ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈະ​ມີ​ການ​ສົ່ງ ເຮືອບິນສັງເກດການ ໄປ​ຕິດ​ຕາມ​ເບິ່ງພວກຍົກຍ້າຍ​ຖິ່ນ​ຖານ ຢູ່​ຊ່ອງ​ແຄບ​ອັງ​ກິດ


ພວກ ຍົກ​ຍ້າຍ​ຖິ່ນ​ຖານ ທີ່ຝຣັ່ງ ພາກັນປຽກ ຫຼັງຈາສກລົ້ມແຫຼວການຂ້າມຊ່ອງແຄບ Calais ກຳລັງຂຶ້ນລົດບັສ ທີ່ປະເທດຝຣັ່ງ ວັນທີ 25 ພະຂິກ 2021.
ພວກ ຍົກ​ຍ້າຍ​ຖິ່ນ​ຖານ ທີ່ຝຣັ່ງ ພາກັນປຽກ ຫຼັງຈາສກລົ້ມແຫຼວການຂ້າມຊ່ອງແຄບ Calais ກຳລັງຂຶ້ນລົດບັສ ທີ່ປະເທດຝຣັ່ງ ວັນທີ 25 ພະຂິກ 2021.

ອົງການຄຸ້ມ​ຄອງຊາຍແດນຂອງສະຫະພາບຢູໂຣບ ຈະສົ່ງເຮືອບິນລຳນຶ່ງ ເປັນເວລາ 24
ຊົ່ວໂມງຕໍ່ມື້ ເພື່ອສັງເກດການເບິ່ງການຂ້າມຊ່ອງແຄບຂອງພວກ ຍົກ​ຍ້າຍ​ຖິ່ນ​ຖານ ທີ່ຝຣັ່ງ
ໄດ້ປະກາດໃນວັນອາທິດວານນີ້ຫຼັງຈາກຮຽກຮ້ອງໃຫ້ບັນດາພາຄີໃນຢູໂຣບ ໃຫ້ການຊ່ວຍ
ເຫຼືອ ໃນການປາມປາມທັບມ້າງການລັກ ລອບຄົນເຂົ້າເມືອງ.

ບັນດາລັດຖະມົນຕີ ຮັບຜິດຊອບເລື້ອງຄົນເຂົ້າເມືອງຈາກຝຣັ່ງ ເຢຍຣະມັນ ເນເທີແລນ ແລະ
ແບລຈ້ຽມ ໄດ້ພົບປະກັນຢູ່ທ່າເຮືອກາແລ (Calais) ທາງພາກ ເໜືອຂອງຝຣັ່ງ ໃນຕອນທ່ຽງ
ວັນອາທິດວານນີ້ ສີ່ມື້ຫຼັງຈາກ ໄດ້ອຸປະຕິເຫດທີ່ບໍ່ເຄີຍມີມາກ່ອນ ທີ່ເຮັດໃຫ້ 27 ຄົນ ຈົມນໍ້າ
ຢູ່ໃນຊ່ອງແຄບ.

ເຂົາເຈົ້າໄດ້ພົບປະກັນ ໂດຍປາດສະຈາກອັງກິດ ຊຶ່ງບໍ່ໄດ້ເຂົ້າຮ່ວມຫຼັງ​ຈາກ​ໄດ້ ມີ​ການ​ຖົກ​
ຖຽງກັນໃນອາທິດແລ້ວນີ້.

ສີ່ປະເທດເຫັນດີໃນການ “ເພີ້ມການຮ່ວມມືປະສານງານຢ່າງເຂັ້ມແຂງ” ໃນການ ຕໍ່ສູ້ບັນດາ
ແກັ່ງ ທີ່ໄດ້ຈັດແຈງເລື້ອງເຮືອ ແລະເສື້ອຊູຊີບ ໃຫ້ແກ່ບັນດາກຸ່ມຂອງຍົກຍ້າຍຖິ່ນຖານທີ່ີມຸ້ງ
ໜ້າສູ່ຊ່ອງແຄບ ແຕ່ເປັນເສັ້ນທາງທະເລ ທີ່ອັນຕະລາຍ ແບ່ງແຍກຝຣັ່ງ ແລະອັງກິດອອກ
ຈາກກັນ.

ອົງການ​ຄຸ້ມ​ຄອງຊາຍແດນຢູໂຣບ ຟຣອນເທັກ (Frontex) ຈະສົ່ງເຮືອບິນສັງ ເກດການ
“ທັງກາງເວັນ ແລະກາງຄືນ ເພື່ອຊ່ວຍຕຳຫຼວດຝຣັ່ງ ເນເທີແລນ ແລະແບລຈ້ຽມ” ທີ່ລັດຖະ
ມົນຕີພາຍໃນ ທ່ານເຈີຣານ ດາມາແນງ (Gerald Damanin) ໄດ້ປະກາດ.

ຢູ່ໃນການເປີດກອງປະຊຸມ ທ່ານໄດ້ສະແດງຄວາມຕື່ນຕົກໃຈໃນ​ໄພ​ພິ​ບັດ​ທີ່​ເກີດ​ຂຶ້ນໃນວັນ
ພຸດທີ່ແລ້ວນີ້ ເວລາ 27 ຄົນ ໄດ້ຈົມນໍ້າຕາຍ ຫຼັງຈາກເຮືອທີ່ສູບລົມໄດ້ເລີ້ມຮົ່ວ ໃນຂະນະທີ່
ຂ້າມຊ່ອງແຄບ ຢູ່ໃນອາກາດທີ່ີມີລົມຜັດໜາວ.

ທ່ານດາມາແນງ ກ່າວວ່າ “ພວກເຮົາບໍ່ສາມາດາຮັບເອົາການເສຍຊີວິດຂອງ ຄົນຕື່ມອີກ.”

ຈຸດເນັ້ນໜັກຂອງການປະຊຸມວັນອາທິດ ຕົ້ນ​ຕໍ​ແລ້ວ​ແມ່ນຄາດ​ວ່າ ຈະສົນທະນາ ລະຫວ່າງ
ທ່ານດາມາແນງແລະຄູ່ຕຳແໜ່ງຝ່າຍອັງກິດ ທ່ານນາງປຣີຕີ ປາແທລ (Priti Patel) ຫຼັງຈາ
ກທັງສອງປະເທດສັນຍາທີ່ຈະຕິດຕາມເບິ່ງອຸປະຕິເຫດໃນມື້ວັນພຸດ ເພື່ອຮ່ວມມືກັນ ແກ້ໄຂ
ການຂ້າມຢູ່ຊ່ອງແຄບທີ່ມີເພີ້ມຂຶ້ນໃນປີນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG