ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສານສູງສຸດ ສະຫະລັດ ຈະຟັງຄະດີ ທີ່ພົວພັນກັບ ປະຫວັດດ້ານການເງິນ ຂອງທ່ານ ທຣຳ


ສານສູງສຸດ ສະຫະລັດ, ນະຄອນຫຼວງ ວໍຊິງຕັນ. 20 ມິຖຸນາ 2019.
ສານສູງສຸດ ສະຫະລັດ, ນະຄອນຫຼວງ ວໍຊິງຕັນ. 20 ມິຖຸນາ 2019.

ສານສູງສຸດ ສະຫະລັດ ມີກຳນົດທີ່ຈະຟັງການໂຕ້ແຍ້ງໃນວັນອັງຄານມື້ນີ້ ກ່ຽວ ກັບ ການຂໍອຸທອນຕໍ່ການຕັດສິນ 3 ຄັ້ງ ໂດຍສານຊັ້ນຕົ້ນ ທີ່ປະກອບມີໝາຍ ຮຽກປະຫວັດການເສຍພາສີ ແລະ ການເງິນຂອງປະທານາທິບໍດີ ດໍໂນລ ທຣຳ.

ທ່ານ ທຣຳ ໄດ້ຍື່ນຄຳຮ້ອງຄັດຄ້ານຕໍ່ໝາຍສານດັ່ງກ່າວ ທີ່ຖືກສົ່ງອອກປີກາຍນີ້ ໂດຍຄະນະກຳມະ ການສະພາຕໍ່າຫຼາຍຄົນ ແລະ ໄອຍະການປະຈຳເຂດ ນິວ ຢອກ.

ໝາຍສານດັ່ງກ່າວ ພະຍາຍາມທີ່ຈະຫາຂໍ້ມູນ ຈາກບໍລິສັດບັນຊີ ມາຊາຣສ໌ (Mazars) ພ້ອມກັບທະນາຄານ ດອຍເຈີ (Deutsche Bank) ແລະ Capital One.

ທ່ານ ທຣຳ ໄດ້ພະຍາຍາມທີ່ຈະຮັກສາຂໍ້ມູນສ່ວນຕົວ ແລະ ການເງິນບໍລິສັດໄວ້ເປັນສ່ວນຕົວ, ລວມທັງການບໍ່ປະຕິບັດຕາມປະເພນີທີ່ມີມາຫຼາຍທົດສະວັດຂອງ ບັນດາຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ທີ່ເປີດເຜີຍຂໍ້ມູນ ກ່ຽວກັບ ການເສຍພາສີ. ການຕັດສິນຂອງສານຊັ້ນຕົ້ນປັດຈຸບັນນີ້ໄດ້ຄັດຄ້ານທ່ານ ທຣຳ, ແຕ່ປະຫວັດຕ່າງໆຍັງຄົງຖືກເກັບໄວ້ເປັນສ່ວນຕົວ ໃນລະຫວ່າງການຂໍອຸ ທອນ ຈາກສານສູງສຸດ.

ການຂໍປະຫວັດໄດ້ເພັ່ງເລັງໃສ່ສອງບັນຫາ. ນຶ່ງແມ່ນວຽກຂອງຄະນະກຳມະການ ລັດຖະສະພາ ເພື່ອພິຈາລະນາກິດຈະກຳທີ່ບໍ່ຖືກກົດໝາຍ ໃນລະບົບທະນາຄານ ເຊັ່ນການຟອກເງິນ, ວ່າມັນມີກົດລະບຽບທີ່ພຽງພໍຫຼືບໍ່ ຫຼືວ່າຕ້ອງໄດ້ມີກົດໝາຍ ໃໝ່.

ອີກບັນຫານຶ່ງກໍແມ່ນການກວດກາທ່ານ ທຣຳ ແລະ ທຸລະກິດຂອງທ່ານທີ່ເຊື່ອມ ໂຍງກັບການຈ່າຍ ເງິນ ໃຫ້ອະດີດທະນາຍຄວາມສ່ວນຕົວ ຂອງທ່ານ ທຣຳ ຄື ທ່ານ ໄມເກິລ ໂຄເຮັນ ເພື່ອປ້ອງກັນແມ່ຍິງສອງຄົນ ຈາກການອອກມາກ່າວ ອ້າງຕໍ່ສາທາລະນະ ກ່ຽວກັບ ການຫຼິ້ນຊູ້ນອກສົມລົດກັບທ່ານ ທຣຳ.

ສານຍຸຕິທຳສູງສຸດ ແມ່ນການລັງພິຈາລະນາຢ່າງສະເພາະເຈາະຈົງວ່າ ຄະນະ ກຳມະການສະພາຕໍ່າມີອຳນາດຕາມທຳລັດຖະທຳມະນູນ ແລະ ຖືກຕ້ອງຕາມ ກົດໝາຍ ເພື່ອອອກໝາຍຮຽກສານໃຫ້ບຸກຄົນທີສາມ ເພື່ອຮຽກຮ້ອງປະຫວັດ ສ່ວນຕົວຂອງປະທານາທິບໍດີໄດ້ຫຼືບໍ່.

ກຸ່ມນັກກົດໝາຍຂອງທ່ານ ທຣຳ ໄດ້ໂຕ້ຖຽງວ່າ ບັນດາສະມາຊິກສະພາຄວນ ລະບຸຈຸດປະສົງທາງນິຕິບັນຍັດທີ່ຖືກຕ້ອງຕາມກົດໝາຍ ສຳລັບການພະຍາຍາມ ຊອກຫາຂໍ້ມູນດ້ານການເງິນຂອງປະ ທານາທິບໍດີ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG