ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ເມສາ ໒໐໒໖

ບັນດາຜູ້ລອດຊີວິດຫວັງທີ່ຈະໄດ້ຄໍາຕອບ ໃນເຫດການໄຟໄໝ້ອາຄານ Grenfell Tower ທີ່ຮ້າຍແຮງໃນລອນດອນ

ພາບສ່ວນນຶ່ງໃນກໍາແພງຂອງການສະແດງຄວາມເສຍໃຈ ກ່ອນມີການບົດລາຍງານສະບັບທີ 2 ຕໍ່ສາທາລະນະ ກ່ຽວກັບການສອບສວນເຫດການໄຟໄໝ້ຮ້າຍແຮງຢູ່ອາຄານ Grenfell, ໃນນະຄອນຫຼວງລອນດອນ, ປະເທດອັງກິດ, ວັນທີ 22 ສິງຫາ 2024.
ພາບສ່ວນນຶ່ງໃນກໍາແພງຂອງການສະແດງຄວາມເສຍໃຈ ກ່ອນມີການບົດລາຍງານສະບັບທີ 2 ຕໍ່ສາທາລະນະ ກ່ຽວກັບການສອບສວນເຫດການໄຟໄໝ້ຮ້າຍແຮງຢູ່ອາຄານ Grenfell, ໃນນະຄອນຫຼວງລອນດອນ, ປະເທດອັງກິດ, ວັນທີ 22 ສິງຫາ 2024.

ເປັນເວລາ 7 ປີ ລຸນຫຼັງໄຟໄໝ້ຕຶກອາຄານສູງໃນນະຄອນຫຼວງລອນດອນ ທີ່ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 72 ຄົນ, ການສອບຖາມຜູ້ຄົນໃນສັງຄົມຢ່າງລະອຽດ ແມ່ນມີກໍານົດທີ່ຈະຖືກລາຍງານ ກ່ຽວກັບການລະເລີຍ ແລະຄວາມຜິດພາດ ອັນໄດ້ເຮັດໃຫ້ໄຟນ້ອຍໆໃນເຮືອນຄົວຂອງອາພາດທ໌ເມັນຫ້ອງນຶ່ງ ກາຍມາເປັນເຫດການໄຟໄໝ້ທີ່ຮ້າຍແຮງທີ່ສຸດໃນແຜ່ນດິນຂອງອັງກິດ ນັບ​ຕັ້ງ​ແຕ່​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ.

ປະທານການສືບສວນສອບສວນ ທ່ານ ມາຕິນ ມົວ-ບິກ (Martin Moore-Bick), ຜູ້ພິພາກສາທີ່ກິນບໍານານແລ້ວ, ກໍາລັງລາຍງານຜົນການຄົ້ນພົບໃນວັນພຸດມື້ນີ້ ຈາກການສືບສວນມາເປັນເວລາ 6 ປີ ທີ່ກວດເບິ່ງວ່າ ຂໍ້ຜິດພາດຂອງການກໍ່ສ້າງເປັນແນວໃດ, ການບັງຄັບໃຊ້ມາດຕະຖານຄວາມປອດໄພ ແລະຄວາມຜິດພາດຂອງເຈົ້າຫນ້າທີ່ສຸກເສີນ ມີສ່ວນເຮັດໃຫ້ຈໍານວນຜູ້ເສຍຊີວິດທີ່ໜ້າຕົກໃຈໂດຍລວມໃນເຫດການໄຟໄໝ້ອາຄານສູງ ເກຣັນເຟລ ທາວເວີ (Grenfell Tower) ເປັນແນວໃດ.

ບົດລາຍງານສຸດທ້າຍ ອາດຈະເຮັດໃຫ້ຜູ້ລອດຊີວິດຈໍານວນນຶ່ງໄດ້ຮັບຄໍາຕອບທີ່ພວກເຂົາເຈົ້າຊອກຫາມາດົນນານ, ເຖິງແມ່ນວ່າ ບໍ່ແມ່ນການດໍາເນີນຄະດີສໍາລັບຜູ້ທີ່ຮັບຜິດຊອບ. ເຖິງແມ່ນຈະບໍ່ມີການກ່າວ​ຫາ​ທາງ​ອາ​ຍາ​ຕໍ່ບັນດາຜູ້ຮັບຜິດຊອບເຫຼົ່ານັ້ນກໍຕາມ ຂໍ້ກ່າວຫາທາງອາຍາກໍຈະຖືກໂຈະໄວ້ ຈົນກວ່າການສອບສວນຈະໄດ້ຮັບຜົນສະຫຼຸບ.

ນາງ ຊານດຣາ ຣູອິສ (Sandra Ruiz), ຜູ້ທີ່ມີຫຼານສາວອາຍຸ 12 ປີ ນາງ ເຈັສຊິກ້າ ເອີບາໂນ ຣາມີເຣສ (Jessica Urbano Ramirez), ທີ່ເສຍຊີວິດໃນເຫດການໄຟໄໝ້ດັ່ງກ່າວນັ້ນ ເວົ້າວ່າ “ສໍາລັບຂ້ອຍແລ້ວ, ມັນຈະບໍ່ມີຄວາມຍຸຕິທໍາເລີຍ ຖ້າບໍ່ມີຄົນເຂົ້າໄປຢູ່ໃນຄຸກ.”

ອ່ານຂ່າວນີ້ເປັນພາສາອັງກິດ

This item is part of

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG