ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເທີ​ກີ ​ປ່ຽນແປງຢ່າງກະ​ທັນ​ຫັນ ຈາກ​ການ​ຕັດ​ສິນ ບໍ່​ມີ​ຄວາມ​ຜິດ ​ໂດຍ​ຄຳ​ສັ່ງ ໃຫ້​ຄຸມ​ຂັງ ທ່ານ​ກາ​ວາ​ລາ


ບັນ​ດາ​ຜູ້​ສະ​ໜັບ​ສະ​ໜູນ ປົກ​ປ້ອງ​ສິດ​ທິ​ມະ​ນຸດ ມີ​ປະຕິລິ​ຍາ ຫຼັງ​ຈາກ ​ພວກ​ໄອ​ຍະ​ການ ​ອອກ​ຖະ​ແຫຼງ​ການ​ຈັບ​ທ່ານ​​ອັ​ອສ​ມານ ກາ​ວາ​ລາ ​ຄືນ​ໃໝ່​ອີກ ວັນ​ທີ 18 ກຸມ​ພາ 2020.
ບັນ​ດາ​ຜູ້​ສະ​ໜັບ​ສະ​ໜູນ ປົກ​ປ້ອງ​ສິດ​ທິ​ມະ​ນຸດ ມີ​ປະຕິລິ​ຍາ ຫຼັງ​ຈາກ ​ພວກ​ໄອ​ຍະ​ການ ​ອອກ​ຖະ​ແຫຼງ​ການ​ຈັບ​ທ່ານ​​ອັ​ອສ​ມານ ກາ​ວາ​ລາ ​ຄືນ​ໃໝ່​ອີກ ວັນ​ທີ 18 ກຸມ​ພາ 2020.

ໃນ​ການ​ເຄື່ອນ​ໄຫວຢ່າງ​ກະ​ທັນ​ຫັນນັ້ນ ບັນ​ດາ​ໄອ​ຍະ​ການ​ເທີ​ກີ ໄດ້​ອອກ​ຄຳ​ສັ່ງ​ໃຫ້​ຄຸມ
​ຂັງ​ຜູ້​ໃຈ​ບຸນ​ໃນ​ການ​ບໍ​ລິ​ຈາກ​ເງິນ​ເພື່ອ​ການ​ກຸ​ສົນ ທ່ານອັ​ອສ​ມານ ກາ​ວາ​ລາ ບໍ່​ເທົ່າ​ໃດ​ຊົ່ວ
​ໂມງ​ຫຼັງ​ຈາກ​ສານ​ອິ​ສ​ຕັນບູລ ໄດ້​ລົງ​ຄ​ວາມ​ເຫັນວ່າ ທ່ານ​ບໍ່​ມີ​ຄວາມ​ຜິດ​ໃນ​ຂໍ້​ກ່າວ​ຫາຍຸ​
ຍົງ​ໃຫ້​ເກີດ​ຄວາມ​ບໍ່​ສະ​ຫງົບ.

ການຕັ​ດ​ສິນ​ໃຫ້​ທ່ານ​ກາ​ວາ​ນາ​ບໍ່​ມີ​ຄວາມ​ຜິດ ກ່ຽວ​ກັບ​ຂໍ້​ກ່າວ​ຫາ​ຍຸຍົງ​ໃຫ້​ເກີດ​ຄວາມ ບໍ່​
ສະ​ຫງົບ​ໃນ​ວັນ​ອັງ​ຄານ​ວານ​ນີ້ ໄດ້​ສ້າງ​ຄວາມ​ຕື່ນ​ເຕັ້ນໃຫ້ບັນ​ດາ​ກຸ່ມ​ປົກ​ປ້ອງສິດ​ທິ​ມະ​
ນຸດ​ທີ່​ເຫັນ​ວ່າ​ເປັນ​ໂອ​ກາດ​ສຳ​ລັບກຸ່ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ ແລະຄວາມ​ເປັນ​ອິດສະ​ຫຼະ​
ທາງ​ດ້ານ​ຕຸ​ລາ​ການ ​ຢູ່ໃນ​ເທີ​ກີ. ທ່ານ​ກາ​ວາ​ລາ ແລະ​ຜູ້ຖືກ​ກ່າວ​ຫາ​ອີກ​ແປດ​ຄົນ​ໄດ້ຖືກ​
ຕັດ​ສິນ​ວ່າ​ບໍ່​ມີ​ຄວາມ​ຜິດ ໃນ​ຂໍ້​ກ່າວ​ຫາ​ທັງ​ໝົດ​ທີ່ “ຂາດ​ຫລັກ​ຖານ​ອັນ​ໜັກ​ແໜ້ນ.”

ແຕ່​ໃນ​ຂະ​ນະ​ທີ່​ຄອບ​ຄົວ ແລະ​ບັນ​ດາ​ຜູ້ສະ​ໜັບ​ສະ​ໜູນ​ພາ​ກັນ​ລໍ​ຖ້າ​ຫຼາຍ​ຊົ່ວ​ໂມງ ຢູ່ນອກ
​ຄຸກ​ຊິ​ລີ​ວຣີ​ຂອງ​ອິ​ສ​ຕັນ​ບູລ ເພື່ອ​ຕ້ອນ​ຮັບ​ທ່ານ​ກາ​ວາ​ລາໃນ​ການ​ໄດ້​ຮັບອິດ​ສະ​ຫຼະ​ພາບ
ຫຼັງ​ຈາກ​ຢູ່​ໃນ​ຄຸກ​ສອງ​ປີ​ເຄິ່ງ​ເພື່ອ​ລໍ​ຖ້າ​ດຳ​ເນີນ​ຄະ​ດີນັ້ນ ເຂົາ​ເຈົ້າ​ໄດ້​ພາ​ກັນ​ໜີ​ຢ່າງ​ກະ​
ທັນ​ຫັນ ​ຫຼັງ​ຈາກມີ​ຂ່າວ ​ຄຳ​ສັ່ງໃໝ່ກ່ຽວ​ກັບການ​ກັກ​ຂັງ.

ຢູ່​ໃນ​ຖະ​ແຫຼງ​ການ ບັນ​ດາ​ໄອ​ຍະ​ການ​ໃນ​ນະ​ຄອນ​ອິ​ສ​ຕັນ​ບູ​ລ ກ່າວ​ວ່າ​ການ​ສັ່ງ​ກັກ​ຂັງ
ທ່ານ​ກາ​ວາ​ລາ ​ແມ່ນ​ພົວ​ພັນ​ກັບກັບການ​ສືບ​ສວນ​ກ່ຽວ​ກັບ​ການ​ເຮັດ​ລັດ​ຖະ​ປະ​ຫານ​ທີ່​
ບໍ່​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ປີ 2016 ​ຢູ່ໃນ​ເທີ​ກີ. ຖະ​ແຫຼງ​ການ​ຍັງ​ກາວ​ວ່​າ​ການຂໍອຸ​ທອນ​ຕໍ່
ການ​ລົງ​ຄວາມ​ເຫັນ​ບໍ່​ມີ​ຄວາມ​ຜິດນັ້ນ​ຈະ​ກະ​ທຳ​ຂຶ້ນອີກ.

ການ​ກັກ​ຂັງ​ຕໍ່​ທ່ານ​ກາ​ວາ​ລາ ໄດ້​ພາ​ໃຫ້​ມີ​ການ​ປະ​ນາມໄປ​ທົ່ວ​ໃນ​ທັນ​ທີ.

ທ່ານ​ນາງ​ແອມ​ມາ ຊິນ​ແຄ​ລ-ແວບ ນັກ​ຄົ້ນ​ຄວ້າ​ອາ​ວຸ​ໂສ​ເທີ​ກີ ຂອງ​ກຸ່ມ​ປົກ​ປ້ອງ​ສິ​ດ ທິ​
ມະ​ນຸດ Human Rights Watch ກ່າວ​ວ່າ “ນີ້​ເປັນ​ການ​ສະ​ແດງ​ໃຫ້​ເຫັນການ​ເຄື່ອນ​
ໄຫວທີ່​ເຂັ້ມ​ແຂງ ແລະ​ໄຮ້​ກົດ​ໝາຍ ເພື່ອ​ສະ​ແດງ​ໃຫ້​ເຫັນ​ຕື່ມ​ວ່າ ລະ​ບົບ​ຍຸ​ຕິ​ທຳ​ຂອງ
ເທີ​ກີຢູ່​ພາຍ​ໃຕ້​ກາ​ນ​ຄວບ​ຄຸມ​ດ້ານ​ການ​ເມືອງ​ທີ່ເຄັ່ງ​ຄັດ.”

ບັນ​ດາ​ໄອ​ຍະ​ການ​ຊອກ​ຫາ​ການ​ຕັດ​ສິນ​ລົງ​ໂທດ​ຕິດຄຸກ​ຕະ​ຫຼອດ​ຊີ​ວິດ ​ໂດຍປາດ​ສະ​
ຈາກ​ການປ່ອຍ​ໂຕ​ໂດຍ​ຝາກ​ໂທດ​ໃດໆ.

ການ​ອອກ​ໝາຍ​ຈັບ​ຜູ້​ຖືກ​ກ່າວ​ຫາ​ອີກ​ເຈັດ​ຄົນ ຜູ້​ທີ່​ໄດ້​ໜີ​ອອກ​ຈາກ​ປະ​ເທດ ແລະ​ໄດ້
​ດຳ​ເນີນ​ຄະ​ດີແບບລັບ​ຫຼັງ​ນັ້ນ​ໄດ້​ຖືກ​ຍົກ​ເລີກ.

ຜູ້​ຖືກ​ກ່າວ​ຫາ ​ແຄນ ອາ​ຕາ​ເລ ກ່າວ​ວ່າ “ພວກ​ເຮົາ​ປາກ​ບໍ່​ອອກ” ທີ່​ມີ​ປະ​ຕິ​ກິ​ລິ​ຍາ​ບໍ່​ນານ
​ຫຼັງ​ຈາກ​ການ​ລົງ​ຄວາມ​ເຫັນ​ບໍ່​ມີ​ຄວາມ​ຜິດຢູ່ນອກ​ຄຸກ​ຊິ​ລີວ​ຣີອິ​ສ​ຕັນ​ບູລ ​ບ່ອນ​ທີ່​ການ​
ດຳ​ເນີນ​ຄະ​ດີໄດ້​ຈັດ​ຂຶ້ນ. ​

ອ່ານ​ຂ່າວ​ນີ້​ເປັນ​ພາ​ສາ​ອັງ​ກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG