ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ສານ​ສູງ​ສ​ຸດ ສະ​ຫະ​ລັດ ຕັດ​ສິນ ບໍ່​ເຂົ້າ​ຂ້າງ ​ບໍ​ລິ​ສັດ​ຕ່າງ​ປະ​ເທດ ​ທີ່​ຂັດ​ແຍ້ງ​ ຕໍ່​ໝາຍ​ສານ


ສານ​ສູງ​ສຸດ ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ. 17 ກຸມ​ພາ, 2016.
ສານ​ສູງ​ສຸດ ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ. 17 ກຸມ​ພາ, 2016.

ສານ​ສູງ​ສຸດ ສະ​ຫະ​ລັດ ໃນ​ວັນ​ອັງ​ຄານ​ວານນີ້ ໄດ້ຕັດ​ສິນບໍ່​ເຂົ້າ​ຂ້າງ​ບໍ​ລິ​ສັດ​ຕ່າງ​ປະ
ເທດລຶກລັບ ທີ່ບໍ່ຍອມປະຕິບັດຕາມໝາຍສານ ເຊິ່ງເຊື່ອວ່າອອກໂດຍຄະນະຕຸລາການ
ໃນການສືບສວນສອບສວນ ກ່ຽວກັບ ການແຊກແຊງໃນການເລືອກຕັ້ງໂດຍ ຣັດເຊຍ.

ໃນເອ​ກະ​ສານ​ກົດ​ໝາຍ​ສະ​ບັບ​ນຶ່ງ, ສານ​ໄດ້​ປະ​ຕິ​ເສດ ຕໍ່​ການ​ຮຽກ​ຮ້ອງ​ໂດຍ​ບໍ​ລິ​ສັດ​ທີ່
ບໍ່ລະບຸຊື່ ເພື່ອຂັດຂວາງ ການຕັດສິນເມື່ອບໍ່ດົນມານີ້ ໂດຍສານອຸທອນ, ເຊິ່ງຮຽກ
ຮ້ອງໃຫ້ເຂົາເຈົ້າປະຕິບັດຕາມໝາຍສານ. ສານສູງສຸດບໍ່ໄດ້ໃຫ້ເຫດຜົນສຳລັບການ
ຕັດສິນຂອງເຂົາເຈົ້າ.

ຊື່​ຂອງ​ບໍ​ລິ​ສັດ​ດັ່ງ​ກ່າວ ທີ່​ຖືກ​ສະ​ເໜີ​ໃນ​ສຳ​ນວນ​ສານ​ນັ້ນ​ແມ່ນ “ບໍ​ລິ​ສັດ” ​ທີ່​ຂຶ້ນ​ກັບລັດ​
ຖະບານ ຈາກ “ປະເທດ A” ໄດ້ກາຍເປັນຫົວຂໍ້ການຄາດເດົາຫຼວງຫຼາຍ ຂອງສື່ມວນ
ຊົນ. ແຕ່ໝາຍສານດັ່ງກ່າວເຊື່ອວ່າ ມີການເຊື່ອມໂຍງກັບການສືບສວນສອບສວນ
ຂອງໄອຍະການພິເສດ ທ່ານ ໂຣເບີດ ມອລເລີ ກ່ຽວກັບ ການແຊກແຊງຂອງ ຣັດເຊຍ
ໃນການເລືອກຕັ້ງ ສະຫະລັດ ປີ 2016, ແລະ ການກ່າວຫາ ກ່ຽວກັບ ການສົມຮູ້ຮ່ວມ
ຄິດລະຫວ່າງ ຄະນະໂຄສະນາຫາສຽງທ່ານ ທ​ຣຳ ກັບ ລັດ​ຖະ​ບານ ມົ​ສ​ກູ.

ມັນ​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ສານ​ສູງ​ສຸດ ໄດ້​ມີ​ສ່ວນ​ຮ່ວມ​ຢ່າງ​ເປີດ​ເຜີຍ​ໃນ​ການ​ສືບ​ສວນ​ສອບ​
ສວນກ່ຽວກັບ ຣັດເຊຍ.

ໃນ​ຕົ້ນ​ເດືອນນີ້, ຫົວ​ໜ້າ​ຜູ້​ພິ​ພາກ​ສາ ທ່ານ ຈອນ ໂຣ​ເບີດ​ສ໌ ໄດ້ພັກ​ການ​ຕັດ​ສິນ​ຂອງ​
ສານອຸທອນ ນະຄອນຫຼວງ ວໍຊິງຕັນ ໄວ້ທີ່ວ່າ ບໍລິສັດດັ່ງກ່າວ ບໍ່ເຄົາລົບການຕັດສິນ
ແລະ ທຳການປັບໃໝທຸກມື້ຈົນກວ່າເຂົາເຈົ້າຈະປະຕິບັດຕາມໝາຍສານຂອງຄະນະ
ຕຸລາການ. ການຕັດສິນໂດຍຫົວໜ້າຜູ້ພິພາກສາດັ່ງກ່າວ ຕອນ ນີ້ແມ່ນໄດ້ຖືກຍົກເລີກ
ແລ້ວ, ອີງຕາມການກ່າວຂອງຄຳສັ່ງສານ.

ໝາຍ​ສານ ແມ່ນ​ຄຳ​ສັ່ງ​ທາງ​ກົດ​ໝາຍ​ອອກ​ໂດຍ​ຄະ​ນະ​ຕຸ​ລາ​ການ ໃຫ້​ພິ​ຍານ ແລະ ບຸ​ກ​
ຄົນທີ່ກ່ຽວຂ້ອງໄປໃຫ້ປາກຄຳ ຫຼື ສະໜອງເອກະສານຕ່າງໆໃຫ້.

ຄະ​ນະ​ຕຸ​ລາ​ການເພື່ອສືບ​ສວນ​ສອບ​ສວນ​ເລື່ອງ ຣັດ​ເຊຍ, ທີ່ຖືກ​ເລືອກບໍ່​ດົນຫຼັງ​ຈາກ​
ການແຕ່ງຕັ້ງທ່ານ ມອລເລີ ໃນປີ 2017 ນັ້ນ, ໄດ້ໃຊ້ອຳນາດຂອງໝາຍສານ ເພື່ອບັງ
ຄັບໃຫ້ພິຍານຫຼາຍສິບຄົນໄປໃຫ້ປາກຄຳ ແລະ ສະໜອງເອກະສານຕ່າງໆ ໃຫ້ບັນດາ
ນັກສືບສວນສອບສວນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG