ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານ​ສູງ​ສຸດ ​ສຫລ ວ່າ ກົດໝາຍຫ້າມ ໃຊ້ຊື່ ແບບຢຽດຢາມ ຂັດຕໍ່ ລັດຖະທຳມະນູນ


ໝວກກັນກະທົບຂອງທີມ football - Washington Redskin ກ່ອນການຫຼິ້ນເກມ ທີ່ເມືອງ Landover ລັດ Maryland, 19 ພຶດສະພາ 2016.
ໝວກກັນກະທົບຂອງທີມ football - Washington Redskin ກ່ອນການຫຼິ້ນເກມ ທີ່ເມືອງ Landover ລັດ Maryland, 19 ພຶດສະພາ 2016.

ສານ​ສູງ​ສຸດ​ສະຫະລັດ ​ໄດ້​ຕັດສິນ​ໃນ​ວັນ​ຈັນ​ວານ​ນີ້ວ່າ ຄະນະ​ດົນຕີ ​ອາ​ເມ​ຣິກັນ​ເຊື້ອສາຍ
​ເອ​ເຊຍ ​ແມ່ນ​ມີ​ສິດ​ໃນ​ການ​ຕັ້ງ​ຊື່​ວົງ​ ຊຶ່ງ​ເປັນ​ຄຳ​ເວົ້າ​ທີ່​ຢຽດ​ຢາມ​ນັ້ນ.

ວົງ​ດົນຕີ ​ທີ່​ເມືອງ Portland ລັດ Oregon ບໍ່​ສາມາດ​ຈົດທະບຽນ​ ໃນ​ຊື່ The Slants
​ກັບຫ້ອງການ​ປະ​ຕັງ ​ແລະ​ເຄື່ອງໝາຍ​ການ​ຄ້າ ຂອງ​ສະຫະລັດ ​ເພາະວ່າ ຄຳ​ເວົ້າ​ທີ່​ວ່າ​ນີ້
ມີ​ຄວາມ​ໝາຍ​ທີ່​ຢຽດ​ຢາມ ຊຶ່ງ​ໝາຍເຖິງພວກຜູ້​ຄົນ​ທີ່​ມີ​ຕາ​ຊັ້ນ​ດຽວ ຫຼື​ຕາຕີບ​ຂອງ​ຊາວອາ​ຊຽນ.

​ແຕ່​ວ່າ ສານ​ສູງ​ສະຫະລັດ ​ໄດ້​ຍົກ​ເລີກ​ກົດ​ລະບຽບ​ການຂອງການ​ເກືອດ​ຫ້າມ​ຂອງ​ລັດຖະ
ບານ​ກາງ ທີ່​ວ່າ​ນີ້ ​ໂດຍ​ກ່າວ​ວ່າ ​ເປັນ​ການລະ​ເມີດ​ສິດ​ເສ​ລີ​ພາບ​ທາງ​ດ້ານ​ການປາກ​ເວົ້າ.

ການ​ຕັດສິນ​ທີ່​ວ່າ​ນີ້ ​ໄດ້​ສົ່ງ​ຜົນ​ກະທົບ​ຢ່າງ​ໃຫຍ່​ຫຼວງ ຕໍ່​ບົດ​ເພີ່ມ​ຕື່ມ ຂໍ້​ທີ​ນຶ່ງ ຂອງ​ລັດຖະ
ທຳ​ມະນູນ ທີ່ມີ​ຕໍ່ເຄື່ອງໝາຍ​ການ​ຄ້າ ຊຶ່ງ​ນັ້ນ ອາດ​ຈະ​ເປັນ​ການ​ໄດ້​ຮັບໄຊຊະນະ​ຂອງ
ທີ​ມ football Washington Redskin ​ໃນ​ຄວາມ​ພະຍາຍາມ​ທີ່​ຈະ​ຮັກສາ​ໄວ້ ຊຶ່ງ​ຊື່​
ຂອງ​ທີ​ມ ນັ້ນ.

ຊື່​ເຄື່ອງໝາຍ​ການ​ຄ້າຂອງ​ທີ​ມ ​ແມ່ນ​ໄດ້​ຖືກ​ຍົກ​ເລີກ​ໄປ​ໃນ​ປີ 2014, ​ຫຼັງຈາກ​ໄດ້​ມີ​ການ
​ຮ້ອງທຸກ​ຂອງຊາວ​ອາ​ເມຣິກັນອິນ​ເດຍ​ແດງ ຊຶ່ງ​ເປັນ​ຄົນ​ພື້ນ​ເມືອງ ຜູ້​ທີ່​ອາ​ໄສ​ໃນ​ສະຫະລັດ
​ມາ​ກ່ອນ ພົບ​ເຫັນ​ວ່າ ຊື່ນີ້​ເປັນ​ຄຳ​ເວົ້າ​ທີ່​ຢຽດ​ຢາມ​ພວກ​ເຂົາ.

ສານ​ຊັ້ນຕົ້ນ​ສະຫະລັດ ​ໄດ້​ໂຈະ​ການ​ດຳ​ເນີນ​ຄະດີ​ທີ່​ວ່າ​ນີ້ ລໍ​ຖ້າ​ການ​ຕັດສິນ​ຂອງ​ສານ​ສູງ
​ສຸດ ໃນ​ການອະນຸຍາດ​ຕໍ່ການ​ຕັ້ງ​ຊື່​ວົງ​ດົນຕີຣ໊ອກນີ້ຢູ່.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

SCOTUS Tradmark
please wait
Embed

No media source currently available

0:00 0:01:00 0:00

XS
SM
MD
LG