ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພວກຄົນເຂົ້າເມືອງ ທີ່ເພີ້ມຂຶ້ນຢູ່ຊາຍແດນ ສຫລ ຕິດກັບ ເມັກຊິໂກ ກໍ່ໃຫ້ເກີດການອະພິປາຍກັນຄືນໃໝ່


ຜູ້ນຳາສຽງສ່ວນນ້ອຍໃນສະພາຕ່ຳ ທ່ານແຄວິນ ແມັກຄາທີ ກ່າວຕໍ່ບັນດານັກຂ່າວ ຢູ່ເມືອງແອລ ປາໂຊ ລັດເທັກຊັສ ວັນທີ 15 ມີນາ 2021.
ຜູ້ນຳາສຽງສ່ວນນ້ອຍໃນສະພາຕ່ຳ ທ່ານແຄວິນ ແມັກຄາທີ ກ່າວຕໍ່ບັນດານັກຂ່າວ ຢູ່ເມືອງແອລ ປາໂຊ ລັດເທັກຊັສ ວັນທີ 15 ມີນາ 2021.

ພວກເດັກນ້ອຍທີ່ບໍ່ມີພໍ່ແມ່ຜູ້ປົກຄອງຫຼາຍພັນຄົນ ໄດ້ພາກັນຂ້າມຊາຍແດນເມັກ ຊິໂກ
ເຂົ້າມາໃນສະຫະລັດ ຊຶ່ງໄດ້ກໍ່ໃຫ້ເກີດມີການອະພິປາຍກັນໂຕ້ຖຽງກັນກ່ຽວ ກັບເລື້ອງ
ຄົນເຂົ້າເມືອງຄືນອີກຢ່າງວ່ອງໄວໃນວໍຊິງຕັນ ລະຫວ່າງບັນດາສະມາ ຊິກພັກຣີພັບບລິ
ກັນ ແລະເດໂມແຄຣັດ ທີ່ມີຄວາມເຫັນບໍ່ລົງລອຍກັນກ່ຽວກັບວ່າຈະຖິ້ມໂທດໃສ່ຜູ້ໃດ.

ຜູ້ນຳສຽງສ່ວນນ້ອຍໃນສະພາຕ່ຳ ທ່ານແຄວິນ ແມັກຄາທີ ໄດ້ນຳພາ ກຸ່ມສະ
ມາຊິກສະພາພັກຣີພັບບລິກັນໄປຊາຍແດນໃນວັນຈັນວານນີ້ເພື່ອປະນາມ ນະໂຍບາຍ
ພັກເດໂມແຄຣັດ ຂອງປະທານາທິບໍດີໂຈໄບເດັນ ທີ່ທ່ານແມັກຄາທີ ກ່າວວ່າ ໄດ້ເປີດ
ຊາຍແດນປະປ່ອຍໃຫ້ຄົນເຂົ້າເມືອງຜິດກົດໝາຍເຂົ້າມາໃນປະເທດ.

ທ່ານແມັກຄາທີ ກ່າວຕໍ່ບັນດານັກຂ່າວຢູ່ເມືອງແອລ ປາໂຊ ໃນລັດເທັກຊັສ ຢູ່ທີ່ ເຂດ
ຊາຍແດນວ່າ “ຄວາມປອດໄພ ຂອງປະເທດຊາດເຮົາ ແລະເຂດຊາຍແດນຂອງພວກ
ເຮົາ ເປັນສິ່ງສຳຄັນທິ່ສຸດແລະເປັນຄວາມຮັບຜິດຊອບສຳຄັນສຸດຂອງ ປະທານາທິບໍດີ
”ພວກເຮົາ. ບໍ່ຄວນເກີດຂຶ້ນໄດ້. ວິກິດການນີ້ ໄດ້ສ້າງຂຶ້ນໂດຍນະ ໂຍບາຍຂອງປະທາ
ນາທິບໍດີ ຂອງລັດຖະບານໃໝ່. ບໍ່ມີທາງອື່ນໃດທີ່ຈະອ້າງໄດ້ ນອກຈາກວິກິດການຊາຍ
ແດນຂອງທ່ານໄບເດັນ.”

ໃນການເຂົ້າຮັບຕຳແໜ່ງຂອງທ່ານໄບເດັນ ທ່ານໄດ້ຢຸດເຊົາການກໍ່ສ້າງກຳແພງ ຊາຍ
ແດນ ທີ່ອະດີດປະທານາທິບໍດີດໍໂນລ ທຣໍາ ເປັນເຈົ້າກີ້ເຈົ້າການ ແລະໄດ້ ສ້າງຄວາມ
ກ້າວໜ້າຕໍ່ອັນທີ່ທ່ານກ່າວວ່າ ເປັນນະໂຍບາຍຄົນເຂົ້າເມືອງ ທີ່ມີມະ ນຸດສະທຳ
ຫຼາຍກ່ອນ.

ແຕ່ວ່າທ່ານໄບເດັນ ຍັງຮັກສານະໂຍບາຍຂອງທ່ານທຣໍານັ້ນ ໄວ້ຢູ່ຈຳນວນນຶ່ງ ຮວມ
ທັງຄວາມສາມາດທີ່ຈະສົ່ງຄົນເຂົ້າເມືອງພວກຜູ້ໃຫຍ່ແລະຄອບຄົວກັບຄືນ ໄປໂດຍ
ອ້າງວ່າ ເປັນກົດລະບຽບສາທາລະນະສຸກກ່ຽວກັບໂຣກລະບາດ.

ລັດຖະບານທ່ານໄບເດັນບໍ່ເຖິງຂັ້ນທີ່ຈະຮ້ອງການຫຼັ່ງໄຫຼເຂົ້າມາ ຂອງຄົນເຂົ້າເມືອງ
ຮວມທັງພວກເດັກນ້ອຍທີ່ບໍ່ມີຜູ້ປົກຄອງ 30,000 ພັນຄົນ ທີ່ມາຈາກ ອາເມຣິກາກາງລະ
ຫວ່າງເດືອນຕຸລາ ຫາທ້າຍເດືອນກຸມພານັ້ນ ເປັນວິກິດການ ແຕ່ຈະຮ້ອງວ່າ ມັນເປັນການ
ທ້າທາຍ.

ແຕ່ທ່ານໄບເດັນ ແລະບັນດາຜູ້ຊ່ວຍມີຄວາມລໍາບາກ ທີ່ຈະບໍ່ໃຫ້ຄົນເຂົ້າເມືອງ ທີ່ທຸກຈົນ
ຫຼາຍພັນຄົນຈາກກົວເຕມາລາ ຮອນດູຣາສ ແລະແອລຊານວາດໍ ພາ ກັນເດີນທາງທີ່ເປັນ
ອັນຕະລາຍຜ່ານເມັກຊີໂກ ໃນອັນທີ່ເຂົາເຈົ້າເຊື່ອວ່າ ຈະມີຄວາມປອດໄພກ່ອນ ມີຊີວິດ
ອຸດົມຮັ່ງມີກ່ອນຢູ່ໃນສະຫັດ.

ອ່ານຂ່າວນີ້ເພີິ້ມເປັນພາສາອັງກິດ

XS
SM
MD
LG