ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ສຳ​​ຫຼວດ ​ສະ​ແດງ​ໃຫ້​ເຫັນ​ຄວາມ​ແຕກ​ຕ່າງ​ ກັນ​ຫຼາຍ​ ໃນ​ທັດ​ສະ​ນະຂອງ​ຄົນ​ເອ​ເມ​ຣິ​ກັນ ​ເຊື້ອ​ສາຍ​ເອ​ເຊຍ ຕໍ່​ ສ​ຫລ ແລະ ​ຈີນ

ຜູ້​ຄົນ​ຍ່າງ​ຜ່ານ​ປະ​ຕູ​ໂຂງ​ທາງ​ໃຕ້​ຂອງເຂດ​ຄຸ້ມ Chinatown ໃນ​ນະ​ຄອນ San Francisco, ວັນ​ທີ 23 ພຶດ​ສະ​ພາ, 2022
ຜູ້​ຄົນ​ຍ່າງ​ຜ່ານ​ປະ​ຕູ​ໂຂງ​ທາງ​ໃຕ້​ຂອງເຂດ​ຄຸ້ມ Chinatown ໃນ​ນະ​ຄອນ San Francisco, ວັນ​ທີ 23 ພຶດ​ສະ​ພາ, 2022

ການສໍາຫຼວດຊາວອາເມຣິກັນເຊື້ອສາຍເອ​ເຊຍທີ່ເປີດເຜີຍອອກ​ມາໃນວັນພຸດຜ່ານ​ມານີ້ ພົບວ່າ ຫຼາຍກວ່າສາມສ່ວນສີ່ແມ່ນມີທັດສະນະທີ່ດີຕໍ່ສະຫະລັດ, ໃນຂະນະທີ່ ມີພຽງ ແຕ່ 20 ເປີ​ເຊັນເທົ່ານັ້ນ ທີ່ມີທັດສະນະທີ່ດີຕໍ່ຈີນ.

(ພາບ​ໃນ​ແຟ​ມ) ສະ​ມາ​ຊິກ​ຂອງ​ອົງ​ການສະ​ຫະ​ນ​ຊາວ​ເກົາ​ຫລີ-ອາ​ເມ​ຣ​ກັນ​ໃນ​ນະ​ຄອນ Los Angeles ຂີ່​ລົດ​ທີ່​ຕິດ​ປ້າຍ '#Stop Asian Hate,' ຢູ່​ໃນ​ຂະ​ບວນ​ລົດ​ຄາ​ລາ​ວານ​ຢູ່​ອ້ອມ​ຮອບເຂດ Koreatown, ວັນ​ທີ 19 ມີ​ນາ, 2021

ສູ​ງ​ກາງຄົ້ນຄວ້າພີວ (Pew) ໄດ້ສໍາຫຼວດຜູ້ໃຫຍ່ຊາວອາເມຣິກັນເຊື້ອ​ສາຍ​ເອ​ເຊຍ ຫຼາຍກວ່າ 7,000 ຄົນ ໃນລະຫວ່າງເດືອນກໍລະກົດ 2022 ຫາເດືອນມັງກອນ 2023, ໂດຍມີຄຳຖາມທີ່ເນັ້ນໃສ່ທັດສະນະຄະ​ຕິ ​ຕໍ່ບ້ານເກີດເມືອງນອນຂອງ​ເຂົາເຈົ້າ ແລະຕໍ່ປະ​ເ​ທດອື່ນໃນເອ​ເຊຍ. ຜູ້​ຕອບຄຳ​ຖາມລວມມີ​ຜູ້​ທີ່​ມີ​ສາຍພົວພັນກັບຍີ່ປຸ່ນ, ​ເກົາ ຫຼີໃຕ້, ​ໄຕ້​ຫວັນ, ຟີ​ລິບ​ປິນ, ຫວຽດນາມ, ອິນ​ເດຍ ​ແລະ ຈີນ.

​ເມື່ອ​ຖາມ​ກ່ຽວ​ກັບ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຕົນ, ມີ​ພຽງ 41 ເປີ​ເຊັນເທົ່າ​ນັ້ນ ຂອງ​ຊາວ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ຈີນ​ທີ່​ກ່າວ​ວ່າ ​ເຂົາ​ເຈົ້າ​ມີ​ທັດສະນະ​ທີ່​ດີ​ຫຼາຍ ​ຫຼື​ປານ​ກາງ​ຕໍ່​ຈີນ. ກຸ່ມອື່ນທີ່ຖືກສໍາຫຼວດສ່ວນ​ໃຫຍ່ແມ່ນມີຄວາມຄິດເຫັນທີ່​ດີກ່ຽວກັບບ້ານເກີດ ເມືອງນອນຂອງເຂົາເຈົ້າ.

ໃນ​ບັນ​ດາ​ຊາວ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ເອ​ເຊຍກຸ່ມ​ອື່ນນັ້ນ ມີ​ພຽງ 14ເປີ​ເຊັນ ທີ່​ບອກ​ວ່າ​ເຂົາ​ເຈົ້າ​ມີ​ທັດ​ສະ​ນະ​ທີ່​ດີ​ຕໍ່​ຈີນ.

ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ​ຢູ່​ກັບ ນາ​ຍົກ Narendra Modi ຂອງ​ອິນ​ເດຍ​ໃນ​ກອງ​ປະ​ຊຸມ​ກັບຜູ້​ນຳນັກ​ທຸ​ລະ​ກິດ​ຂອງ​ອາ​ເມ​ຣິ​ກາ ແລະ​ອິນ​ເດຍຢູ່​ຫ້ອງ​ກ້ຳ​ຕາ​ເວັນ​ອອກ​ຂອງ​ທຳ​ນຽບ​ຂາວ, ວັນ​ທີ 23 ມິ​ຖຸ​ນາ, 2023.

ການ​ສຳ​ຫຼວດຂອງ​ສູນກາງ​ຄົ້ນ​ຄວ້າ​ພີວ​ໄດ້​ພົບ​ເຫັນ​ວ່າ ຍິ່ງ​ຊາວ​ອາ​ເມຣິ​ກັນ​ເຊື້ອ​ສາຍ​ຈີນ​ຢູ່​ໃນ​ສະ​ຫະ​ລັດ​ດົນ​ປານ​ໃດ, ທັດສະນະ​ທີ່​ດີຂອງ​ເຂົາ​ເຈົ້າ​ຕໍ່​ຈີນຍິ່ງໜ້ອຍ​ລົງ. ສໍາລັບຜູ້ ທີ່ອາໄສຢູ່ໃນສະຫະລັດໄດ້ 10 ປີ ຫຼືຫນ້ອຍກວ່າ 56 ເປີ​ເຊັນແມ່ນ ມີທັດສະນະໃນທາງບວກເມື່ອທຽບກັບ 38 ເປີ​ເຊັນ ສໍາລັບຜູ້ທີ່ຢູ່ໃນສະຫະລັດໄດ້ 21 ປີ ຫຼືດົນ ກວ່ານັ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG