ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສຳຫຼວດພົບເຫັນ ຄວາມແຕກຕ່າງ ລະຫວ່າງ ຊາວ ຢິວ ອາເມຣິກັນ ກັບ ອິສຣາແອລ


ພາບທີວທັດຂອງກຳແພງກໍ້າຕາເວັນຕົກ ແລະ ຫຼັງຄາມົນ
ຂອງສານເຈົ້າ Dome of the Rock, ເຊິ່ງແມ່ນສະຖານ
ທີ່ສັກສິດທີ່ສຸດ ສຳລັບຊາວ ຢິວ ແລະ ມຸສລິມ, ເມືອງເກົ່າ ເຈຣູຊາແລັມ.
6 ທັນວາ, 2017.
ພາບທີວທັດຂອງກຳແພງກໍ້າຕາເວັນຕົກ ແລະ ຫຼັງຄາມົນ ຂອງສານເຈົ້າ Dome of the Rock, ເຊິ່ງແມ່ນສະຖານ ທີ່ສັກສິດທີ່ສຸດ ສຳລັບຊາວ ຢິວ ແລະ ມຸສລິມ, ເມືອງເກົ່າ ເຈຣູຊາແລັມ. 6 ທັນວາ, 2017.

ການສຳຫຼວດທີ່ຫາກໍຖືກເປີດເຜີຍໃໝ່ໄດ້ພົບວ່າ ຊາວ ຢິວ ໃນປະເທດ ອິສຣາແອລ
77 ເປີເຊັນ ໄດ້ຮັບຮອງໃນການມືສາຍພົວພັນລະຫວ່າງ ສະຫະລັດ ກັບ ອິສຣາແອລ
ຂອງປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ, ໃນຂະນະທີ່ຊາວ ຢິວ ອາເມຣິກັນ
ພຽງ 44 ເປີເຊັນເທົ່ານັ້ນ ທີ່ເຫັນດີກັບທ່ານ.

ຜູ້ບໍລິຫານໃຫຍ່ຄະນະກຳມະການຊາວ ຢິວ ອາເມຣິກັນ ທ່ານ ເດວິດ ແຮຣິສ ໄດ້ກ່າວ
ວ່າ “ການສຳຫຼວດຂອງພວກເຮົາແມ່ນເຄື່ອງວັດແທກທີ່ສຳຄັນ ກ່ຽວກັບ ຄວາມເຂົ້າໃຈ
ແລະ ທັດສະນາຄະຕິຕ່າງໆ ທີ່ສະທ້ອນເຖິງສາຍພົວພັນໃນປັດຈຸບັນ ແລະ ໄລຍະ
ຍາວ ລະຫວ່າງ ຊາວ ຢິວ ອາເມຣິກັນ ກັບ ອິສຣາແອລ, ເຊິ່ງແມ່ນປະຊາກອນຊາວ
ຢິວ ທີ່ໃຫຍ່ທີ່ສຸດໃນໂລກ.”

ຂໍ້ມູນດັ່ງກ່າວໄດ້ຖືກເປີດເຜີຍໃນວັນອາທິດມື້ນີ້, ກ່ອນພິທີເປີດກອງປະຊຸມໂລກ AJC
ໃນນະຄອນ ເຈຣູຊາແລັມ, ເຊິ່ງໄດ້ເປີດເຜີຍ “ຄວາມແຕກຕ່າງຢ່າງຫຼວງຫຼາຍ” ລະ
ຫວ່າງ ຊາວ ຢິວ ໃນ ສະຫະລັດ ກັບ ອິສຣແອລ ກ່ຽວກັບ ຫຼາຍຫົວຂໍ້.

ໃນການຕັດສິນໃຈຂອງ ສະຫະລັດ ທີ່ຮັບຮູ້ ນະຄອນ ເຈຣູຊາແລັມ ເປັນນະຄອນຫຼວງ
ຂອງປະເທດ ອິສຣາແອລ ແລະ ຍົກຍ້າຍສະຖານທູດຂອງເຂົາເຈົ້າໄປທີ່ນັ້ນ, ຊາວ ຢິວ
85 ເປີເຊັນໄດ້ສະແດງຄວາມເຫັນດີນຳ, ທຽບໃສ່ຊາວ ຢິວ ໃນ ສະຫະລັດ 46 ເປີເຊັນ
ທີ່ສະໜັບສະໜູນການເຄື່ອນໄຫວນັ້ນ.

ຊາວ ຢິວ ອິສຣາແອລ ຈຳນວນຫຼາຍກວ່າ 2 ສ່ວນ 3, ຫຼື 68 ເປີເຊັນ, ກ່າວວ່າ ມັນບໍ່
ເໝາະສົມ ສຳລັບຊາວ ຢິວ ອາເມຣິກັນ ທີ່ພະຍາຍາມຈະມີອິດທິພົນໃນນະໂຍບາຍ
ຂອງ ອິສຣາແອລ ກ່ຽວກັບ ບັນຫາຕ່າງໆເຊັ່ນຄວາມປອດໄພແຫ່ງຊາດ ແລະ ການ
ເຈລະຈາສັນຕິພາບກັບຊາວ ປາແລັສໄຕນ. ຊາວ ຢິວ ສະຫະລັດ ສ່ວນຫຼາຍ ຫຼື 53
ເປີເຊັນ, ກ່າວວ່າມັນມີຄວາມເໝາະສົມດີ.

ຊາວ ຢິວ ອິສຣາແອລ ແລະ ອາເມຣິກັນ ຍັງມີຄວາມເຫັນບໍ່ຕົງກັນ ກ່ຽວກັບວ່າ ຈະ
ເຮັດຫຍັງ ກັບການຕັ້ງຖິ່ນຖານໃໝ່ ໃນເລື່ອງຂອງຂໍ້ຕົກລົງສັນຕິພາບກັບຊາວ ປາ
ແລັສໄຕນ. ຊາວ ຢິວ ອາເມຣິກັນ 15 ເປີເຊັນ ແລະ ອິສຣາແອລ 4 ເປີເຊັນເວົ້າວ່າ
ອິສຣາແອລ ຄວນມີຄວາມຍິນດີທີ່ຈະປົດການຕັ້ງຖິ່ນໃໝ່ທັງໝົດອອກ, ໃນຂະນະທີ່
ຊາວ ຢິວ ສະຫະລັດ 44 ເປີເຊັນ ແລະ ອິສຣາແອລ 35 ເປີເຊັນກ່າວວ່າ ອິສຣາແອລ
ຄວນຍິນດີທີ່ຈະປົດການຕັ້ງຖິ່ນຖານໃໝ່ພຽງບາງສ່ວນອອກເທົ່ານັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG