ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສານສູງສຸດ ມີກຳນົດທີ່ຈະຕັດສິນ ກ່ຽວກັບ ກໍລະນີປະຫວັດ ດ້ານການເງິນ ຂອງທ່ານ ທຣຳ


ປະທານາທິບໍດີ ດໍໂນລ ທຣຳ ກ່າວປາໄສ ກ່ອນງານລ້ຽງອາຫານຄໍ່າ ທີ່ທຳນຽບຂາວ. 8 ກໍລະກົດ, 2020. (AP Photo/Evan Vucci)
ປະທານາທິບໍດີ ດໍໂນລ ທຣຳ ກ່າວປາໄສ ກ່ອນງານລ້ຽງອາຫານຄໍ່າ ທີ່ທຳນຽບຂາວ. 8 ກໍລະກົດ, 2020. (AP Photo/Evan Vucci)

ສານສູງສຸດ ສະຫະລັດ ຈະປະກາດຄວາມຄິດເຫັນຄັ້ງສຸດທ້າຍ ກ່ຽວກັບ ເງື່ອນໄຂໃນປັດຈຸບັນຂອງເຂົາເຈົ້າໃນວັນພະຫັດມື້ນີ້, ພ້ອມກັບຄວາມສົນໃຈທີ່ເພັ່ງເລັງໃສ່ຄະດີທີ່ເປັນເປົ້າໝາຍສາຍຕາຂອງສາທາລະນະສາມຄະດີ ທີ່ປະກອບມີການຂໍປະຫວັດການເສຍພາສີຂອງປະທານາທິບໍດີ ດໍໂນລ ທຣຳແລະ ເອກະສານດ້ານການເງິນອື່ນໆໂດຍບັນດາຄະນະກຳມະການສະພາຕໍ່າ ແລະ ຜູ້ພິພາກ ສານະຄອນ ນິວ ຢອກ.

ທ່ານ ທຣຳ, ຜູ້ທີ່ໄດ້ຄັດຄ້ານຕໍ່ການປະຕິບັດຂອງບັນດາຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍ ດີ ໃນຍຸກສະໄໝໃໝ່ ດ້ວຍການປະຕິເສດທີ່ຈະເປີດເຜີຍເອກະສານ ກ່ຽວກັບ ການເສຍພາສີຂອງທ່ານຕໍ່ສາທາລະນະ ໃນເວລາທີ່ກຳລັງໂຄສະນາຫາສຽງໃນປີ 2016 ນັ້ນ, ໄດ້ພະຍາຍາມທີ່ຈະກີດກັ້ນການເປີດເຜີຍປະຫວັດດັ່ງກ່າວ ແລະ ເອກະສານອື່ນໆທີ່ກ່ຽວຂ້ອງກັບກິດຈະການດ້ານການເງິນຂອງທ່ານ.

ໃນສອງກໍລະນີລວມກັນ, ຄະນະກຳມະການສະພາຕໍ່າຫຼາຍຄົນ ໄດ້ອອກໝາຍຮຽກຂໍບັນທຶກຈາກທະນາຄານສອງແຫ່ງຄື ທະນາຄານ Capital One ແລະ Deutsche Bank, ພ້ອມກັບບໍລິສັດບັນຊີ Mazars USA.

ບັນດາຜູ້ພິພາກສາບັນຫາຫຼັກທີ່ກຳລັງພິຈາລະນາຄະດີດັ່ງກ່າວນັ້ນ ແມ່ນອຳນາດທີ່ແຍກຕ່າງກັນໃນບັນດາພະແນກຂອງລັດຖະບານກາງ ແລະ ອຳນາດຂອງສະພາຕໍ່າ ເພື່ອສືບສວນສອບສວນປະທານາທິບໍດີ.

ທະນາຍຄວາມຂອງທ່ານ ທຣຳ, ທ່ານ ແພັດທຣິກ ສຕຣໍບຣິຈ໌ Patrick Strawbridge) ໄດ້ກ່າວໃນລະຫວ່າງ ການໂຕ້ຖຽງກັນໃນເດືອນພຶດສະພາທີ່ ຜ່ານມາວ່າ ໝາຍຮຽກດັ່ງກ່າວ ບໍ່ໄດ້ອຳນວຍຈຸດ ປະສົງທີ່ມີຄວາມສຳຄັນທາງດ້ານນິຕິບັນຍັດ ແລະ ວ່າບັນດາສະມາຊິກສະພາບໍ່ຄວນໄດ້ຮັບອະນຸ ຍາດໃຫ້ສືບສວນບັນຫາຂອງທ່ານປະທານາທິບໍດີ ດ້ວຍອຳນາດຢ່າງບໍ່ມີຂີດຈຳກັດ.

ໃນການຕັດສິນຕໍ່ທ່ານ ທຣຳ ໃນເດືອນທັນວາທີ່ຜ່ານມານັ້ນ, ສານອຸທອນ ສະຫະລັດ ປະຈຳເຂດທີສອງໃນນະຄອນ ນິວ ຢອກ ໄດ້ກ່າວວ່າ ຄະນະກຳມະການດັ່ງກ່າວ ໄດ້ລະບຸຈຸດປະສົງຂອງເຂົາ ເຈົ້າຢ່າງພຽງພໍ.

ຜູ້ພິພາກສາ ຈອນ ໂອ ນິວແມນ ໄດ້ກ່າວໃນເອກະສານທີ່ຂຽນຫາສານອຸທອນ ສຽງສ່ວນຫຼາຍວ່າ “ຄວາມສົນໃຈຂອງຄະນະກຳມະການ ໃນການດຳເນີນວຽກ ງານທາງນິຕິບັນຍັດ ຕາມລັດຖະທຳ ມະນູນຂອງເຂົາເຈົ້າ ແມ່ນມີປະໂຫຍດຕໍ່ ສາທາລະນະຢ່າງໃຫຍ່ຫຼວງ ກວ່າຜົນປະໂຫຍດຫຍັງກໍ ຕາມທີ່ມີຢູ່ໃນປັດຈຸບັນ ໃນການຫຼີກລ່ຽງຄວາມສ່ຽງການບ່ຽງເບນຄວາມສົນໃຈຂອງຜູ້ບໍລິຫານໃຫຍ່ຂອງ ປະເທດ ທີ່ເກີດຂຶ້ນຈາກການບໍ່ເປີດເຜີຍເອກະສານ ທີ່ສະທ້ອນເຖິງການເຮັດທຸລະກຳທາງ ການເງິນສ່ວນຕົວຂອງທ່ານ.”

ອ່ານຂ່າວນີ້ເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG