ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການ​ສຳ​ຫຼວດ ສະ​ແດງ​ໃຫ້​ເຫັນ​ວ່າ ມີ​ຊາວ​ອາ​ເມ​ຣິ​ກັນ ບໍ່​ຮອດ​ເຄິ່ງ ສະ​ໜັບ​ສະ​ໜຸນ ເນ​ໂຕ້


ສຳ​ນັກ​ງານ​ໃຫຍ່​ອົງ​ການ​ເນ​ໂຕ້ ທີ່​ນະ​ຄອນບ​ຣັ​ສ​ເຊີ​ລ​ສ໌ ປະ​ເທດ​ແບ​ລ​ຈ້ຽມ.
ສຳ​ນັກ​ງານ​ໃຫຍ່​ອົງ​ການ​ເນ​ໂຕ້ ທີ່​ນະ​ຄອນບ​ຣັ​ສ​ເຊີ​ລ​ສ໌ ປະ​ເທດ​ແບ​ລ​ຈ້ຽມ.

ການ​ສຳ​ຫຼວດ​ເທື່ອ​ໃໝ່​ສະ​ແດງ​ໃຫ້​ເຫັນ​ວ່າ ບໍ່​ຮອດ​ເຄິ່ງ​ນຶ່ງ​ຂອງ​ຊາວ​ອາ​ເມ​ຣິ​ກັນ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ອົງ​ການສົນ​ທິ​ສັນ​ຍາ​ແອັດ​ແລນ​ຕິກ​ເໜືອທີ່​ເອີ້ນ​ຫຍໍ້​ວ່າ ເນ​ໂຕ້ ຊຶ່ງ​ເປັນ​ກຸ່ມ​ພັນ​ທະ​ມິດ ຊຶ່ງ​ຕົ້ນ​ຕໍ​ນັ້ນ ແມ່ນ​ແນ​ໃສ່ເພື່ອ​ສະ​ໜອງ​ການ​ຮັກສາ​ຄວາມ​ປອດ​ໄພ​ຮ່ວມ ຕ້ານ​ສະ​ຫະ​ພາບ​ໂຊ​ຫວຽດ ແຕ່​ເວ​ລານີ້ ແມ່ນ​ແນ​ໃສ່ຣັດ​ເຊຍ ແລະ​ພວກ​ທີ່​ບໍ່​ສັງ​ກັດ​ປະ​ເທດ ເຊັ່ນ​ກຸ່ມ​ຕາ​ລີ​ບານແລະ​ກຸ່ມ​ລັດ​ອິ​ສ​ລາມ.

ການ​ສຳ​ຫຼວດ​ຂອງ​ອົງ​ການ YouGov ທີ່​ນຳ​ອອກ​ເຜີຍ​ແຜ່​ເນື່ອງ​ໃນ​ໂອ​ກາດ​ວັນຄົບ​ຮອບ 70 ປີ​ຂອງ​ອົງ​ການ​ເນ​ໂຕ້ ພົບ​ວ່າ ມີ​ແຕ່ 44 ເປີ​ເຊັນ​ຂອງ​ຊາວ​ອາ​ເມຣິ​ກັນ ໃຫ້​ການສະ​ໜັບ​ສະ​ໜຸນ​ການ​ເຂົ້າ​ຮ່ວມ​ຂອງ​ສະ​ຫະ​ລັດ​ໃນ​ສົນ​ທິ​ສັນ​ຍາ​ດັ່ງ​ກ່າວ ນັ້ນ​ແມ່ນ​ຫລຸດ​ລົງ 3 ເປີ​ເຊັນ ຈາກ​ການ​ສຳ​ຫຼວດ​ເທື່ອ​ກ່ອນ ໃນ​ປີ 2017.

ນອກ​ນັ້ນ​ການ​ຢັ່ງ​ຫາງ​ສຽງ​ຍັງ​ໄດ້​ສຳ​ຫຼວດ​ເບິ່ງ​ປະ​ເທດ​ສະ​ມາ​ຊິກ​ຂອງ​ອົງ​ການ​ເນ​ໂຕ້​ອື່ນໆ ແລະ​ກໍ​ພົບ​ວ່າ ການ​ສະ​ໜັບ​ສະ​ໜຸນ​ກຸ່ມ​ພັນ​ທະ​ມິດນີ້ ໄດ້​ຫຼຸດ​ລົງ​ຢ່າງຫຼວງຫຼາຍ ໃນ​ຮອບ​ສອງ​ປີ​ຜ່ານ​ມາ ໃນ​ປະ​ເທດ​ພັນ​ທະ​ມິດ​ໃນ​ຢູ​ໂຣບ​ທີ່​ສຳ​ຄັນໆ. ການ​ໃຫ້​ຄວາມ​ສະ​ໜັບ​ສະ​ໜຸນ​ຕໍ່​ອົງ​ການ​ເນ​ໂຕ້​ໃນ​ອັງ​ກິດ ໄດ້​ຫຼຸດ​ລົງ​ຈາກ 73 ເປີ​ເຊັນ ມາ​ເປັນ 59 ເປີ​ເຊັນ, ຢູ່​ເຢຍ​ຣະ​ມັນ ໄດ້​ຫຼຸດ​ຈາກ 68 ເປີ​ເຊັນ ລົງ​ມາເປັນ 54 ເປີ​ເຊັນ ແລະ​ຢູ່​ຝ​ຣັ່ງ ໄດ້​ຫຼຸດ​ຈາກ 54 ເປີ​ເຊັນ ລົງ​ມາ​ເປັນ 39 ເປີເຊັນ.

ອົງ​ການ YouGov ກ່າວ​ວ່າ ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ ລະ​ຫວ່າງ​ຄົນ​ຮຸ້ນ​ໃໝ່​ກັບ​ຄົນ​ຮຸ້ນ​ເກົ່າ ຢູ່​ໃນ​ສະ​ຫະ​ລັດ ໃນ​ການ​ໃຫ້​ຄວາມ​ສະ​ໜັບ​ສະ​ໜຸນ​ຕໍ່​ອົງ​ການ​ເນໂຕ້ ໂດຍ​ທີ່ 56 ເປີ​ເຊັນ​ຂອງ​ພວກ​ທີ່​ເອີ້ນ​ວ່າ Baby Boomer ທີ່​ເຕີບ​ໃຫຍ່​ໃນ​ຕອນ​ເລີ້ມ​ຕົ້ນ​ຂອ​ງ​ສົງ​ຄາມ​ເຢັນ ເຊື່ອ​ວ່​າ ສົນ​ທິ​ສັນ​ຍາ​ດັ່ງ​ກ່າວຍັງ​ສືບ​ຕໍ່ມີ​ບົດ​ບາດ ​ທີ່ສຳ​ຄັນ ໃນ​ການ​ປົກ​ປ້ອງ​ປະ​ເທດ​ຕາ​ເວັນ​ຕົກ. ມີ​ແຕ່ 35 ເປີ​ເຊັນ​ຂອງ​ພວກທີ່​ເຕີຍ​ໃຫຍ່​ໃນ​ຕົ້ນ​ສັດ​ຕະ​ວັດ​ທີ 21 ແລະ 23 ເປີ​ເຊັນ​ຂອງ​ອັນ​ທີ່​ເອີ້ນ​ວ່າ Generation X ສະ​ໜັບ​ສະ​ໜຸນ​ການ​ເຂົ້າ​ຮ່ວມ​ໃນ​ອົງ​ການ​ເນ​ໂຕ້​ຂອງ​ສະ​ຫະ​ລັດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG