ຊາດ ທ່ານນາງ Susan Rice ຈະມາເປັນທີ່ປຶກສາດ້ານຄວາມ
ໝັ້ນຄົງແຫ່ງຊາດຂອງປະທານາທິບໍດີ. ທ່ານນາງມີໂອກາດຈະ
ໄດ້ແບ່ງປັນຄວາມຄິດຄວາມເຫັນຂອງທ່ານນາງ ກັບປະທານາ
ທິບໍດີ ເຖິງແມ່ນໃນຕົ້ນປີນີ້ ການຄັດຄ້ານໃນລັດຖະສະພາ ໄດ້ ເຮັດໃຫ້ທ່ານນາງພາດໂອກາດທີ່ຈະໄດ້ເປັນລັດຖະມົນຕີກະ
ຊວງການຕ່າງປະເທດ.
ທ່ານນາງໄດ້ຕົກຢູ່ຖ້າມກາງການສູ້ຢັນກັນລະຫວ່າງທໍານຽບ
ຂາວແລະສະມາຊິກພັກຣີພັບບລິກັນ ໃນລັດຖະສະພາ ຫລື
Capitol Hill ກ່ຽວກັບການໂຈມຕີສະຖານກົງສຸນສະຫະລັດ
ຢູ່ທີ່ເມືອງ Benghazi ປະເທດລີເບຍ ໃນເດືອນກັນຍາປີກາຍນີ້.
Margaret Besher ຜູ້ສື່ຂ່າວວີໂອເອປະຈໍາອົງການສະຫະປະຊາຊາດ ມີລາຍລະອຽດ
ກ່ຽວກັບສະຕີທີ່ມີການໂຕ້ແຍ້ງກັນທ່ານນີ້ ຊຶ່ງບົວສະຫວັນຈະນໍາມາສະເໜີທ່ານ.
ເບິ່ງວີດິໂອກ່ຽວກັບເລື້ອງນີ້:
ເອກອັກຄະລັດຖະທູດ Susan Rice ໄດ້ເປັນຄົນວົງໃນຂອງກຸງວໍຊິງຕັນຢ່າງແທ້ຈິງ ນັບແຕ່
ມື້ທີ່ທ່ານນາງເກີດມາ.
ທ່ານນາງໄດ້ເຕີບໂຕຂຶ້ນມາຖ້າມກາງແວດວົງພວກຄົນຮັ່ງມີຂອງກຸງວໍຊິງຕັນ, ເປັນລູກສາວ
ຂອງຫົວໜ້າລະບົບທະນາຄານກາງສະຫະລັດ. ທ່ານນາງໄດ້ເຮັດໃຫ້ຕົນເອງກາຍເປັນຄົນ
ໂດດເດັ່ນໃນດ້ານການສຶກສາ ຢູ່ມະ ຫາວິທະຍາໄລ Stanford ໃນລັດຄາລິຟໍເນຍ ແລະໄປ
ຮັບການສຶກສາຂັ້ນ ປລິນຍາໂທ ແລະປະລິນຍາເອກທີ່ມະຫາວິທະຍາໄລ Oxford ໃນປະ
ເທດອັງກິດ.
ຄວາມໂດດເດັ່ນທາງດ້ານການເມືອງຂອງທ່ານນາງ ຂັ້ນທຳອິດໄດ້ເລີ້ມຂຶ້ນໃນລະຫວ່າງ
ສະໄໝລັດຖະບານຂອງທ່ານບິລ ຄລິນຕັນໃນນາມເປັນ ຜູ້ຊ່ວຍພິເສດຄົນນຶ່ງຂອງທ່ານ
ຕໍ່ມາກໍເປັນລັດຖະມົນຕີຊ່ວຍວ່າການກະ ຊວງການຕ່າງປະເທດ ຮັບຜິດຊອບວຽກງານໃນ
ຂົງເຂດອາຟຣິກາ.
ທ່ານນາງເປັນຜູ້ສະໜັບສະໜຸນ ຕັ້ງແຕ່ຕອນຕົ້ນໆ ແລະກໍເປັນທີ່ປຶກສາຂອງທ່ານບາຣັກ
ໂອບາມາ ຊຶ່ງໃນເວລານັ້ນເປັນຜູ້ລົງສະໝັກເລືອກຕັ້ງປະທານາທິບໍດີ ແລະກາຍເປັນເອກ
ອັກຄະລັດຖະທູດຂອງທ່ານ ປະຈໍາສະຫະປະຊາຊາດ ໃນປີ 2009.
ສາດສະດາຈານສອນ ທີ່ມະຫາວິທະຍາໄລອາເມຣິກັນ ແລະຜູ້ຂຽນປຶ້ມ David Bosco
ເວົ້າວ່າ ທ່ານນາງ Rice ມີປະຫວັດທີ່ດີເດັ່ນ ພ້ອມທັງ ມີຄວາມສໍາພັນຢ່າງໃກ້ຊິດກັບປະ
ທານາທິບໍດີໂອບາມາ.
ທ່ານ Bosco ເວົ້າວ່າ “ທ່ານນາງເຂົ້າໃຈວ່າ ຫົວຈັກນະໂຍບາຍການຕ່າງປະເທດ
ສະຫະລັດປະຕິບັດງານແນວໃດ ແລະຂ້າພະເຈົ້າຄິດວ່າ ອັນນີ້ເປັນສິ່ງທີ່ມີຄຸນຄ່າ
ຢ່າງເຫລືອຫລາຍ. ສາຍສໍາພັນຂອງທ່ານນາງກັບປະທານາທິບໍດີກໍມີຄຸນຄ່າສຳ
ຄັນເຊັ່ນກັນ.”
ທ່ານນາງ Rice ເວົ້າວ່າ: “ມັນດີເກີນໄປ ແລະມັນເປັນການສະແດງເຖິງຄວາມ
ສາມາດ.”
ຢູ່ທີ່ສະຫະປະຊາຊາດນັ້ນ ທ່ານນາງ Rice ໄດ້ປະທະຄາລົມກັບຄູ່ຕຳແໜ່ງຝ່າຍຣັດເຊຍ
ແລະທ່ານນາງກໍມີຊື່ສຽງໃນການເປັນນັກເຈລະຈາທີ່ແຂງແກ່ນ. ຍຸດທະວິທີການທູດຂອງ
ທ່ານນາງແມ່ນເປັນແບບທີ່ວ່າ “ບໍ່ແມ່ນເລື້ອງທີ່ໄຮ້ສາລະ” ແລະກໍ “ແຫຼມຄົມ” ອີກດ້ວຍ.
ລຸນຫລັງທີ່ມີການໂຈມຕີໃນວັນທີ 11 ກັນຍາ ຕໍ່ສະຖານກົງສູນສະຫະລັດ ຢູ່ເບັງກາຊີນັ້ນ
ໃນທັນທີທັນໃດທ່ານນາງ Rice ກໍຮູ້ສຶກວ່າ ຕົນໄດ້ຕົກໄປຢູ່ ໃນລະຫວ່າງກາງຂອງການ
ສູ້ຢັນກັນລະຫວ່າງທໍານຽບຂາວກັບບັນດາສະມາຊິກພັກ Republican ໃນລັດຖະສະພາ
ສະຫະລັດ ຫລື Capitol Hill.
ທ່ານນາງ Rice ກ່າວຕໍ່ກອງປະຊຸມຖະແຫລງຂ່າວ ທີ່ອົງການສະຫະປະຊາຊາດວ່າ: “ຂ້າພະເຈົ້າໄດ້ກາງຕໍ່ອາໄສພຽງແຕ່ ແລະຢ່າງເຕັມທີ່ນຳຂໍ້ມູນທີ່ສະໜອງໃຫ້ໂດຍ
ປະຊາຄົມສືບລັບ.”
ບັນດາສະມາຊິກສະພາສູງຈາກພັກ Republican ຊຶ່ງລວມທັງທ່ານ Lindsey Graham
ຈາກລັດ South Carolina ໄດ້ຄັດຄ້ານການ ແຕ່ງຕັ້ງທ່ານນາງ Rice ໃຫ້ເປັນລັດຖະມົນ
ຕີກະຊວງການຕ່າງປະເທດ ໂດຍອີງໃສ່ຄໍາເຫັນຂອງທ່ານນາງ ທີ່ອອກມາ 5 ມື້ ລຸນຫລັງ
ການໂຈມຕີ ທີ່ສັງຫານຄົນອາເມຣິກັນ 4 ຄົນໄປນັ້ນ.
ສະມາຊິກສະພາສູງ Graham ເວົ້າວ່າ “ຂ້າພະເຈົ້າບໍ່ຄິດວ່າ ທ່ານນາງສົມຄວນທີ່
ຈະໄດ້ຮັບການເລື່ອນຊັ້ນ. ຍັງມີຄົນ ທີ່ມີຄຸນສົມບັດເໝາະສົມຫລາຍຄົນຢູ່ ຢູ່ໃນ
ປະເທດນີ້ ທີ່ທ່ານປະທານາທິບໍດີສາມາດເລືອກເອົາໄດ້ ແຕ່ວ່າຂ້າພະເຈົ້າຕ້ອງ
ເຮັດໃຫ້ແນ່ໃຈວ່າ ພວກເຮົາບໍ່ເລື່ອນຊັ້ນໃຫ້ແກ່ຜູ້ໃດທັງນັ້ນ ທີ່ເປັນຄົນມີບົດບາດ
ສໍາຄັນໃນການໂຕ້ແຍ້ງ ກ່ຽວກັບເຫດການທີ່ເມືອງ Benghazi.”
ເຖິງແມ່ນວ່າທ່ານນາງ Rice ໄດ້ພົບປະກັບບັນດາສະມາຊິກສະພາສູງແລ້ວກໍຕາມ ແຕ່ ການຄັດຄ້ານກໍຍັງມີຢູ່ ແລະເຖິງແມ່ນວ່າ ຈະມີການສະໜັບສະໜຸນຈາກປະທານາທິບໍດີ ກໍຕາມ ແຕ່ທ່ານນາງກໍໄດ້ຖອນຊື່ ອອກຈາກການພິຈາລະນະໃຫ້ຮັບຕໍາແໜ່ງດັ່ງກ່າວ.
ປະທານາທິບໍດີ ບາຣັກ ໂອບາມາ ກ່າວຊົມເຊີຍວ່າ: “ທ່ານນາງ Susan Rice ແມ່ນບຸກຄົນທີ່ພິເສດແທ້ໆ. ບໍ່ມີອັນໃດທີ່ຈະເຮັດໃຫ້ຂ້າພະເຈົ້າພູມໃຈຕໍ່ຜົນ
ງານຂອງທ່ານນາງ ໄປຫລາຍກວ່ານີ້ອີກແລ້ວ.”
ທ່ານ John Kerry ໄດ້ກາຍມາເປັນລັດຖະມົນຕີກະຊວງການຕ່າງປະເທດ ແລະບັດນີ້
ປະທານາທິບໍດີໂອບາມາ ໄດ້ເລື່ອນຕຳແໜ່ງ ໃຫ້ແກ່ທ່ານນາງ Susan Rice ເປັນທີ່
ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ຊຶ່ງເປັນຕໍາແໜ່ງທີ່ບໍ່ຕ້ອງໄດ້ຮັບການຢືນຢັນຈາກ
ລັດຖະສະພາສະຫະລັດ.
ເບິ່ງວີດິໂອ ການແຕ່ງຕັ້ງທ່ານນາງ ຊູເສິນ ໄຣສ໌: