ປະຊາຊົນສ່ວນໃຫຍ່ຂອງເກົາຫຼີໃຕ້, ຟີລິບປິນ ແລະສິງກະໂປ, ຕ່າງກໍໄດ້ ສະ ແດງຄວາມກັງວົນທີ່ສຸດ ກ່ຽວກັບຜົນກະທົບຂອງຄວາມເຄັ່ງຕຶງ ທີ່ເພີ້ມສູງຂຶ້ນລະຫວ່າງ ສະຫະລັດ ແລະ ຈີນ, ເຊິ່ງຫຼາຍຄົນເປັນຫ່ວງວ່າ ການປະເຊີນໜ້າກັນທາງພູມສາດການເມືອງລະຫວ່າງສອງປະເທດມະຫາອໍານາດ ສາມາດເຮັດໃຫ້ຄວາມໝັ້ນຄົງແຫ່ງຊາດຂອງພວກເຂົາເຈົ້າຫຼຸດລົງ, ອີງຕາມການສໍາຫຼວດຄວາມຄິດເຫັນ ທີ່ໄດ້ເປີດເຜີຍອອກມາໃນອາທິດນີ້.
ການສໍາຫຼວດດັ່ງກ່າວ ດໍາເນີນການໂດຍມູນນິທິ Eurasia Group ເຊິ່ງພົບວ່າ ໂດຍທົ່ວໄປ ສະຫະລັດ ມີຄະແນນທີ່ນໍາໜ້າຈີນຫຼາຍ, ໂດຍ 70 ເປີເຊັນຂອງແບບສອບຖາມໃນສາມປະເທດ ລາຍງານໄປໃນທາງບວກກ່ຽວກັບສະຫະລັດ, ໃນຂະນະທີ່ ມີພຽງ 34 ເປີເຊັນກ່າວຄືກັນ ກ່ຽວກັບຈີນ.
ແນວໃດກໍຕາມ, ຜົນສະຫຼຸບແມ່ນມີຜົນທີ່ແຕກຕ່າງກັນຫຼາຍ ໃນແຕ່ລະປະເທດ, ເຊິ່ງການຕອບແບບຖາມສ່ວນຫຼາຍໃນສິງກະໂປລາຍງານວ່າ ມີມຸມມອງກ່ຽວກັບສະຫະລັດໄປທາງລົບແລະມີມຸມມອງກ່ຽວກັບຈີນໄປທາງບວກ, ເຊິ່ງກົງກັນຂ້າມ ກັບ ເກົາຫຼີໃຕ້ ແລະ ຟີລິບປິນ.
ຈໍານວນໂຕເລກທີ່ສໍາຄັນ ຂອງຜູ້ຄົນໃນທັງໝົດສາມປະເທດ ລາຍງານວ່າ ມີຄວາມຮູ້ສຶກທາງບວກຕໍ່ທັງ ສະຫະລັດ ແລະ ຈີນ, ເຊິ່ງມີສ່ວນເຮັດໃຫ້ຫຼາຍຄົນປະເຊີນໜ້າກັບຄວາມຍາກລໍາບາກ ເມື່ອພວກເຂົາເຈົ້າຮູ້ສຶກວ່າ ຖືກບັງຄັບໃຫ້ “ເລືອກຝ່າຍໃດນຶ່ງ” ໃນການປະເຊີນໜ້າກ່ຽວກັບການແຂ່ງຂັນທາງມະຫາອໍານາດ. ໝົດທັງສາມປະເທດ, ຜົນຕອບຄໍາຖາມ 56.9 ເປີເຊັນແມ່ນເຫັນດີນໍາຖະແຫຼງການ, “ການເມືອງຂອງປະເທດຂ້ອຍ ຈະເພີ້ມທະວີຄວາມຮຸນແຮງຂຶ້ນ ເມື່ອພັກການເມືອງມີການເລືອກຝ່າຍ ໃນການແຂ່ງຂັນລະຫວ່າງ ສະຫະລັດ ແລະ ຈີນ.”