ເປັນຄັ້ງທຳອິດທີ່ຄົນຜູ້ນຶ່ງ ທີ່ດຳລົງຊີວິດຢູ່ກັບເຊື້ອເອັສໄອວີ (HIV) ຫລືເປັນໂຣກເອດສ໌ ໄດ້ບໍລິຈາກໝາກໄຂ່ຫລັງ ໃຫ້ແກ່ຜູ້ຮັບເອົາໝາກໄຂ່ຫລັງທີ່ມີເຊື້ອເອັສໄອວີ (HIV) ເຊັ່ນກັນ. ທີມງານນຶ່ງຈາກສູນການແພດຈອນສ໌ ຮອບຄິນສ໌ (Johns Hopkins) ຢູ່ໃນນະຄອນບາລຕີມໍ (Baltimore), ລັດແມຣີແລນ ໄດ້ດຳເນີນການຜ່າຕັດ ໃຫ້ພວກເຂົາເຈົ້າໃນວັນທີ 25 ມີນາຜ່ານມານີ້. Carol Pearson ນັກຂ່າວວີໂອເອ ມີລາຍລະອຽດກ່ຽວກັບເລື້ອງນີ້ ຊຶ່ງບົວສະຫວັນ ຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.
ຈົນກວ່າມາຮອດດຽວນີ້ ຄົນທີ່ມີເຊື້ອເອັສໄອວີ (HIV) ຫລືເປັນໂຣກເອດສ໌ ບໍ່ຖືກອະນຸຍາດໃຫ້ບໍລິຈາກອະໄວຍະວະຂອງຕົນໄດ້ ແມ່ນແຕ່ເອົາໃຫ້ແກ່ຄົນອື່ນ ທີ່ດຳລົງຊີວິດຢູ່ກັບເຊື້ອເອັສໄອວີ (HIV) ກໍບໍ່ໄດ້ເຊັ່ນກັນ. ການຜ່າຕັດເພື່ອເອົາ ອະໄວຍະວະອອກນັ້ນ ຖືວ່າເປັນການສ່ຽງຫລາຍເກີນໄປສຳລັບຜູ້ໃຫ້ບໍລິຈາກ ທີ່ອາດໃຫ້ອະໄວຍະວະໄດ້.
ແຕ່ວ່າ ການປິ່ນປົວເຊື້ອເອັສໄອວີ (HIV) ໄດ້ປ່ຽນແປງໄປຫລາຍແລ້ວ ນັບແຕ່ມັນຖືກຄົ້ນພົບຄັ້ງທຳອິດໃນຊຸມປີ 1980 ຈົນທ່ານໝໍສອງຄົນ ຢູ່ສູນການແພດ ຈອນສ໌ ຮອບຄິນສ໌ (Johns Hopkins) ໃນນະຄອນບາລຕີມໍ (Baltimore), ລັດແມຣີແລນ ຕັດສິນໃຈວ່າ ມັນເຖິງເວລາແລ້ວ ທີ່ຈະທຳການຄົ້ນຫາຄວາມເປັນໄປໄດ້ຂອງການເຮັດເຊັ່ນນັ້ນ. ໃນເລື້ອງຜ່າຕັດປ່ຽນໝາກໄຂ່ຫລັງອອກຈາກຄົນນຶ່ງທີ່ມີເຊື້ອເອັສໄອວີ (HIV) ເພື່ອເອົາໄປໃສ່ອີກຄົນນຶ່ງ ທີ່ມີເຊື້ອເອັສໄອວີ (HIV) ເປັນຄັ້ງທຳອິດທີ່ບໍ່ເຄີຍມີມາກ່ອນນັ້ນ, ດຣ. ດໍຣີ ເຊເກັຟ (Dorry Segev), ທີ່ເປັນທ່ານໝໍຜ່າຕັດ, ໄດ້ໂອ້ລົມກັບວີໂອເອໂດຍຜ່ານທາງສະໄກພ໌. ດຣ. ເຊເກັຟ ເວົ້າວ່າ ຂັ້ນຕອນໃນການຜ່າຕັດດັ່ງກ່າວນັ້ນ ເປັນເລື້ອງທີ່ສຳຄັນ ໄປກວ່າການຜ່າຕັດປ່ຽນໝາກໄຂ່ຫລັງນັ້ນອີກ. ທ່ານກ່າວດັ່ງນີ້: "ໃນອາທິດນີ້ ພວກເຮົາພາກັນສະເຫລີມສະຫລອງເຫດການທີ່ວ່າ ມັນເປັນຄັ້ງທຳອິດ ທີ່ມີໃຜຜູ້ນຶ່ງທີ່ມີເຊື້ອເອັສໄອວີ (HIV) ໄດ້ກາຍເປັນຄົນບໍລິຈາກໝາກໄຂ່ຫລັງທີ່ຍັງມີຊີວິດຢູ່ ແລະສາມາດບໍລິຈາກມັນໃຫ້ແກ່ຄົນອື່ນ ເພື່ອຊ່ວຍກອບກູ້ເອົາຊີວິດຂອງຄົນນັ້ນໄວ້. ແລະມັນເປັນເລື້ອງທີ່ວ່າ ໜ້າສະເຫລີມສະຫລອງກັນທີ່ເຫັນວ່າ ເຊື້ອເອັສໄອວີ (HIV) ໄດ້ປ່ຽນແປງຈາກການເປັນພະຍາດອັນນຶ່ງ ທີ່ 30 ປີກ່ອນໜ້ານັ້ນ ໂດຍພື້ນຖານແລ້ວ ແມ່ນໂທດປະຫານຊີວິດ ມາເປັນສະພາບການ ທີ່ຖືກຄວບຄຸມໂດຍການໃຊ້ຢາທັນສະໄໝ ໄດ້ເປັນຢ່າງດີຫລາຍ ໃນທຸກມື້ນີ້ ຈົນເຖິງຂັ້ນວ່າ ຄົນຜູ້ນຶ່ງທີ່ມີເຊື້ອເອັສໄອວີ (HIV) ສາມາດທີ່ຈະຊ່ວຍຊີວິດຂອງຄົນອື່ນໄວ້ໄດ້ ໂດຍການບໍລິຈາກໝາກໄຂ່ຫລັງໃຫ້.”
ຄົນທີ່ມີເຊື້ອເອັສໄອວີ (HIV) ທີ່ໄດ້ຮັບການຄວບຄຸມດີ ສາມາດມີຊີວິດຢ່າງມີສຸຂະພາບແຂງແຮງດີ ແລະມີອາຍຸຍາວນານແບບປົກກະຕິໄດ້.
ດຣ. ດໍຣີ ເຊເກັຟ (Dorry Segev) ໄດ້ປະເມີນເບິ່ງສຸຂະພາບຂອງຜູ້ບໍລິຈາກ ອະໄວຍະວະຢ່າງເຕັມສ່ວນ ກ່ອນຈະອະນຸຍາດໃຫ້ນາງໄປຜ່ານຂັ້ນຕອນນັ້ນ.
ທ່ານກ່າວດັ່ງນີ້ "ນາງ ນີນາ ມາທິເນັສ (Nina Martinez), ທີ່ເປັນຄົນບໍລິຈາກໝາກໄຂ່ຫລັງແມ່ນມີສຸຂະພາບດີເປັນພິເສດ ໂດຍໄດ້ຮັບການດູແລສຸຂະພາບທີ່ມີການເອົາໃຈໃສ່ຢ່າງເຂັ້ມງວດ ຕໍ່ເຊື້ອເອັສໄອວີ (HIV) ຂອງລາວ, ເຊື້ອເອັສໄອວີ (HIV) ທີ່ຖືກຄວບຄຸມໄວ້ເປັນຢ່າງດີໂດຍທັງໝົດ ແລະກໍບໍ່ມີ ຄວາມສ່ຽງຕໍ່ການເປັນໂຣກຫົວໃຈ, ໂຣກປອດ, ໂຣກໝາກໄຂ່ຫລັງ.... ຊຶ່ງເປັນເລື້ອງທີ່ວ່າ ຈະເຮັດໃຫ້ໃຜຄົນນຶ່ງຖືກຂັດອອກ ບໍ່ໃຫ້ບໍລິຈາກອະໄວຍະວະໄດ້. ຜູ້ຮັບອະໄວຍະວະແມ່ນຄົນຜູ້ໃດຜູ້ນຶ່ງ ທີ່ມີເຊື້ອເອັສໄອວີ (HIV) ທີ່ເປັນພະຍາດໝາກໄຂ່ຫລັງຢູ່ຂັ້ນສຸດທ້າຍ ທີ່ຕ້ອງການຜ່າຕັດປ່ຽນໝາກໄຂ່ຫລັງ."
ການຜ່າຕັດດັ່ງກ່າວມີຂຶ້ນໃນວັນທີ 25 ມີນາທີ່ຜ່ານມາ. ດຣ. ເຊເກັຟ (Segev) ເວົ້າວ່າ ຜູ້ບໍລິຈາກແລະຜູ້ຮັບເອົາອະໄວຍະວະ ແມ່ນມີສຸຂະພາບດີ. ທ່ານກ່າວອີກວ່າ ສິ່ງສຳຄັນທີ່ສຸດກໍຄື ການຜ່າຕັດຄັ້ງນີ້ເຮັດໃຫ້ມີຈຳນວນຄົນທີ່ສາມາດບໍລິຈາກໝາກໄຂ່ຫລັງ ແລະຈຳນວນຄົນທີ່ຖືກກອບກູ້ຊີວິດໄວ້ ເພີ້ມຂຶ້ນ.
ດຣ. ເຊເກັຟ (Segev) ກ່າວດັ່ງນີ້: "ການບໍລິຈາກທີ່ເປັນເລື້ອງໃໝ່ແລະຄວາມ ສົນໃຈຂອງນາງນີນາ ທີ່ຢາກຈະກາຍເປັນຜູ້ບໍລິຈາກໝາກໄຂ່ຫລັງຄົນທຳອິດ ທີ່ຍັງມີຊີວິດຢູ່ ທີ່ມີເຊື້ອເອັສໄອວີ (HIV) ຢູ່ໃນໂລກ, ບັດນີ້ ໄດ້ເປີດປະຕູໃຫ້ແກ່ທຸກຄົນເຮັດແນວນັ້ນໄດ້ແລ້ວ.”
ດຽວນີ້ ມັນເປັນພຽງແຕ່ເລື້ອງທີ່ຖືກກົດໝາຍເທົ່ານັ້ນ ໃນການຜ່າຕັດເອົາອະໄວຍະວະ ຈາກຄົນທີ່ມີເຊື້ອເອັສໄອວີ (HIV) ໄປໃຫ້ຄົນທີ່ມີເຊື້ອເອັສໄອວີ (HIV). ແຕ່ວ່າ ດຣ. ຄຣິສຕິນ ດູແຣນດ໌ ທີ່ເຮັດວຽກກັບທ່ານເຊເກັຟ (Segev) ເວົ້າວ່າ ຈະມີວັນນຶ່ງ ທີ່ຄົນດຳລົງຊີວິດຢູ່ກັບເຊື້ອເອັສໄອວີ (HIV) ອາດຈະສາມາດບໍລິຈາກອະໄວຍະວະໃຫ້ແກ່ຄົນທີ່ບໍ່ເປັນພະຍາດດັ່ງກ່າວນັ້ນໄດ້. ທ່ານ ດູແຣນດ໌ ທີ່ ກ່າວຕໍ່ວີໂອເອຜ່ານທາງສະໄກພ໌ ເຊັ່ນກັນເວົ້າວ່າ: "ຖ້າຂ້າພະເຈົ້າຕ້ອງການຜ່າຕັດເອົາອະໄວຍະວະມາໃສ່ໃໝ່ ແລະມີຄົນບໍລິຈາກທີ່ມີເຊື້ອເອັສໄອວີ (HIV) ຄົນນຶ່ງ ແລະຈະກໍເປັນການໝາຍຄວາມວ່າ ຂ້າພະເຈົ້າຕ້ອງໄດ້ກິນຢາປົວເຊື້ອເອັສໄອວີ (HIV) ຕະຫລອດຊີວິດຂອງຕົນ, ຂ້າພະເຈົ້າອາດຈະຮັບເອົາອະໄວຍະວະນັ້ນ.”
ທ່ານໝໍທັງສອງຄົນເວົ້າວ່າ ການຜ່າຕັດນີ້ ຈະຊ່ວຍປ່ຽນແປງພາບພົດຂອງ ເຊື້ອເອັສໄອວີ (HIV) ແລະຫວັງຢ່າງຍິ່ງວ່າ ຈະຊ່ວຍຫລຸດຄວາມຮູ້ສຶກມີໂປມດ້ອຍ ທີ່ຕິດພັນກັບການມີເຊື້ອໂຣກນີ້ ໄດ້.
ອ່ານຂ່າວນີ້ເພີ້ມເປັນພາສາລາວ