບັນລະຍາຍສູ່ ວີໂອເ ຟັງວ່າ:
ຍານາງຊູຊານນາ ກ່າວວ່າປັດຈຸບັນນີ້ ມີແຕ່ຍານາງສະໝັກ ສັງກັດຢູ່ໃນພັກເດ ໂມແຄຣັດ ແລະຍັງບໍ່ປາກົດເຫັນມີໃຜເຂົ້າມາສະໝັກແຂ່ງເທື່ອ. ໃນວັນທີ 18ເດືອນພຶດສະພາຈະມາເຖິງນີ້ ຈະເປັນການປ່ອນບັດເລືອກຕັ້ງຂັ້ນຕົ້ນ ກ່ອນຈະ ຜ່ານເຂົ້າໄປສູ່ການປ່ອນບັດເລືອກຕັ້ງທົ່ວໄປ ໃນເດືອນພະຈິກທ້ານປີນີ້. ສາມີ ຂອງຍານາງຊູຊານ ອະດີດທະຫານ ນາວິກກະໂຍທິນສະຫະລັດ ໄດ້ຊຸກຍູ້ໃຫ້ ຍານາງສະໝັກຫຼາຍກວ່າໂຕຂອງຍານາງເອງ ແລະໄດ້ກ່າວມ້ວນທ້າຍສູ່ ວີໂອ ເອ ຟັງດັ່ງນີ້:
ສະຫະລັດອາເມຣິກາ ໄດ້ພິສູດໃຫ້ເຫັນຊໍ້າແລ້ວຊໍ້າອີກ ແກ່ບັນດາປະຊາຊົນອາ ເມຣິກາ ໂດຍທົ່ວໄປວ່າ ທ່ານສາມາດເປັນໄດ້ທຸກສິ່ງທຸກຢ່າງ ໃນຄວາມຝັນ ທີ່ ທ່ານຢາກເປັນ ແລະໂຊກດີຈົ່່ງເກີດຂຶ້ນ ແດ່ຍານາງ ຊູຊານນາ ຣາດຊະວົງ.
ທີ່ທ່ານໄດ້ຟັງຜ່ານໄປນັ້ນແມ່ນການໂອ້ລົມກັບຍານາງຊູຊານນາ ຣາດຊະວົງ ຜູ້ສະໝັກເຂົ້າແຂ່ງຂັນ ເປັນສະມາຊິກສະພາບໍລິຫານ ເມືອງສະປຣິງຟຽລ ລັດຟິລາແດລເຟຍ. ກະລຸນາຕິດຕາມຟັງ ລາຍການຊຸມຊົນລາວ ເລື້ອງໃໝ່ ໃນແລງວັນອາທິດໜ້າ ເວລາດຽວກັນນີ້.