ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສານ​ສູງ​ສຸດ ຈະ​ຮັບ​ຟັງ​ຄະ​ດີ ທີ່​ອາດ​ຕ່າ​ວ​ປີ້ນ ການ​ກໍ່​ຄວາມ​ວຸ້ນ​ວາຍ ຢູ່​ຫໍ​ລັດ​ຖະ​ສະ​ພາ​ ໃນ​ການ​ຟ້ອງ​ຮ້ອງ​ 100 ກວ່າ​ຄົນ ຮວມ​ທັງ​ທ່ານ​ທ​ຣຳ


ແຟ້ມ - ​ທີ່​ເຫັນ​ຢູ່​ທາງ​ຫຼັງ​ງ່າ​ໄມ້ນັ້ນ ​ແມ່ນ​ຕຶກສານ​ສູງ​ສຸດ ຢູ່ນະ​ຄອນ​ຫຼວງວໍ​ຊິງ​ຕັນ ເມື່ອ​ວັນ​ທີ 7 ທັນ​ວາ 2023.
ແຟ້ມ - ​ທີ່​ເຫັນ​ຢູ່​ທາງ​ຫຼັງ​ງ່າ​ໄມ້ນັ້ນ ​ແມ່ນ​ຕຶກສານ​ສູງ​ສຸດ ຢູ່ນະ​ຄອນ​ຫຼວງວໍ​ຊິງ​ຕັນ ເມື່ອ​ວັນ​ທີ 7 ທັນ​ວາ 2023.

ສານ​ສູງ​ສຸດ​ຂອງ​ສະ​ຫະ​ລັດ​ ກ່າວ​ວ່າ ຕົນ​ຈະ​ຮັບ​ຟັງ​ການ​ຂໍ​ອຸ​ທອນ​ ທີ່​ອາດ​ຈະ​ພາ​ໃຫ້​ມີ​ການ​ຕ່າວ​ປີ້ນ ການ​ກ່າວ​ຫາຫຼາຍ​ຮ້ອຍ​ຄະ​ດີ ນັບ​ຕັ້ງ​ແຕ່​ການ​ກໍ່​ຄວາມ​ວຸ້ນ​ວາຍ​ທີ່​ຕຶກ​ຫໍ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ ຮວມ​ທັງ​ການ​ກ່າວ​ຫາ ​ຕໍ່​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ບັນ​ດາ​ຜູ້​ພິ​ພາກ​ສາ​ໄດ້​ຕົກ​ລົງທີ່​ຈະ​ທົບ​ທວນຄືນ​ເບິ່ງ​ການ​ຕັດ​ສິນ​ຂອງ​ສານ​ອຸ​ທອນ​ທີ່​ໄດ້​ຮື້​ຟື້ນ​ຂໍ້​ຫາ​ຕໍ່​ຈຳ​ເລີຍ 3 ຄົນ ຈາກ​ລັດ​ເທັກ​ຊັ​ສ ເພັນ​ຊິ​ລ​ເວ​ເນຍແລະ​ນິວຢອກ ທີ່​ຖືກ​ກ່າວ​ຫາ​ວ່​າ​ ຂັດ​ຂວາງ​ການ​ດຳ​ເນີນ​ງານ ​ຂອງ​ເຈົ້າ​ໜ້າ​ທີ່​ທາງ​ການ.

ຂໍ້​ກ່າວ​ຫາ​ນີ້ ​ແມ່ນ​ກ່ຽວ​ກັບ​ການ​ລົບ​ກວນ ຕໍ່​ການຢັ້ງ​ຢືນ​ຂອງ​ສະ​ພາ ໃນ​ການ​ໄດ້​ຮັບ​ໄຊ​ຊະ​ນະ​ຂອງ​ທ່ານ​ໂຈ ໄບ​ເດັນ ຕໍ່​ທ່ານ​ດໍ​ໂນ​ລ ທ​ຣຳ ໃນການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ປີ 2020 ຊຶ່ງໃນນັ້ນ​ແມ່ນ​ຮວມ​ທັງ 4 ກະ​ທົງ ທີ່​ມີ​ການ​ຍື່ນຟ້ອງ ​ຕໍ່ທ່ານ​ທ​ຣຳ ໃນ​ຄະ​ດີ​ຂອງ​ໄອ​ຍະ​ການ​ພິ​ເສດ ທ່ານ​ແຈັກ ສ​ມິດ (Jack Smith) ​ທີ່​ກ່າວ​ຫາ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ທີ່​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ​ວ່​າ ສົມ​ຮູ້​ຮ່ວມ​ຄິດ ເພື່ອ​ຕ່າວ​ປີ້ນ​ຜົນ​ການ​ເລືອກ​ຕັ້ງ.

ຂໍ້​ກ່າວ​ຫາ​ ກ່ຽວ​ກັບ​ການ​ຂັດ​ຂວາງ ຕໍ່​ການ​ດຳ​ເນີນ​ງານ​ຂອງ​ເຈົ້າ​ໜ້າ​ທີ່ ແມ່ນ​ໄດ້​ຍື່ນ​ຟ້ອງ​ຕໍ່​ຈຳ​ເລີຍ 300 ກວ່າ​ຄົນ ຫຼັງ​ຈາກ​ໄດ້​ມີ​ການ​ກໍ່​ຄວາມ​ວຸ້ນ​ວາຍ​ທີ່ຮ້າຍ​ແຮງ​ຢູ່​ຕຶກ​ຫໍ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ​ ເມື່ອ​ວັນ​ທີ 6 ມັງ​ກອນ 2021.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG