ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານສູງສຸດ ສຫລ ຈະ​ຕັດສິນ​ ຄະດີ​ແຕ່ງງານ ​ຄົນ​ເພດ​ດຽວ ໃນປີໜ້າ (ວີດີໂອ)


ຫ້ອງກັານສານສູງສຸດຂອງສະຫະລັດ ທີ່ນະຄອນວໍຊິງຕັນ ດີຊີ
ຫ້ອງກັານສານສູງສຸດຂອງສະຫະລັດ ທີ່ນະຄອນວໍຊິງຕັນ ດີຊີ
ສານສູງສຸດສະຫະລັດ ເວົ້າວ່າ ຕົນ​ຈະ​ຕັດສິນ​ກ່ຽວ​ກັບ​ການ​ແຕ່ງ
ງານ​ຂອງ​ຄົນ​ເພດ​ດຽວ ກັນ 2 ຄະດີ ໃນປີໜ້າ ຊຶ່ງເປັນການທ້າ
ທາຍຕໍ່ກົດໝາຍຂອງລັດແລະລັດຖະບານກາງ ທີ່ໄດ້ຈໍາກັດ
ຄໍານິຍາມ ຂອງການແຕ່ງງານໃຫ້ເປັນການສົມລົດກັນຂອງຜູ້ຊາຍ
ແລະຜູ້ຍິງ ເທົ່ານັ້ນ.

ສານສູງສຸດ​ຂອງ​ສະຫະລັດໄດ້ຖະແຫລງໃນວັນສຸກວານນີ້ວ່າ
ຕົນຈະກວດເບິ່ງຄືນ ການຕັດສິນຂອງສານອຸທອນລັດຖະບານ
ກາງ ທີ່​ບໍ່​ເຫັນ​ພ້ອມ​ກັບ​ຂໍ້​ສະ​ເໜີ​ຫຼື Porposition 8 ຊຶ່ງແມ່ນ ການເກືອດຫ້າມຂອງລັດຄາລິຟໍເນຍຕໍ່ການແຕ່ງງານຂອງ
ພວກຮັກຮ່ວມເພດ ຫລືເກ ທີ່ໄດ້ຮັບຜ່ານໃນການລົງປະຊາ
ມະຕິ ໃນປີ 2008 ນັ້ນ. ໃນຕົ້ນປີນີ້ ສານອຸທອນ ໄດ້ຕັດສິນວ່າ ພວກລົງຄະແນນສຽງບໍ່ສາມາດທີ່ຈະຍົກ​ເລີກ ສິດ​ທິ​ໃນການແຕ່ງງານລະ ຫວ່າງຄົນເພດດຽວກັນ ທີ່ໄດ້ມອບໃຫ້ໂດຍການອອກກົດໝາຍຂອງສານສູງສຸດຂອງລັດ ດັ່ງກ່າວ.

ພວກປ່ອນບັດລົງຄະແນນສຽງໄດ້ຮັບຮອງເອົາ ການແຕ່ງງານລະຫວ່າງຄົນເພດດຽວກັນ ຢູ່ໃນ 9 ລັດພ້ອມທັງຢູ່ໃນເຂດນະຄອນວໍຊິງຕັນດີຊີ. ແຕ່ວ່າ 31 ລັດໄດ້ດັດແກ້ລັດຖະທໍາ ມະນູນຂອງຕົນ ເພື່ອເກືອດຫ້າມບໍ່ໃຫ້ມີການແຕ່ງງານລະຫວ່າງຄົນເພດດຽວກັນ.

ນອກນັ້ນ ສານສູງສຸດສະຫະລັດ ຍັງເວົ້າອີກວ່າ ຕົນຈະຕັດສິນວ່າ ລັດຖະສະພາສາມາດ ມີສິດຫ້າມ ບໍ່ໃຫ້ຄູ່ສາມີພັນລະຍາທີ່​ເປັ​ນຄົນເພດດຽວກັນທີ່ແຕ່ງງານຢ່າງຖືກຕາມກົດ ໝາຍນັ້ນ ບໍ່ໃຫ້ໄດ້ຮັບຜົນປະໂຫຍດທາງສະຫວັດດີການຂອງລັດຖະບານກາງ ທີ່ມີໃຫ້ແກ່ ຄູ່ສາມີພັນລະຍາທີ່ມີເພດຕ່າງກັນກັນນັ້ນຫລືບໍ່.

ປັດຈະບັນນີ້, ມາດຕານຶ່ງ ໃນກົດໝາຍປົກປ້ອງການແຕ່ງງານ ປີ 1996 ໄດ້ຈໍາກັດ ສະ ຫວັດດີການດ້ານສຸຂະພາບ ແລະເງິນບໍາເນັດ ໃຫ້ແຕ່ຄູ່ສາມີພັນລະຍາທີ່ເພດຕ່າງກັນ ເທົ່ານັ້ນ ຊຶ່ງທັງເປັນຄູ່ທີ່ໄດ້ຮັບປະໂຫຍດຫລາຍຈາກນະໂຍບາຍດ້ານພາສີ ທີ່ບໍ່ໄດ້ມີໄວ້ ໃຫ້ແກ່ຄູ່ສາມີພັນລະຍາທີ່​ເປັນ​ຄົນເພດດຽວກັນນັ້ນ.

ຄະດີ​ເຫຼົ່ານີ້ຄາດວ່າຈະມີ​ການພິຈາລະນາກັນ ໃນເດືອນມີນາ 2013 ​ແລະ​ການ​ຕັດສິນ ຈະ​ມີ​ຂຶ້ນໃນເດືອນມິຖຸນາ.
US Supreme Court to Consider Same-Sex Marriage
please wait

No media source currently available

0:00 0:02:58 0:00
ລິງໂດຍກົງ
XS
SM
MD
LG